ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຈົ້າໜ້າທີ່ກົງສຸນ ສະຫະລັດ ຖືກຍິງ ແລະ ໄດ້ຮັບບາດເຈັບ ໃນປະເທດ ເມັກຊິໂກ


ເຈົ້າໜ້າທີ່ສະຖານກົງສຸນ ສະຫະລັດ ໃນເມືອງ Guadalajara ປະເທດ ເມັກຊິໂກ ໄດ້ຖືກ ຍິງ ແລະ ບາດເຈັບໃນຕອນຄ່ຳວັນສຸກທີ່ຜ່ານມາ. ບັນດາເຈົ້າໜ້າທີ່ກຳລັງພະຍາຍາມລະ ບຸຕົວຂອງຜູ້ຕ້ອງສົງໄສຢູ່.

ເຈົ້າໜ້າທີ່ຄົນດັ່ງກ່າວ ແມ່ນທ່ານ Christopher Ashcraft ຜູ້ທີ່ໄດ້ປະຕິບັດໜ້າທີ່ຢູ່ຕ່າງ ປະເທດ 13 ປີ ຊຶ່ງເຊື່ອວ່າມີອາການປອດໄພດີ, ອີງຕາມຖະແຫຼງການສະບັບໜຶ່ງຈາກ ຫ້ອງການໄອຍະການສູງສຸດຂອງ ເມັກຊິໂກ.

ວິດີໂອທີ່ຖືກເປີດເຜີຍໃນເຟສບຸກໂດຍ ສະຖານກົງສຸນ ໄດ້ສະແດງໃຫ້ເຫັນມືປືນລໍຖ້າຢູ່ ນອກບ່ອນຈອດລົດ ກ່ອນຍິງປືນໃສ່ລົດຂອງເຈົ້າໜ້າທີ່ຄົນດັ່ງກ່າວໃນຕອນແລງຂອງວັນ ສຸກທີ່ຜ່ານມາ.

ມືປືນໄດ້ຕິດຕາມເຈົ້າໜ້າທີ່ກົງສຸນກ່ອນໜ້ານີ້ ຜ່ານບ່ອນຈອດລົດແຕ່ບໍ່ໄດ້ເຮັດຫຍັງກັບ ເພິ່ນ ຈົນກວ່າເຈົ້າໜ້າທີ່ຄົນດັ່ງກ່າວໄດ້ຂັບລົດຂອງເພິ່ນອອກຈາກບ່ອນຈອດລົດໄປ.

ຕໍ່ມາມືປືນຄົນດັ່ງກ່າວກໍໄດ້ຍິິງໃສ່ແກ້ວໜ້າລົດ ໃນສິ່ງປະກົດວ່າເປັນການພະຍາຍາມທີ່ ຈະຂ້າເຈົ້າໜ້າທີ່ຄົນນັ້ນ.

ແຮງຈູງໃຈສຳລັບການຍິງໃນຄັ້ງນີ້ແມ່ນບໍ່ທັນຮູ້ຈັກເທື່ອ.

ວິດີໂອໄດ້ສະແດງໃຫ້ເຫັນຜູ້ຊາຍຄົນໜຶ່ງໃສ່ເສື້ອສີຟ້າ ແລະ ແວ່ນຕາດຳ, ແຕ່ບໍ່ມີຂໍ້ມູນ ອື່ນໆຖືກເປີດເຜີຍໃຫ້ຮູ້ ກ່ຽວກັບ ມືປືນຄົນດັ່ງກ່າວ.

ອົງການສັນຕິບານກາງ ຫຼື FBI ໄດ້ສະເໜີເງິນລາງວັນ 20,000 ໂດລາສຳລັບຂໍ້ມູນທີ່ນຳ ໄປສູ່ການຈັບກຸມໂຕຜູ້ຕ້ອງສົງໄສຄົນນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG