ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ລັດຖະສະພາ ສຫລ ລົງໂທດຢ່າງໜັກ ຕໍ່ຜູ້ນຳ ເກົາຫຼີເໜືອ


ປະທານຄະນະກຳມະການຄວາມສຳພັນຕ່າງປະເທດ ຂອງສະພາຕ່ຳ ທ່ານ Ed Royce (ຊ້າຍ)
ປະທານຄະນະກຳມະການຄວາມສຳພັນຕ່າງປະເທດ ຂອງສະພາຕ່ຳ ທ່ານ Ed Royce (ຊ້າຍ)

ມີ​ບາງ​ສິ່ງ​ບາງ​ຢ່າງ​ແປກໆ​ເກີດ​ຂື້ນ ຢູ່​ໃນລັດຖະສະພາ​ສະຫະລັດ
​ໃນອາທິດ​ນີ້ ຄື​ພັກຣິພບັບລິ​ກັນ​ ແລະເດ​ໂມ​ແຄຣັດ ​ໄດ້​ເຫັນ​ດີ​ໃຫ້
ການ​ສະໜັບສະໜູນໃນ​ການເອົາ​ບາດກ້າວຢ່າງ​ໜັກ​ແໜ້ນ​ຕໍ່ເກົາ
ຫລີ​ເໜືອ ຫລັງ​ຈາກ​ພຽງ​ຢາງ​ໄດ້​ທຳ​ການ​ທ້າ​ທາຍ​ເປັນ​ລຳດັບ​ມາ.

ບັນດາ​ສະມາຊິກ​ສະພາ​ຕໍ່າ ​ໄດ້ຮັບ​ຜ່ານ​ການ​ລົງ​ໂທດ​ ໃນ​ຂອບ
​ເຂດ​ທີ່​ກວ້າງຂວາງສະບັບໃໝ່ ​ຕໍ່ເກົາຫຼີເໜືອ ​ໃນ​ວັນ​ສຸກ​ວານນີ້
​ດ້ວຍ​ຄະ​ແນນ​ສຽງ 408 ຕໍ່ 2 ສະພາ​ສູງ​ໄດ້​ຮັບຮອງເອົາ​ຮ່າງ​ກົດ
ໝາຍການ​ລົງ​ໂທດ​ ໃນ​ຕົ້ນ​ອາທິດ​ນີ້ ​ດ້ວຍ​ຄະ​ແນນ​ສຽງ 96 ຕໍ່ 0
ທີ່​ໝາຍ​ຄວາມວ່າ ມາດ​ຕະການ​ດັ່ງ​ກ່າວ​ບັດ​ນີ້​ໄດ້​ຖືກໄປ​ຫາ​ໂຕະ​
ປະທານາທິບໍດີ ​ເພື່ອເຊັນ​ຮັບ​ເອົາ​.

ຮ່າງ​ກົດໝາຍນີ້​ແມ່ນ​ແນໃສ່​ເປົ້າ​ໝາຍ​ໂດຍ​ກົງ ​ໃສ່​ພວກ​ຟອກ​ເງິນ ພວກລະ​ເມີດສິດທິ
ມະນຸດ ພວກຄ້າຂາຍ​ອາວຸດ ​ແລະ​ສິນຄ້າ​ທີ່​ຫລູຫລາ ​ແລະ​ຜູ້​ໃດ​ກໍ​ຕາມ ​ທີ່​ພົວພັນ​ກັບ
ໂຄງການອາວຸດ​ນິວ​ເຄລຍ ຫລື​ວ່າ ຜູ້​ໃດ​ກໍ​ຕາມ​ທີ່​ທຳ​ການໂຈມ​ຕີ​ເຈາະ ຂໍ້​ມູນ​ທາງ​ອິນ​ເຕີ​
ແນັດ. ນອກ​ນັ້ນ ຮ່າງ​ກົດໝາຍ​ນີ້ ​ຍັງ​ວາງ​ການ​ລົງ​ໂທດລະດັບ ສອງ​ຕໍ່ອົົງການ​ຕ່າງໆ ທີ່
​ສະໜັບສະໜູນ ​ແລະ​ການຊ່ວຍ​ເຫຼືອ ດ້ານ​ການ​ເງິນ​ແກ່​ການ​ຮຸກ​ຮານ​ຂອງ​ເກົາຫລີ​ເໜືອ.

ຮ່າງກົດໝາຍນີ້ິ້​ ຍັງ​ຈະ​ອະນຸມັດ​ເງິນ​ 10 ລ້ານໂດ​ລາຕໍ່​ປີໃນ​ໄລຍະ​ຫ້າ​ປີຕໍ່ໜ້າ ເພື່ອ
​ຂະຫຍາຍ​ການ​ເຂົ້າ​ຫາ​ສື່​ມ​ວນຊົນ​ຂອງຊາ​ວ​ເກົາຫລີ​ເໜືອແລະ​ໃຫ້ການ​ຊ່ວຍເຫລືອ​ດ້ານ​
ມະນຸດສະທຳແກ່​ອົບ​ພະຍົບ.

ຮ່າງ​ກົດໝາຍ​ດັ່ງກ່າວນີ້ ໄດ້​ຜ່ານ​ທັງສອງ​ສະພາ​ຂອງສະຫະລັດ ຢ່າງ​ວ່ອງ​ໄວ ໜ້ອຍ​ກວ່າ​
ໜຶ່ງ​ອາທິດ​ ຫລັງ​ຈາກ​ເກົາຫລີ​ເໜືອ ​ໄດ້​ຍິງ​ລູກ​ສອນ​ໄຟ​ ໄລຍະໄກ. ບັນດາສະມາຊິກສະ
ພາ​ ຫຼາຍ​ຄົນ ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ​ວ່າ ປະຊາ​ຄົມນາ​ໆ​ຊາດບໍ່​ເຄື່ອນໄຫວໄວ​ພຽງພໍ
​ເພື່ອ​ຮັບ​ມື​ກັບ​ໂຄງການ​ນິວ​ເຄລຍທີ່​ເປັນ​ອັນຕະລາຍ ​ຂອງພຽງ​ຢາງ ທີ່​ອາດ​ຈະ​ເປັນ​ໄພ​
ຂົ່ມຂູ່​ຕໍ່ສະຫະລັດ ​ແລະ​ບັນດາ​ພັນທະ​ມິດ.

ບັນດາ​ເຈົ້າ​ໜ້າ​ທີ່​ທຳນຽບຂາວ ໃຫ້​ຮ່ອງຮອຍວ່າ ປະທານາທິບໍດີ Barack Obama ​ຈະ
​ບໍ່​ໃຊ້ສິດຍັບ​ຢັ້ງຕໍ່​ຮາງ​ກົດໝາຍນີ້ ​ເພາະວ່າ​ໄດ້​ຮັບການ​ສະໜັບ ສະໜູນ​ຢ່າງ​ຖ້ວມ​ລົ້ນ​ຢູ່​ໃນລັດຖະ​ສະພາ.

Congress North Korea
please wait
Embed

No media source currently available

0:00 0:01:42 0:00

XS
SM
MD
LG