ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະມາຊິກສະພາ ສະຫະລັດ ຢ້ຽມຢາມ ພາກພື້ນ Waziristan ເໜືອ


ສະມາຊິກຄະນະຜູ້ແທນລັດຖະສະພາ ສະຫະລັດ ນຳພາ
ໂດຍສະມາຊິກສະພາສູງ ສັງກັດພັກຣີພັບບລີກັນ ທ່ານ
John McCain ຢືນຖ່າຍຮູບກັບ ບັນດານັກບິນ ຂັບເຮືອ
ບິນເຮລິຄັອບເຕີ Dragon ຈາກຖານທັບອາກາດ ປາກິສຖານ ໃນເມືອງ Miramshah, Waziristan ເໜືອ, ປາກິສຖານ, 3 ກໍລະກົດ, 2016.
ສະມາຊິກຄະນະຜູ້ແທນລັດຖະສະພາ ສະຫະລັດ ນຳພາ ໂດຍສະມາຊິກສະພາສູງ ສັງກັດພັກຣີພັບບລີກັນ ທ່ານ John McCain ຢືນຖ່າຍຮູບກັບ ບັນດານັກບິນ ຂັບເຮືອ ບິນເຮລິຄັອບເຕີ Dragon ຈາກຖານທັບອາກາດ ປາກິສຖານ ໃນເມືອງ Miramshah, Waziristan ເໜືອ, ປາກິສຖານ, 3 ກໍລະກົດ, 2016.

ຄະນະຜູ້ແທນ ລັດຖະສະພາສະຫະລັດ ນຳພາໂດຍສະມາຊິກສະພາສູງ ສັງກັດ ພັກຣີພັບ ບລີກັນ ທ່ານ John McCain ຮັບໜ້າທີ່ ທຳການເດີນທາງ ທີ່ບໍ່ ຄ່ອຍມີມາກ່ອນ ທາງເຮລິ ຄອບເຕີທະຫານ ໄປຍັງຂົງເຂດຊົນເຜົ່າ Waziristan ເໜືອ ທີ່ງຽບສະງົບ ຂອງປາກິສຖານໃນວັນອາທິດວານນີ້ ກ່ອນໜ້າການສິ້ນ ສຸດການຢ້ຽມຢາມປະເທດເວລາສອງມື້ ແລະຈະມຸ້ງໜ້າຕໍ່ໄປຍັງປະເທດເພື່ອນ ບ້ານ ອັຟການິສຖານ.

ຂົງເຂດຊົນເຜົາດັ່ງກ່າວນັ້ນ ຊຶ່ງຕິດກັບຊາຍແດນ ອັຟການິສຖານ ເຄີຍເປັນ ສູນກາງ ຂອງພວກກໍ່ການຮ້າຍໃນທ້ອງຖິ່ນ ແລະ ຕ່າງຊາດທີ່ເປັນເຄືອຂ່າຍ ຂອງກຸ່ມຕ່າງໆ ລວມທັງ ກຸ່ມ al-Qaida ກຸ່ມ Taliban ເຄືອຂ່າວກຸ່ມ Haqqani ແລະ ເປັນພື້ນທີ່ຈັດຕັ້ງການໂຈມຕີ ຂ້າມຊາຍແດນຂອງພວກກະບົດ. ເມື່ອບໍ່ ນານມານີ້ ພື້ນທີ່ດັ່ງກ່າວ ເປັນບ່ອນທີ່ມີການໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບ ຫຼື ໂດຣນ ຢູ່ເລື້ອຍໆ ຕໍ່ແຫລ່ງທີ່ສົງໄສວ່າເປັນບ່ອນຫລົບລີ້ຂອງພວກຫົວຮຸນແຮງ ໂດຍໄດ້ສັງຫານພວກເຂົາຈຳນວນໜຶ່ງ.

ແຕ່ທະຫານປາກິສຖານກ່າວວ່າ ເມືອງ Waziristan ໄດ້ຂັບໄຫລ່ພວກກະບົດ ອອກໄປເປັນສ່ວນໃຫຍ່ ນັບຕັ້ງແຕ່ ຕົນໄດ້ເລີ້ມປະຕິບັດການໂຈມຕີທາງພາກ ພື້ນດິນ ແລະ ທາງອາກາດເມື່ອສອງປີຜ່ານມາ ໂດຍທຳລາຍ ການຄົມມະນາ ຄົມຂອງພວກກໍ່ການຮ້າຍ ແລະ ພື້ນຖານໂຄງລ່າງການຜະລິດລະເບີດຢູ່ ແຫ່ງນັ້ນ.

ທ່ານ McCain ຜູ້ເປັນປະທານ ຄະນະກຳມະການດ້ານການທະຫານ ຂອງສະ ພາສູງ ໄດ້ກ່າວຕໍ່ໂທລະພາບ PTV ຂອງທາງການປາກິສຖານ ຫຼັງຈາກການ ຢ້ຽມຢາມ ຂົງເຂດ Waziristan ວ່າ “ຂ້າພະເຈົ້າ ປະທັບໃຈທີ່ສຸດກັບຄວາມ ກ້າວໜ້າ ຢູ່ພາກພື້ນດິນ.”

ບັນດາຜູ້ບັນຊາການທະຫານປາກິສຖານ ໃນ ເຂດ Miranshah ເປັນເຂດສູນ ບໍລິຫານງານ ຂອງເມືອງຊົນເຜົ່າ ໄດ້ໃຫ້ການບັນລະຍາຍໂດຍຫຍໍ້ ແກ່ບັນດາ ສະມາຊິກສະພາ ສະຫະລັດ ກ່ຽວກັບປະຕິບັດການຂອງເຂົາເຈົ້າຕ້ານການກໍ່ ການຮ້າຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Waziristan ເໜືອ, ປາກິສຖານ.
Waziristan ເໜືອ, ປາກິສຖານ.

XS
SM
MD
LG