ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສາຍພົວພັນ ສຫລ ແລະຄິວບາ ຈະເປັນຈຸດເພ່ງເລັງ ທີ່ ກອງປະຊຸມສຸດຍອດ ກຸ່ມປະເທດ ໃນອາເມຣິກາ


ຕຳຫຼວດຍ່າງຢູນອກສູນປະຊຸມ Atlapa ທີ່ນະຄອນຫຼວງ Panama City ຂອງປານາມາ ວັນທີ 8 ເມສາ 2015.
ຕຳຫຼວດຍ່າງຢູນອກສູນປະຊຸມ Atlapa ທີ່ນະຄອນຫຼວງ Panama City ຂອງປານາມາ ວັນທີ 8 ເມສາ 2015.

ຄະນະ​ຜູ້ຕາງໜ້າ​ຂອງ​ຄິວ​ບາ​ຈຳນວນ​ໜຶ່ງ ຈະ​ໄປ​ຮ່ວມ​ກອງ​
ປະຊຸມ​ສຸດ​ຍອດ​ຂອງ​ກຸ່ມ​ປະ​ເທດ​ໃນ​ທະວີບ​ອາ​ເມຣິກາ ​ໃນ​
ວັນ​ສຸກ​ແລະ​ວັນ​ເສົາ​ອາທິດ​ນີ້ ​ເປັນ​ເທື່ອ​ທຳ​ອິດ​ໃນ​ປະຫວັດ
ສາດ​ຂອງ​ການ​ໂຮມ​ຊຸມນຸມ​ກັນ ໃນ​ພາກ​ພື້ນ.

ຄວາມ​ພະຍາຍາມ​ຂອງ​ສະຫະລັດ ​ແລະ​ຄິວ​ບາ ​ເພື່ອຟື້ນຟູ
​ສາຍ​ພົວພັນ​ທາງ​ການ​ທູດກັນ​ຄືນ ຄາດ​ວ່າ​ຈະ​ເປັນ​ຈຸດ​ເພ່ງ​ເລັງ
​ ​ໃນ​ຂະນະ​ທີ່​ພວກ​ຜູ້ນຳ​ຂອງ 35 ປະ​ເທດ​ໃນ​ຊີກ​ໂລກ​ຕາ​ເວັນ
​ຕົກ​ຈະ​ມາ​ພົບ​ພໍ້​ກັນ​ທີ່ ປາ​ນາມາ ​ເພື່ອ​ໂອ້​ລົມ​ສົນທະນາ​ກັນ​
ເລື້ອງ​ນະ​ໂຍບາຍ​ແລະ​ເລື້ອງ​ຕ່າງໆ​ໃນ​ຂົງ​ເຂດ.

ກ່ອນ​ກອງ​ປະຊຸມສຸດ​ຍອດ​ທີ່​ວ່າ​ນີ້ ສະຫະລັດ​ໄດ້​ແຍ້ມ​ອອກ​ມາ​ໃຫ້​ຮູ້​ວ່າ ສະຫະລັດ​ອາດ​
ຈະ​ລຶບ​ຊື່​ຄິວ​ບາ​ອອກ​ຈາກ​ບັນຊີ​ລາຍ​ຊື່​ປະ​ເທດ​ທີ່​ອຸບປະຖຳການ​ກໍ່​ການ​ຮ້າຍ​ນັ້ນ​ກໍ​ເປັນ​ໄດ້.

With Cuba at Summit, US Seeks Renewed Ties With Latin America
please wait

No media source currently available

0:00 0:03:13 0:00

​ໃນວັນອັງຄານ​ມື້ກ່ອນ​ນີ້ ທ່ານ​ນາງ Roberta Jacobson ລັດຖະມົນຕີ​ຊ່ອຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດສະຫະລັດ​ວ່າ​ດ້ວຍ​ກິດຈະການ​ຊີກ​ໂລກ​ຕາເວັນ​ຕົກ ກ່າວ​ວ່າ ພວກ​ເຈົ້າ​ໜ້າ​ທີ່​ໃກ້​ຈະ​ເສັດ​ສິ້ນລົງ​ແລ້ວ​ໃນ​ຂັ້ນຕອນການທົບ​ທວນຄືນ​ເບິ່ງເລື້ອງຄິວ​ບາ
ນັ້ນ.

ທ່ານ​ນາງ Jacobson ກ່າວ​ວ່າ “ຂ້າພະ​ເຈົ້າ​ບໍ່​ສາມາດ​ບອກ​ທ່ານ​ໄດ້​ຢ່າງ​ແນ່ນອນ​ວ່າ ​ເວລາ​ໃດ​ທຸກ​ສິ່ງ​ທຸກ​ຢ່າງ​ຈະ​ເສັດ​ສິ້ນ​ລົງ ​ແຕ່​ພວກ​ເຮົາ​ຢູ່​ໃນ​ຂັ້ນ ​ໃກ້​ຈະ​ເສັດ​
ສິ້ນ​ແລ້ວ.”

ການ​ລະ​ບຸ​ຊື່​ຄິວ​ບາ​ຢູ່​ໃນ​ບັນຊີ​ດັ່ງກ່າວ ​ໄດ້​ເປັນ​ຈຸດ​ສຳຄັນ​ທີ່​ສຸດ​ສຳລັບ​ຄິວ​ບາ​ໃນ​ຄວາມ​ພະ
ຍາຍາມ​ຂອງ​ຕົນ ​ເພື່ອ​ຮື້​ຟື້ນ​ສາຍ​ພົວພັນ​ທາງ​ການ​ທູດ​ຄືນ​ກັບ​ສະຫະລັດ ຊຶ່ງ​ເປັນ​ການ​ເຄື່ອນ​ໄຫວ​ອັນ​ໜຶ່ງ​ທີ່​ຈະ​ອະນຸມັດ​ໃຫ້​ສອງປະ​ເທດ​ເປີດ​ສະຖານທູດ​ຂຶ້ນ​ໄດ້.

ບັນດາ​ຜູ້ນຳ​ຂອງ​ອົງການ​ຈັດ​ຕັ້ງ​ຄິວ​ບາ-​ອາ​ເມຣິກັນ ຍັງ​ມີ​ຄວາມ​ສົງ​ໄສ​ຢູ່ ໃນ​ການ​ທີ່​ຈະ​ລຶບ
​ຊື່​ຄິວ​ບາ​ອອກ​ຈາກ​ບັນຊີ​ພວກ​ປະ​ເທດ​ທີ່​ໃຫ້ການ​ອຸບປະ ຖຳ​ແກ່​ພວກ​ກໍ່​ການຮ້າຍ ຊຶ່ງ​ໄດ້​ທຳ​ການ​ລົງ​ໂທດ​ຕ່າງໆ ທີ່​ຮວມທັງ​ການ ລົງ​ໂທດ​ຕໍ່​ສິນຄ້າສົ່ງ​ອອກ​ຈຳນວນ​ໜຶ່ງ ​ແລະ​ການ​ຈຳ
ກັດ​ຮັດ​ແຄບ​ທາງ​ດ້ານ​ການ​ເງິນ​ນັ້ນ.

US to Press Cuba on Human Rights, Basic Freedoms
please wait

No media source currently available

0:00 0:03:24 0:00

XS
SM
MD
LG