ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສຫລ ຈະພິຈາລະນາ ໃຊ້ທາງເລືອກ ທີ່ຈຳກັດ ໄພຂົ່ມຂູ່ ດ້ານນິວເຄລຍ ຂອງເກົາຫຼີເໜືອ

ຜູ້ນຳເກົາຫຼີເໜືອ Kim Jong Un ໂບກມື ໃນລະຫວ່າງ ການເດີນສວນສະໜາມ ດ້ານທະຫານ ໃນນະຄອນຫຼວງ Pyongyang ຂອງເກົາຫຼີເໜືອ ເພື່ອສະເຫຼີມສະຫຼອງ ວັນຄົບຮອບ 105 ປີ ຂອງມື້ລາງ Kim Il Sung ຜູ້ກໍ່ຕັ້ງປະເທດ ແລະ ຫຼານຊາຍຜູ້ປົກຄອງປະເທດໃນປັດຈຸບັນ, ວັນທີ 15 ເມສາ 2017.

ລັດຖະບານ ທ່ານທຣຳ ໄດ້​ເອົາ​ທ່າ​ທີ​ທີ່​ແຂງ​ຂັ້ນຂຶ້ນກວ່າ​ເກົ່າ ຕໍ່ເກົາຫຼີເໜືອ ໃນ​ໄລຍະ
ສອງສາມມື້ຜ່ານ​ມານີ້ ໂດຍກ່າວວ່າ ຕົນໄດ້ໝົດຄວາມອົດທົນແລ້ວ ກັບການບໍ່ຍອມ
ປ່ຽນພຶດຕິກຳຂອງພຽງຢາງ ໃນການຮຽກຮ້ອງໃຫ້ຫລຸດຜ່ອນ ຄວາມທະເຍີທະຍານທີ່
​ຢາກ​ມີ​ອາວຸດ​ນິວເຄລຍຂອງຕົນ ທີ່​ແກ່ຍາວມາໄດ້ດົນນານແລ້ວນັ້ນ.

ຮອງປະທານາທິບໍດີ Mike Pence ໄດ້ກ່າວໃນວັນພຸດມື້ນີ້ ຢູ່ເທິງກຳປັ່ນບັນທຸກ
ເຮືອບິນ ສະຫະລັດ ທີ່​ປະ​ເທດຍີ່ປຸ່ນ ວ່າ “ພວກຜູ້ທີ່ຈະທ້າທາຍຕໍ່​ການ​ຕົກລົງ​ໃຈ ຫຼື
ຄວາມພ້ອມ ຂອງພວກເຮົານັ້ນ ຄວນຮູ້ຈັກວ່າ ພວກເຮົາຈະຜາບແພ້ ຕໍ່ການໂຈມຕີ
ໃດໆ ແລະ ການໃຊ້ອາວຸດທຳມະດາ ຫຼື ອາວຸດນິວເຄລຍ ໃດໆ ​ແມ່ນ​ຈະ ​ໄດ້​ຮັບ
ການຕອບໂຕ້ ດ້ວຍກຳລັງ​ອັນ​ຖ້ວມ​ລົ້ນ ແລະ ມີປະສິດທິພາບ ຂອງອາເມຣິກາ.”

ການ​ໃຫ້ຄວາມເຫັນດັ່ງກ່າວ ໄດ້ມີຂຶ້ນຫຼັງຈາກທ່ານ ໄດ້ປະກາດທີ່ນະຄອນຫຼວງໂຕກຽວ
ໃນວັນອັງຄານວານນີ້ ວ່າ ສະຫະລັດ ຈະບໍ່ຢຸດ​ເຊົາຈົນກວ່າວ່າ ຕົນຈະບັນລຸເປົ້າໝາຍ​
ໃນການເຮັດໃຫ້ແຫຼມເກົາຫຼີ ​ເປັນ​ເຂດ​ປອດອາວຸດນິວເຄລຍ. ແລະ ຢູ່ໃນການຢຸດແວ່
ທີ່ນະຄອນຫຼວງໂຊລ ກ່ອນໜ້ານີ້ ທ່ານໄດ້ກ່າວວ່າ “ຍຸກສະໄໝ ​ຂອງຍຸດທະສາດ ​ແຫ່ງ
ຄວາມອົດທົນ ແມ່ນໄດ້ໝົດແລ້ວ”
ຊຶ່ງໝາຍເຖິງຍຸດທະສາດຂອງລັດຖະບານ ທ່ານ
ໂອບາມາ ທີ່​ໄດ້​ດຳ​ເນີນ​ການແບບມິດງຽບນັ້ນ.

ຮອງປະທານາທິບໍດີ ທ່ານ Mike Pence, ຊ້າຍ, ໂອ້ລົມກັບ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີ ກະຊວງການເງິນ ຂອງຍີ່ປຸ່ນ ທ່ານ Taro Aso, ບໍ່ໄດ້ຢູ່ໃນຮູບ, ໃນການເຈລະຈາ ລະຫວ່າງ ຍີ່ປຸ່ນ ແລະ ສະຫະລັດ ຢູ່ສຳນັກງານນາຍົກລັດຖະມົນຕີ ທີ່ນະຄອນຫຼວງ Tokyo, ວັນທີ 18 ເມສາ 2017.

ການຢ້ຽມຢາມເອເຊຍຕາເວັນອອກສຽງເໜືອ ຂອງທ່ານ Pence ໄດ້ມີຂຶ້ນ ໃນຂະນະ
ທີ່ພົນໂທ H.R. McMaster ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ຂອງປະທານາ
ທິບໍດີ ໄດ້ບອກລາຍການຂ່າວ ຂອງໂທລະພາ ABC ວ່າ “ທາງເລືອກໝົດທຸກຢ່າງ
ຂອງພວກເຮົາ ແມ່ນຈະຖືກນຳໃຊ້”
ໃນເກົາຫຼີເໜືອ. ແຕ່​ແນວ​ໃດ​ກໍ​ຕາມ ທ່ານ
McMaster ​ໄດ້​ສະ​ແດງ​ຄວາມຫວັງອອກ​ມາວ່າ ມັນອາດບໍ່ຈຳເປັນ ທີ່​ຈະຕ້ອງໃຊ້
ການໂຈມຕີທາງທະຫານ ຕໍ່ເກົາຫຼີເໜືອ.

ໃນຄຳເຫັນສອງອັນ ທີ່ໄດ້ຂຽນລົງທາງ Tweeter ທ່ານປະທານາທິບໍດີ ດໍໂນລ ທຣຳ
ໄດ້ອ້າງອີງເຖິງ ອຳນາດການປົກຄອງຂອງພຽງຢາງ ວ່າເປັນ “ໄພຄຸກຄາມ” ທີ່ “ຊອກ
ຫາເລື່ອງ.”
​ ໃນການຕີລາຄາແນວທາງຂອງທ່ານໂອບາມາ ທ່ານໄດ້ຂຽນວ່າ “90 ມື້
ທຳອິດ ຂອງການດຳລົງຕຳແໜ່ງ ເປັນປະທານາທິບໍດີ ຂອງຂ້າພະເຈົ້າ ໄດ້ເຜີຍແບ
​ໃຫ້​ເຫັນຄວາມລົ້ມແຫຼວທັງໝົດ ຂອງນະໂຍບາຍການຕ່າງປະເທດ ໄລຍະແປດປີ
ທີ່ຜ່ານມາ.”

ເຖິງແມ່ນວ່າ ​ໄດ້​ມີ​ການ​ກ່າວ​ໂຈມ​ຕີ​ຢ່າງແຮງກໍຕາມ ບັນດານັກວິເຄາະ ຈາກທັງສອງ
ພັກການເມືອງ ກໍເຫັນດີນຳກັນວ່າ ນະໂຍບາຍຂອງທ່ານທຣຳຍັງຄົງ ຄ້າຍຄືກັນຢ່າງ
ແຍກບໍ່ອອກ ກັບ “ຍຸດທະສາດແຫ່ງຄວາມອົນທົນ” ຂອງທ່ານໂອບາມາ ແລະ ວ່າ
ທາງເລືອກຕ່າງໆ ສຳລັບການຮັບມືກັບ ພຽງຢາງ ແມ່ນມີຂີດຈຳກັດ. ຄວາມແຕກຕ່າງ
ຫຼັກ ພວກນັກວິເຄາະ ກ່າວວ່າ ກໍແມ່ນໃນນ້ຳສຽງ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG