ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສານ ສຫລ ແຜ້ວທາງ ໃຫ້ລັດ Arizona ນຳໃຊ້ ກົດໝາຍຄົນເຂົ້າເມືອງ


ສານລັດຖະບານກາງສະຫະລັດ ໄດ້ແຜ້ວທາງ ໃຫ້ເຈົ້າໜ້າທີ່ຕໍາຫຼວດ ລັດອາຣິໂຊນາ ມີສິດກວດຖານະຄົນເຂົ້າເມືອງຜິດກົດໝາຍ
ສານລັດຖະບານກາງສະຫະລັດ ໄດ້ແຜ້ວທາງ ໃຫ້ເຈົ້າໜ້າທີ່ຕໍາຫຼວດ ລັດອາຣິໂຊນາ ມີສິດກວດຖານະຄົນເຂົ້າເມືອງຜິດກົດໝາຍ
ຜູ້​ພິພາກສາຄົນ​ນຶ່ງ​ຂອງລັດຖະບານ​ກາງສະຫະລັດ ​
ໄດ້​ແຜ້ວ​ທາງ​ເພື່ອ​ໃຫ້​ລັດ Arizona ທີ່​ເປັນ​ລັດ​ຊາຍ​
ແດນ ​ເລີ້ມ​ບັງຄັບ​ໃຊ້ບາງ​ພາກ​ສ່ວນ​ນຶ່ງ​ທີ່​ເປັນ​ບັນຫາ
ຖົກ​ຖຽງ​ໂຕ້​ແຍ້​ງຂອງ​ກົດໝາຍ​ລັດ ທີ່ບັງ​ຄັບ​ໃຫ້​ເຈົ້າ​
ໜ້າ​ທີ່​ຕໍາ​ຫລວດ​ກວດເບິ່ງ ຖານະ​ຄົນເຂົ້າ​ເມືອງ ຂອງ
​ຜູ້​ຄົນ​ທີ່​ຖືກ​ຕຳຫຼວດ​ຢຸດ​ ໃນ​ລະຫວ່າງ​ການ​ສືບສວນ
ກ່ຽວ​ກັບ​ການກະທໍາ​ຜິດ​ອື່ນໆ​ນັ້ນ.

ການ​ຕັດສິນ​ດັ່ງກ່າວ ​ໄດ້​ບັງຄັບ​ໃຫ້​ເຈົ້າ​ໜ້າ​ທີ່​ມີ​ສິດສອບຖາມຜູ້ຕ້ອງ​ສົງໄສ​ທັງ ຫລາຍ​ວ່າ​ ເຂົ້າ​ເຈົ້າ​ເຂົ້າເມືອງ​ຜິດ​ກົດໝາຍ​ຫຼືບໍ່.

ການບັງ​ຄັບທີ່​ວ່າ​ນີ້ ​ແມ່ນຈຸດ​ໃຫຍ່​ໃຈຄວາມຂອງຂໍ້ໂຕ້​ຖຽງ ກ່ຽວ​ກັບ​ກົດໝາຍຄົນ​ເຂົ້າ​ເມືອງ ທີ່​ເປັນ​ຈຸດໃຈກາງ​ໃນການ​ຕໍ່ສູ້​ທາງດ້ານ​ກົດໝາຍ​ມາ​ເປັນ​ເວລາ​ສອງ​ປີ ​ຊຶ່ງ​ສິ້ນສຸດ​ລົງ​ໃນ​ເດືອນ​ມິຖຸ​ນາໂດຍ​ທີ່​ສານ​ສູງ​ສຸດ​ຂອງ​ສ​ະຫະລັດ​ໄດ້​ຕັດສິນ​ເຫັນ​ພ້ອມກັບ​ຂໍ້​ກຳນົດ​ທີ່ສໍາຄັນ ຂອງ​ກົດໝາຍດັ່ງກ່າວ. ຫຼາຍໆພາກ​ສ່ວນຂອງ​ກົດ ສະບັບ​ນີ້ ​ໄດ້​ຖືກ​ປະ​ຕິ​ເສດ​ໂດຍສານ​ສູງ​ສຸດ.

ແນວ​ໂຮມພວກ​ທະນາຍຄວາ​ມທີ່​ຕໍ່ສູ້​ເພື່ອສິດທິ​ພົນລະ​ເມືອງ ​ແລະບັນດາພວກ ສະໜັບສະໜຸນດ້ານ​ຄົນ​ເຂົ້າ​ເມືອງ ໄດ້​ຮ້ອງຂໍ​ຕໍ່​ຜູ້​ພິພາກສາ​ສານ​ປະຈຳ​ເຂດຄົນ ນຶ່ງ​ຂອງ​ລັດຖະບານ​ກາງໃນ​ເດືອນ​ກໍລະກົດຜ່ານ​ມາ ​ເພື່ອໃຫ້​ຂັດຂວາງການ​ນຳ ​ໃຊ້​ຂໍ້ບັງ​ຄັບກ່ຽວ​ກັບ​ການກວດ​ເບິ່ງ​ຖານະ​ຄົນ​ເຂົ້າ​ເມືອ​ງ ​ໂດຍໄດ້ໂຕ້​ຖຽງວ່າ ມັນ​ຈະ​ນໍາ​ໄປ​ສູ່​ການກວດກາ​ເຈາະ​ຈົງ​ໃສ່​ດ້ານ​ຜີວພັນ ​ແລະການ​ຄຸມຂັງ​ທີ່​ຍາວ​ນານ​ຕໍ່ຊາວ​ອາ​ເມຣິກາ​ລາ​ຕິນ ຖ້າ​ຫາກມີ​ການ​ນຳ​ໃຊ້ກົດໝາຍ​ນີ້. ສານ​ໄດ້​ປະຕິ​ເສດ​ຕໍ່ຄໍາ​ຂໍ​ຮ້ອງ​ດັ່ງກ່າວ ​ໃນ​ວັນ​ພຸດວານ​ນີ້.
XS
SM
MD
LG