ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສຫລ ເລີ້ມສົ່ງ ນໍ້າມັນດິບ ອອກໄປຂາຍ ຫຼັງຈາກມີການຫ້າມ ສີ່ທົດສະວັດ


ຮູບພາບທໍ່ນໍ້າມັນດິບຢູ່ທີ່ Bryan Mound ໃກ້ກັບເມືອງ Freeport ລັດ Texas.
ຮູບພາບທໍ່ນໍ້າມັນດິບຢູ່ທີ່ Bryan Mound ໃກ້ກັບເມືອງ Freeport ລັດ Texas.

ການ​ສົ່ງ​ນໍ້າມັນ​ດິບ​ອອກເທື່ອ​ທຳ​ອິດຂອງ ສະຫະລັດ ​ໃນຮອບ​ສີ່
​ທົດ​ສະ​ວັດ ​ໄດ້ເລີ້ມອອກ​ຈາກ​ທ່າ​ເຮືອລັດ​ເທັກ​ຊັສໃນ​ວັນ​ພະຫັດ
​ວານ​ນີ້ ພຽງ​ບໍ່​ເທົ່າ​ໃດ​ອາທິດ​ຫຼັງ​ຈາກ​ການ​ຫ້າມ​ສົ່ງ​ອອກ​ດັ່ງກ່າວ
​ໄດ້​ຖືກ​ຍົກ​ເລີກ.

ກໍາ​ປັ່ນ​ບັນທຸກ ​ຂົນ​ສົ່ງ​ນໍ້າມັນ ຈາກບໍ່​ນໍ້າມັນ​ບໍລິສັດ Conoco
Phillips ຢູ່​ພາກ​ໃຕ້​ຂອງ​ລັດ​ເທັກ​ຊັສທີ່​ໄດ້​ຂາຍ​ໃຫ້​ແກ່ບໍລິສັດ​
ການ​ຄ້າສະ​ວິດ Vitol Group.

​ໃນ​ຕົ້ນ​ເດືອນ​ທັນວາຜ່ານ​ມານີ້ ປະທານາທິບໍດີ Barack Oba-
ma ​ໄດ້​ລົງ​ນາມໃນຮ່າງ​ກົດໝາຍຍົກ​ເລີກ​ການ​ຫ້າມ ​ທີ່​ໄດ້​ວາງ
​ໄວ້ລະຫວ່າງ​ກາງ​ຊຸມ​ປີ 1970 ຫລັງ​ຈາກ​ໄດ້​ມີ​ການ​ຫ້າມ​ນໍ້າມັນຂອງປະ​ເທດ​ອາຣັບ​.

ການ​ຫ້າມ​ຂາຍ​ນ້ຳມັນ ທີ່​ໄດ້​ເລີ້ມຂຶ້ນ​ໃນ​ປີ 1973 ​ໄດ້​ມີຜົນ​ກະທົບ ທັງ​ໃນ​ໄລຍະ​ສັ້ນ​ ແລະ
ໄລຍະຍາວ ຕໍ່ກາ​ນ​ເມືອງ​ ແລະ​ເສດຖະກິດ​ຂອງໂລກ.

​ໃນ​ເວລາ​ທີ່ການ​ຫ້າມ​ດັ່ງກ່າວ ສິ້ນ​ສຸດ​ລົງ​ໃນ​ປີ 1974 ລາຄາ​ນໍ້າມັນ​ໄດ້ຖີບ​ຂື້ນ​ຈາກ 3 ​ໂດ
​ລາ​ຕໍ່ຖັງຂຶ້ນ​ເປັນ​ເກືອບ 12 ​ໂດ​ລາ​ຢູ່​ໃນ​ທົ່ວ​ໂລກ ລາຄາ​ຢູ່​ໃນສະຫະລັດແມ່ນ​ສູງ​ກວ່ານັ້ນ
ອີກ.

ປັດຈຸບັນ​ນີ້ ລາຄານໍ້າມັນ​ດິບ ​ແມ່ນ​ຢູ່​ໃນ​ລະຫວ່າງ 37 ​ໂດ​ລາຕໍ່​ຖັງ.

XS
SM
MD
LG