ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ປ.ໂອບາມາ ຍົກເລີກ ການເດີນທາງ ຢ້ຽມຢາມ ເຂດເອເຊຍ (ວີດີໂອ)


Obama To Miss APEC Summit Due to Shutdown
please wait

No media source currently available

0:00 0:01:11 0:00
ລິງໂດຍກົງ
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ໄດ້ຍົກເລີກ
ແຜນການເດີນທາງ ໄປຢ້ຽມຢາມເອເຊຍ ຍ້ອນມີການປິດລັດ
ຖະບານເປັນບາງສ່ວນ ທີ່ກ້າວເຂົ້າສູ່ມື້ທີ 4 ໃນວັນສຸກມື້ນີ້.

ທຳນຽບຂາວປະກາດ ໃນຕອນແລງຂອງວັນພະຫັດວານນີ້ວ່າ
ປະທານາທິບໍດີໂອບາມາໄດ້ຕັດສິນໃຈຍົກເລີກການເດີນທາງ ໄປຢ້ຽມຢາມອິນໂດເນເຊຍແລະບຣູນາຍໂດຍອີງຕາມຄວາມ ຫຍຸ້ງຍາກທີ່ຈະດຳເນີນການຕໍ່ໄປໃນການເດີນທາງໄປຕ່າງປະ
ເທດ ທ່າມກາງທີ່ມີການປິດລັດຖະບານ ແລະແຜນການຂອງ ທ່ານທີ່ຈະສືບຕໍ່ກົດດັນໃຫ້ພັກຣີພັບບລີກັນ ອະນຸຍາດມີການ
ລົງຄະແນນສຽງ ຢູ່ໃນສະພາ ເພື່ອໃຫ້ມີການເປີດລັດຖະບານ
ຄືນໃໝ່.

ທຳນຽບຂາວ ກ່າວວ່າ ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ John Kerry ຈະ
ເປັນຜູ້ນຳພາ ຄະນະຜູ້ແທນຂອງສະຫະລັດ ເພື່ອໄປຢ້ຽມຢາມປະເທດທັງສອງ ພ້ອມກັບ
ການຢ້ຽມຢາມປະເທດມາເລເຊຍແລະຟີລິບປິນນຳດ້ວຍ. ທ່ານ Kerry ຈະໄປຮ່ວມກອງ ປະຊຸມສຸດຍອດ APEC ທີ່ເກາະບາຫລີ ແທນປະທານາທິບໍດີໂອບາມາ.

ໃນຕອນເຊົ້າຂອງວັນພະຫັດວານນີ້ ປະທານາທິບໍດີໂອບາມາເວົ້າວ່າ ຮ່າງກົດໝາຍກ່ຽວ
ກັບການໃຊ້ຈ່າຍຂອງລັດຖະບານແບບລຽບໆໂດຍບໍ່ມີເລື່ອງອື່ນຄັດຕິດໃສ່ນໍາຮວມທັງປະ ກັນໄພຮັກສາສຸຂະພາບ ທີ່ແມ່ນລາຍເຊັນຂອງທ່ານ ທີ່ເອີ້ນຫຼິ້ນວ່າ Obamacare ນັ້ນຈະ ມີການຮັບຮອງເອົາຢູ່ໃນສະພາຕໍ່າສະຫະລັດ.

ທ່ານໂອບາມາ ໄດ້ກ່າວຫາປະທານສະພາຕໍ່າສະຫະລັດທ່ານ John Boehner ວ່າຮັບ ໃຊ້ພວກນິຍົມແນວທາງເດີມຫົວຮຸນແຮງກຸ່ມນ້ອຍໆຂອງພັກຣີພັບບລີກັນ ທີ່ຕ້ອງການບໍ່ ໃຫ້ອະນຸມັດເງິນຫລືເລື່ອນເວລາໃນການຈັດຕັ້ງປະຕິບັດແຜນການຮັກສາສຸຂະພາບຂອງ ປະທານາທິບໍດີ ເປັນສ່ວນນຶ່ງຂອງງົບປະມານປີໜ້າ.

ທ່ານ Boehner ກ່າວວ່າ ທ່ານໂອບາມາ ໄດ້ປະຕິເສດບໍ່ຍອມເຈລະຈາດ້ວຍ. ປະທານ
ສະພາຕໍ່າສະຫະລັດເວົ້າວ່າ ສິ່ງທີ່ທ່ານຕ້ອງການທັງໝົດ ກໍຄືການສົນທະນາຫາລືກັນ
ກ່ຽວກັບກົດໝາຍປະກັນໄພສຸຂະພາບທີ່ມີຊື່ຫຼິ້ນວ່າ Obama care ນັ້ນແລະອັນທີ່ທ່ານ ເອີ້ນວ່າ ຄວາມຍຸຕິທຳສຳລັບຊາວອາເມຣິກັນ.

Shutdown Fuels Economic Concerns as Pressure Mounts on Boehner
please wait

No media source currently available

0:00 0:03:02 0:00
ລິງໂດຍກົງ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ວີໂອເອຮອບໂລກໃນ 60 ວິນາທີ ວັນທີ 23 ມີນາ 2024

XS
SM
MD
LG