ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປ. ໂອບາມາ ໂອ້ລົມ ກັບ ປ. ຄາສໂຕຣ ກ່ຽວກັບ ລະບຽບການຄ້າ ໃໝ່


US Cuba Relations
please wait
Embed

No media source currently available

0:00 0:00:30 0:00

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ໄດ້ໂທລະສັບ
ແບບທີ່ບໍ່ຄ່ອຍໄດ້ເຫັນກັນ ໄປໂອ້ລົມ ກັບປະທານາທິບໍດີຄິວບາ
ທ່ານ Raul Castro ຫຼັງຈາກສະຫະລັດຜ່ອນຜັນການຈຳກັດຮັດ
ແຄບ ໃນການເດີນທາງໄປຢ້ຽມຢາມ ແລະເຮັດທຸລະກິດ ກັບ ປະ
ເທດຄອມມູນິສດັ່ງກ່າວ.

ເຈົ້າໜ້າທີ່ທຳນຽບຂາວ ກ່າວວ່າ ຜູ້ນຳທັງສອງ ຍັງໄດ້ໂອ້ລົມກັນ
ກ່ຽວກັບ ການສະເດັດປະພາດ ຂອງພະສັນຕະປາປາ Francis
ຕໍ່ທັງສອງປະເທດ ຂອງພວກທ່ານ ແລະກ່າວວ່າ ພວກຜູ້ນຳທັງ ສອງຍັງໄດ້ຊົມເຊີຍບົດບາດ ຂອງ ພະສັນຕະປາປາ ທີ່ໄດ້ຊ່ອຍ ສ້າງຄວາມກ້າວໜ້າໃຫ້ແກ່ສາຍພົວພັນ ລະຫວ່າງປະເທດທັງສອງ. ພະສັນຕະປາປາຊົງ ໄດ້ຊ່ອຍຈັດແຈງໃຫ້ມີການເຈລະຈາ ລະຫວ່າງສະຫະລັດແລະຄິວບາ ທີ່ໄດ້ນຳໄປສູ່ການ ຟື້ນຟູສາຍພົວພັນທາງດ້ານການທູດຄືນໃໝ່ ລະຫວ່າງປະເທດທັງສອງໃນປີນີ້.

ທຳນຽບຂອງປະທານາທິບໍດີ Castro ໄດ້ກ່າວຢ້ຳເຖິງການຮຽກຮ້ອງຂອງທ່ານໃຫ້ສະຫະ ລັດຍຸດຕິການຂວ້ຳບາດໂດຍເຕັມຕໍ່ຄິວບາແລະກ່າວເນັ້ນເຖິງຄວາມຈຳເປັນທີ່ຈະຕ້ອງລົງ ເລິກມາດຕະການທາງດ້ານການທູດເທົ່າທີ່ໄດ້ດຳເນີນມາ.

ລັດຖະບານທ່ານໂອບາມາ ກ່າວວ່າ ຜູ້ນຳທັງສອງໄດ້ໂອ້ລົມສົນທະນາກ່ຽວກັບຊ່ອງທາງ
ທີ່ຈະສ້າງຄວາມກ້າວໜ້າ ໃຫ້ແກ່ຄວາມສຳພັນສອງຝ່າຍ ໃນຂະນະທີ່ພວກເຮົາຍັງສືບຕໍ່
ມີຄວາມເຫັນຂັດແຍ້ງກັນໃນຫຼາຍໆບັນຫາທີ່ສຳຄັນແລະຈະແກ້ໄຂບັນຫາເຫລົ່ານັ້ນຢ່າງ ກົງໄປກົງມາ.

ໃນຕອນເຊົ້າ ຂອງມື້ວັນສຸກວານນີ້ ສະຫະລັດ ໄດ້ຜ່ອນຜັນການຈຳກັດຮັດແຄບ ກ່ຽວກັບ ການເດີນທາງແລະການເຮັດທຸລະກິດກັບຄິວບາ ຊຶ່ງເປັນອີກຂີດໝາຍນຶ່ງ ທີ່ສັງເກດເຫັນ ໄດ້ໃນຄວາມກ້າວໜ້າໄປສູ່ຄວາມສຳພັນທີ່ອົບອຸ່ນຂຶ້ນກັບປະເທດຄອມມູນິສດັ່ງກ່າວ.

XS
SM
MD
LG