ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ຍິງອາເມຣິກັນ 3 ຄົນ ທີ່ຫາຍສາບສູນ ເມື່ອສິບປີກ່ອນ ພົບເຫັນແລ້ວ (ສະໄລດ໌/ວີດີໂອ)


ນາງ Amanda Berry (ຊ້າຍ) ແລະນາງ Gina Dejesus ທີ່ຫາຍສາບສູນ ເມື່ອປະມານສິບປິກ່ອນ ​ໄດ້​ຖືກ​ພົບເຫັນແລ້ວ.
ນາງ Amanda Berry (ຊ້າຍ) ແລະນາງ Gina Dejesus ທີ່ຫາຍສາບສູນ ເມື່ອປະມານສິບປິກ່ອນ ​ໄດ້​ຖືກ​ພົບເຫັນແລ້ວ.
ຜູ້ຍິງອາ​ເມຣິກັນ ສາມ​ຄົນ ທີ່​ໄດ້​ຫາຍ​ສາບ​ສູນ​ໄປ​ເປັນ​ເວລາ​ປະ
ມານສິບ​ປີນັ້ນ ​ໄດ້​ຖືກ​ພົບ​ເຫັນ ຍັງມີ​ຊີວິດ​ ຢູ່​ໃນ​ຄຸ້ມໆ​ນຶ່ງ​ ຂອງ
​ເມືອງ Cleveland.

ຕໍາຫລວດ​ກ່າວ​ວ່າ ຜູ້ຍິງ​ທັງ​ສາມ ຄືນາງ Amanda Berry
ນາງ Gina Dejesus ​ແລະ​ນາງ Michele Knight ​ໄດ້​ຖືກ​ສົ່ງ
ໄປ​ເຂົ້າ​ໂຮງໝໍທ້ອງ​ຖິ່ນ.

ນາງ Berry ​ໄດ້​ຫາຍ​ສາບ​ສູນ​ໄປ​ໃນ​ປີ 2003 ​ເວລາ​ນັ້ນ​ ມີອາ​ຍຸ​ 16 ປີ. ນາງ Dejesus ​ຊຶ່ງເວ​ລາ​ນັ້ນມີ​ອາຍຸ 14 ປີ ​ໄດ້ຫາຍ​ສາບ​ສູນນຶ່ງປີ​ຕໍ່​ມາ ​ແລະນາງ Knight ມີ​ອາຍຸ 20 ປີ ​ໃນ​ເວລາ​ທີ່​ລາວ​ຫາຍ​ສາບ​ສູນ​ ໃນ​ປີ 2000.



Dr. Gerald Maloney ຂອງສູ​ນກາງ​ພະ​ຍາ​ບານ​ MetroHealth ບ່ອນ​ທີ່​ພວກ​ຜູ້ຍິງ​ທັງສາມ ຖືກສົ່ງໄປ​ຮັບ​ການ​ປິ່ນປົວ​ນັ້ນ ​ໃຫ້ການ​ຢືນຢັນ​ວ່າ ​ເຂົາ​ເຈົ້າປອດ​ໄພ. ​ໂດຍທ່ານ​ກ່າວ​ວ່າ:

“ປັດ​ຈຸ​ບັນ​ນີ້​ເຂົາ​ເຈົ້າ​ປອດ​ໄພ. ພວກ​ເຮົາ​ກໍາລັງຊັ່ງຊາ​ເບິ່ງ​ຄວາມ​ຕ້ອງການ​ດ້ານ​ພະຍາ
ບານ​ຂອງ​ເຂົາ​ເຈົ້າ. ​ເຂົາ​ເຈົ້າປະກົດ​ວ່າ​ຢູ່ສະພາບ​ດີ​ສົມຄວນ​ໃນ​ຂະນະ​ນີ້.”

​ຕຳຫຼວດກ່າວວ່າ ສາມ​ອ້າຍ​ນ້ອງໄດ້​ຖືກ​ຈັບ ​ແຕ່​ບໍ່ໄດ້ໃຫ້​ລາຍ​ລະອຽດຫຍັງ​ຫຼາຍ.​
ບັນດາ​ພວກ​ເຮືອນໃກ້​ຄຽງກ່າວ​ວ່າ ​ເຂົາ​ເຈົ້າ​ໄດ້ຮູ້​ຈັກບ່ອນ​ທີ່ພວກ​ຜູ້ຍິງທັງ​ສາມ​ຢູ່​ໃນ​ວັນ​ຈັນ​ວານ​ນີ້ ຫລັງ​ຈາກ​ໄດ້​ຍິນ​ສຽງ​ຮ້ອງຂໍ​ຄວາມ​ຊ່ວຍ​ເຫລືອ ​ອອກ​ມາ​ຈາກ​ເຮືອນ.

Missing
please wait
Embed

No media source currently available

0:00 0:00:39 0:00

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG