ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ສະຫະລັດ​ໄດ້​ ​ໂຈມ​ຕີ​ທາງ​ອາກາດ​ ບັ້ນ​ໃໝ່ ​ໃສ່ພວກ​ຫົວ​ຕໍ່ສູ້​ລັດ​ອິສລາມ (ສະໄລດ໌/ວີດີໂອ)


ສະຫະລັດ​ໄດ້​ປະຕິບັດ​ການ ​ໂຈມ​ຕີ​ທາງ​ອາກາດ​ ບັ້ນ​ໃໝ່
​ໃສ່ພວກ​ຫົວ​ຕໍ່ສູ້​ລັດ​ອິສລາມ ​ ຢູ່​ໃນ​ພາກເໜືອ​ຂອງອີຣັກ ​
ເມື່ອ​ວັນ​ອາທິດ​ວານ​ນີ້.

ທຳນຽບຫ້າ​ແຈ​ກ່າວ​ວ່າ ​ພວກເຮືອບິນ​ລົບ​ໄອ​ພົ່ນ​ ​ແລະ
​ເຮືອບິນ​ບໍ່​ມີ​ຄົນ​ຂັບ ຫຼື drone ໄດ້​ທຳລາຍ ລົດ​ບັນທຸກ​ຕິດ
​ອາວຸດ​ຄັນນຶ່ງ ທີ່​ໄດ້​ຍິງໃສ່​ກອງ​ກຳລັງຂອງ​ຊາວ Kurds ​
ໃກ້ໆ​ກັບ​ເມືອງ Irbil ​ແລ້ວຕາມ​ມາ​ດ້ວຍການ​ໂຈມ​ຕີ​ອີກ 4
ບັ້ນ​ ໃສ່​ພວກ​ລົດບັນທຸ​ດຕິດ​ອາວຸດຫຼາຍ​ຄັນ ​ແລະ ຖານ
​ທີ່​ຕັ້ງຍິງປືນຄົກ​ແຫ່ງ​ນຶ່ງ.

ອັນນັ້ນເປັນການ​ໂຈມ​ຕີ​ບັ້ນ​ທີ​ສີ່ຂອງ​ສະຫະລັດ ຕັ້ງ​ແຕ່ ປະທານາທິບໍດີ ບາຣັກ​ ໂອ​ບາ​ມາ
​ໄດ້​ອະ​ນຸມັດ ​ໃຫ້​ທຳການໂຈມ​ຕີ​ທາງ​ອາກາດ ເທື່ອ​ທຳ​ອິດໃນ​ອີຣັກ ​ເມື່ອອາທິດ​ແລ້ວ​ນີ້ ຕັ້ງ
​ແຕ່ທ່ານ​ໄດ້​ຖອນ ​ກອງ​ກຳລັງ​ຂອງ​ສະຫະລັດ​ທັງ​ໝົດອອກ ໃນ​ທ້າຍ​ປີ 2011 ຫຼັງຈາກ
ການ​ພົວພັນ ຂອງ​ອາ​ເມຣິກັນ ​ມາ​ໄດ້​ເກືອບ​ທົດ​ສະ​ວັດ​ນັ້ນ.

US Engagement in Iraq Continues
please wait

No media source currently available

0:00 0:02:42 0:00


ກອງ​ກຳລັງ​ສະຫະ​ລັດ ພະ​ຍາ​ຍາມ​ທີ່​ຈະ​ຍັບຢັ້ງການ​ບຸກ​ລຸກ​ຂອງກຸ່ມ​ພວກ​ຫົວ​ຮຸນ​ແຮງ​
ລັດ ​ອິສລາມ​ ທີ່​ຂົ່ມຂູ່​ຈະ​ຢຶດເອົາ​ເມືອງ Irbil ຊຶ່ງ​ເປັນ​ນະຄອນຫລວງ​ຂອງ​ຊາວ Kurds ທີ່ເປັນ​ຂົງ​ເຂດປົກຄອງ​ດ້ວຍຕົນ​ເອງ​ເຄິ່ງນຶ່ງ​ໃນ​ອີຣັກ. ​ເຮືອບິນ ​ຂອງສະຫະລັດ ​ແລະ
ອັງກິດ ຍັງ​ທຳ​ການ​ລຳລຽງ​ເຄື່ອງ​ຂອງຊ່ວຍ​ເຫຼືອ​ ທາງ​ດ້ານ​ມະນຸດ​ສະ​ທຳ ສຳ​ຫລັບ​ຊາວ​
ຄິຣສຕຽນ ຊາວ Yazidis ​ແລະ ກຸ່ມ​ສາສະໜາ​ນ້ອຍ​ອື່ນໆ​ ຊຶ່ງໄດ້​ຍົກຍ້າຍ​ຖິ່ນຫຼາຍພັນ​ຄົນ
ທີ່​ຕົກ​ຄ້າງ​ຢູ່​ໃນ​ບໍລິ​ເວນ​ແຫ່ງ​ນຶ່ງນັ້ນ.

​ໃນ​ຕອນ​ແລງວັນອາທິດ​ວານ​ນີ້ ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ກ່າວ​ວ່າ ຕົນ​ໄດ້​ຖອນ​ພະນັກງານ​ສ່ວນ​ນຶ່ງອອກຈາກ​ກົງ​ສູນສະຫະລັດ​ໃນ​ເມືອງ Irbil.

IRAQ SOTVOSOT
please wait
Embed

No media source currently available

0:00 0:03:31 0:00

XS
SM
MD
LG