ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສຫລ ແລະຄິວບາ ຟື້ນຟູ ສາຍສຳພັນ ທາງການທູດ ອີກຄັ້ງໜຶ່ງ


Cuban Flag Added at US State Department
please wait

No media source currently available

0:00 0:00:22 0:00

ເຊີນຊົມວີດີໂອ ລາຍງານນີ້

ສະຫະລັດ ​ແລະ ຄິວ​ບາ ​ໄດ້​ຟື້ນ​ຟູ​ຄືນ​ສາຍສຳພັນ​ ທາງ​ການ​ທູດ
​ຢ່າງ​ຄົບ​ຖ້ວນ ພຽງຫຼັງຈາກ 12 ​ໂມງຕອນ​ເຊົ້າ ຫຼື 4 ​ໂມງ​ແລງ​ຕາມ​
ເວລາ​ສາກົນ ​ໃນວັນ​ຈັນ​ມື້​ນີ້ ຫຼັງຈາກຫຼາຍກວ່າ 5 ທົດ​ສະ​ວັດ
​ແຫ່ງ​ການ​ເປັນ​ປໍ​ລະ​ປັກ​ກັນ.

​ໃນ​ສອງ​ສາມ​ຊົ່ວ​ໂມງ​ຕໍ່​ມາ ກ່ອນ​ຟ້າ​ສະຫວ່າງ ທີ່​ງຽບ​ສະ​ຫງົບ
ທຸງສີ​ແດງ ຂາວ ​ແລະ ຟ້າ ຂອງ​ຄິວ​ບາກໍ​ໄດ້​ຖືກ​ຊັກ​ຂຶ້ນປາຍ​ເສົາ
ຢູ່​ທີ່​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ຄຽງ​ຂ້າງ​ທຸງ​ຊາດ ​ຂອງ​
ປະ​ເທດ​ອື່ນໆ ທີ່​ມີ​ສາ​ຍສຳພັນທາງ​ການ​ທູດ ກັບ​ສະຫະລັດ.

ສະຫະລັດ ​ແລະ ຄິວ​ບາ ຕ່າງ​ກໍ​ມີ​ກົງສຸນ ​ຢ່າງ​ຄົບ​ຖ້ວນ ຢູ່​ໃນ
ປະ​ເທດຂອງ​ກັນ​ ແລະ​ ກັນ.

ສະຖານທູດ ຄິວບາ ໃນວໍຊິງຕັນ, ວັນທີ 1 ກໍລະກົດ 2015.
ສະຖານທູດ ຄິວບາ ໃນວໍຊິງຕັນ, ວັນທີ 1 ກໍລະກົດ 2015.

ການ​ເຄືອ​ນ​ໄຫວ​ທາງ​ການ​ທູດ​ ຢ່າງ​ເປັນ​ປະວັດ​ການ​ນີ້​ ໄດ້​ຂາດ​ສະບັ້ນ​ໄປ​ເປັນ​ເວລາ 54 ປີ ໃນ​ລະຫວ່າງ ລັດຖະບານ ຂອງປະທານາ​ທິບໍດີ John Kennedy.

ບັນດາ​ເຈົ້າໜ້າ​ທີ່​ຄິວ​ບາ ລວມທັງ ລັດຖະມົນຕີ​ຕ່າງປະ​ເທດຄິວ​ບາ ທ່ານ Bruno Rodriguez Parrilla ຈະ​ເຂົ້າ​ຮ່ວມ​ພິທີ​ສະ​ເຫຼີມສະຫຼອງການ​ເປີດ ສະຖານ​ທູດ​ຄິວ​ບາ ​ຢູ່ທີ່
ວໍ​ຊິ​ຕັນ ໃນວັນ​ຈັນ​ມື້​ນີ້.

Opening of Embassies to Bring New Era in US-Cuba Relations
please wait

No media source currently available

0:00 0:02:04 0:00

ສ່ວນ ລັດຖະມົນຕີ​ຊ່ວຍ​ວ່າການ ກະຊວງ​ການ​ຕ່າງປະ​ເທດ ຮັກສາ​ການ​ດ້ານພາກ​ພື້ນ​ຕາ​ເວັນ​ຕົກ ທ່ານ Roberta Jacobson ຜູ້​ທີ່​ມີ​ບົດບາດ​ທີ່​ສຳຄັນ ​ໃນ​ການ​ເຈລະຈາ ລະຫວ່າງ​ທັງ​ສອງ​ປະ​ເທດ ກໍຈະ​ເຂົ້າຮ່ວມ​ໃນ​ພິທີນີ້​ເຊັ່ນ​ກັນ.

ລັດຖະມົນຕີ​ຕ່າງປະ​ ເທດສະຫະລັດ ທ່ານ John Kerry ຈະ​ຮັບ​ເອົາ​ການ​ດຳລົງ​ຕຳ​ແໜ່​ງຂອງ​ຄູ່​ຕຳ​ແໜ່​ງ ຝ່າຍ​ຄິວ​ບາ ທ່ານ Rodriguez Parrilla ຢ່າງ​ເປັນ​ທາງ​ການ ​ໃນ​ວັນ​ຈັນ​ມື້​ນີ້. ​ເຈົ້າໜ້າ​ທີ່​ທັງ​ສອງ​ທ່ານ ຈະ​ຈັດ​ກອງ​ປະຊຸມ​ຖະ​ແຫລ​ງຂ່າວ​ຮ່ວມ​ກັນ ​ຕາມຫຼັງ ໃນ​ມື້​ດຽວ​ກັນນີ້.

ທຸງຊາດຄິວບາ ປິວສະບັດ ຢູ່ເທິງປາຍເສົາ ທ່າມກາງ ເສົາທີ່ບໍ່ມີທຸງ ໃກ້ກັບອາຄານສະຖານທູດສະຫະລັດ (ດ້ານຫຼັງ) ໃນນະຄອນຫຼວງ Havana, ວັນທີ 19 ກໍລະກົດ 2015.
ທຸງຊາດຄິວບາ ປິວສະບັດ ຢູ່ເທິງປາຍເສົາ ທ່າມກາງ ເສົາທີ່ບໍ່ມີທຸງ ໃກ້ກັບອາຄານສະຖານທູດສະຫະລັດ (ດ້ານຫຼັງ) ໃນນະຄອນຫຼວງ Havana, ວັນທີ 19 ກໍລະກົດ 2015.

ພິທີ ​ເປີດ​ສະຖາ​ນທູດ ສະຫະລັດ​ໃນ​ຄິວ​ບາ ຈະ​ຖືກ​ງົດ​ໄວ້​ຈົນ​ກວ່າ ທ່ານ Kerry ຈະສາມາດ​ເດີນທາງ​ໄປ​ນະຄອນຫຼວງ Havana ​ແຕ່ ສະຖານ​ທູດ ກໍ​ຍັງຈະປະຕິ​ບັດ​ການ​ໄດ້ ​ຢ່າງ​ຄົບ​ຖ້ວນຢູ່ ​ໃນຂະນະ​ນີ້.

ການ​ຟື້ນ​ຟູສາ​ຍສຳພັນ ລະຫວ່າງ​ສອງ​ປະ​ເທດ ​ແມ່ນ​ບໍ່​ປາດ​ສະ​ຈາກ ການ​ຕຳ​ນິຕິ​ຕຽນຕ່າງໆ ​ໄດ້.

US Cuba
please wait
Embed

No media source currently available

0:00 0:02:50 0:00

XS
SM
MD
LG