ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກໍ່າປັ່ນນຳທ່ຽວລຳທຳອິດ ລຸນຫຼັງ ເວລາດົນກວ່າ 50 ປີ ຈາກ ສຫລ ໄປເຖິງ ຄິວບາແລ້ວ


ກຳປັ່ນ Adonia ຂອງ ບ. Carnival Cruise Lines ໄດ້ເດີນທາງອອກຈາກ ທ່າເຮືອຂອງນະຄອນ Miami Beach ຂອງລັດ Florida, ໃນການເດີນເຮືອໄປຍັງ ຄິວບາ ຄັ້ງປະຖົມມະເລີກ ໃນວັນທີ 1 ພຶດສະພາ 2016, ອັນເປັນຂີດໝາຍ ສຳລັບ ການສ້າງສາຍສຳພັນໃໝ່ ລະຫວ່າງ ວໍຊິງຕັນ ແລະ ຮາວານາ.
ກຳປັ່ນ Adonia ຂອງ ບ. Carnival Cruise Lines ໄດ້ເດີນທາງອອກຈາກ ທ່າເຮືອຂອງນະຄອນ Miami Beach ຂອງລັດ Florida, ໃນການເດີນເຮືອໄປຍັງ ຄິວບາ ຄັ້ງປະຖົມມະເລີກ ໃນວັນທີ 1 ພຶດສະພາ 2016, ອັນເປັນຂີດໝາຍ ສຳລັບ ການສ້າງສາຍສຳພັນໃໝ່ ລະຫວ່າງ ວໍຊິງຕັນ ແລະ ຮາວານາ.

ອີກບາດກ້າວໜຶ່ງໃນການຟື້ນຟູສາຍພົວພັນ ລະຫວ່າງ ສະຫະລັດ ກັບ ຄິວບາ ກໍແມ່ນ ການໄຂຂຶ້ນໃນວັນອາທິດວານນີ້ ການເດີນເຮືອໂດຍສານຈາກ ສະຫະລັດ ຫາ ຄິວບາ ລຸນຫຼັງເວລາດົນກວ່າ 50 ປີ.

ກຳປັ່ນ Adonia ຂອງບໍລິສັດ The Carnival Cruise Lines ແລະ ຜູ້ໂດຍສານ 700 ຄົນໄດ້ເດີນທາງອອກຈາກທ່າເຮືອຂອງນະຄອນ Miami ເພື່ອຈະໄປຈອດຢູ່ທ່າເຮືອ ນະຄອນຫຼວງ ຮາວານາ ໃນວັນຈັນມື້ນີ້.

ຫົວໜ້າຂອງບໍລິສັດ Carnival ທ່ານ Arnold Donald ກ່າວວ່າ “ເພື່ອຈະໃຫ້ເປັນສ່ວນ ໜຶ່ງ ໃນການສ້າງປະຫວັດສາດ ແລະ ກຽມພ້ອມ ສຳລັບ ອະນາຄົດທີ່ເປັນແງ່ບວກ ຍິ່ງຂຶ້ນກວ່າເກົ່າ ສຳລັບທຸກໆຄົນ ແມ່ນການໄດ້ຮັບກຽດອັນໜຶ່ງທີ່ຍິ່ງໃຫຍ່ທີ່ສຸດ ເຊິ່ງ ບໍລິສັດໃດ ກໍສາມາດມີໄດ້.”

ກຳປັ່ນ Adonia ຈະເດີນທາງໄປນະຄອນຫຼວງ ຮາວານາ 2 ເທື່ອຕໍ່ເດືອນ.

ການເດີນທາງເກືອບຈະບໍ່ໄດ້ເກີດຂຶ້ນ ຫຼັງຈາກອຳນາດການປົກຄອງ ຄິວບາ ທຳອິດໄດ້ ຫ້າມຄົນຄິວບາ ທີ່ອາໄສຢູ່ຕ່າງປະເທດ ຈາກການເດີນທາງກັບສູ່ບ້ານເກີດ ຂອງພວກ ເຂົາເຈົ້າ, ຍ້ອນຢ້ານວ່າ ພວກເຂົາເຈົ້າຈະພະຍາຍາມ ສ້າງຄວາມແຕກແຍກທາງ ການ ເມືອງ. ເລື່ອງດັ່ງກ່າວ ໄດ້ສະຫງົບລົງ ໃນລະຫວ່າງການເຈລະຈາ ລະຫວ່າງ ບັນດາ ເຈົ້າໜ້າທີ່ ສະຫະລັດ ກັບ ຄິວບາ.

ການບໍລິການທາງອາກາດຢ່າງສະໝໍ່າສະເໝີ ລະຫວ່າງ ສະຫະລັດ ແລະ ຄິວບາ ແມ່ນ ຄາດວ່າຈະເລີ່ມຕົ້ນໃນທ້າຍປີນີ້.

ຊົມວີດີໂອ ກ່ຽວກັບເລື່ອງນີ້

US Cuba Cruise
please wait
Embed

No media source currently available

0:00 0:01:08 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG