ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ລັດຖະສະພາ ​ສຫລ ​ຮັບຮອງເອົາ ແຜນ​ເຝິກ​ແອບ ແລະ ຕິດອາວຸດ ພວກ​ຕໍ່ຕ້ານ ໃນຊີເຣຍ (ສະໄລດ໌/ວີດີໂອ)


ລັດຖະສະພາ ສະຫະລັດ ຮັບຜ່ານແຜນ ປະທານາທິບໍດີ Barack Obama ເພື່ອ​ປະກອບ​ອາວຸດ​ ​ແກ່ພວກ​ຕໍ່ຕ້ານລັດ ຖະບານ ທີ່ນິຍົມແນວທາງປານ​ກາງ ໃນຊີເຣຍ.
ລັດຖະສະພາ ສະຫະລັດ ຮັບຜ່ານແຜນ ປະທານາທິບໍດີ Barack Obama ເພື່ອ​ປະກອບ​ອາວຸດ​ ​ແກ່ພວກ​ຕໍ່ຕ້ານລັດ ຖະບານ ທີ່ນິຍົມແນວທາງປານ​ກາງ ໃນຊີເຣຍ.

ປະທານາທິບໍດີ ສະຫະລັດ ທ່ານ Barack Obama ກ່າວ​ວ່າ
ການ​ທີ່ລັດຖະສະພາ ​ໄດ້​ຮັບຮອງເອົາ ​ແຜນການ​ຂອງ​ທ່ານ
​ເພື່ອ​ປະກອບ​ອາວຸດ​ ​ແລະ​ເຝິກ​ແອບພວກ​ຕໍ່ຕ້ານລັດຖະບານ
ທີ່ນິຍົມແນວທາງປານ​ກາງໃນຊີເຣຍນັ້ນ​ແມ່ນໄດ້ສະ​ແດງ​ໃຫ້
​ໂລກຮູ້​ວ່າ ປະຊາ​ຊົນ​ອາ​ເມຣິກາມີຄວາມປຸ້ມລຸມສາມັກຄີກັນ
ໃນການ​ຕໍ່ສູ້​ກັບກຸ່ມ​ຫົວ​ຮຸນ​ແຮງລັດ​ອິສລາມ.

ທ່ານ Obama ກ່າວ​ວ່າ ປະຊາຊົນ​ອາ​ເມຣິກາ ບໍ່ໄດ້ຍອມແພ້
“​ຕໍ່​ຄວາມຢ້ານ​ກົວ” ແຕ່​ວ່າໄດ້ປຸ້ມລຸມສາມັກຄີກັນແທນ ​ແລະ​
ຢືນ​ຢູ່​ຮ່ວມ​ກັນ.

ການໃຫ້ຄວາມເຫັນຂອງປະທານາທິບໍດີ ​ໃນ​ວັນ​ພະຫັດ​ວານນີ້​ ໄດ້​ມີ​ຂື້ນບໍ່ດົນ ຫລັງຈາກ
ສະພາສູງສະຫະລັດ ໄດ້ລົງ​ຄະ​ແນນ​ສຽງ 78 ຕໍ່ 22 ​ເຫັນ​ດີ​ກັບ​ຮ່າງ​ກົດໝາຍດັ່ງກ່າວ.

ສະພາ​ຕໍ່າ ທີ່ຄວບຄຸມໂດຍພັກຣີພັບ​ບລິ​ກັນ ​ໄດ້​ໃຫ້ການອະ ນຸມັດຕໍ່ຮ່າງກົດໝາຍສະບັບ
ນີ້ໃນ​ວັນ​ພຸດ​ທີ່​ຜ່ານ​ມາ.

ນອກນັ້ນ ປະທານ​າທິບໍດີ Obama ​ຍັງກ່າວ​ວ່າ “ຫລາຍ​ກວ່າ 40 ​ປ​ະ​ເທດ ຮວມ​ທັງ​ບັນ
ດາ​ປະ​ເທດ​ອາຣັບ” ໄດ້​ຕົກລົງ​ເຂົ້າ​ຮ່ວມແນວໂຮມຕ້ານກຸ່​ມກໍ່​ການ​ຮ້າຍນີ້.

ປະທາ​ນ​ນາທີ​ບໍດີ ໄດ້​ຍ້ອງຍໍ ຄຳ​ປະກາດ​ຂອງ ປະທານາທິບໍດີ​ຝຣັ່ງ ​ທ່ານ Francois Holland ກ່ອນ​ໜ້າ​ນັ້ນ​ວ່າ ປະ​ເທດ​ຂອງ​ທ່ານ ​ພ້ອມ​ແລ້ວ​ທີ່​ຈະເລີ້ມ​ທຳ​ການ​ໂຈມ​ຕີ​ທາງ​
ອາກາດ​ຕໍ່ພວກ​ຫົວ​ຮຸນ​ແຮງ​ຢູ່​ໃນ​ອີຣັກ ​ໂດຍ​ກ່າວ​ວ່າ “ຝຣັ່ງ​ເປັນ​ພາຄີ​ທີ່​ເຂັ້ມ​ແຂງ ​ໃນ​ຄວາມ
ພະຍາຍາມ​ຕ້ານ​ການ​ກໍ່​ການ​ຮ້າຍຂອງ ພວກເຮົາ.” ຝຣັ່ງ ​ໄດ້​ປະຕິ​ເສດ​ຕໍ່ການຂະຫຍາຍ
ຂອບເຂດ ໃນການໂຈມຕີ ​ ທາງ​ອາກາດ​ ເຂົ້າໄປໃນ​ຊີ​ເຣຍ.

ສະຫະລັດ ​ໄດ້​ເລີ້ມ​ໂຈມ​ຕີ​ທາງ​ອາກາດ​ຫຼາຍ​ກວ່າ 170 ຖ້ຽວແລ້ວ ຕໍ່ເປົ້າໝາຍຂອງ ກຸ່ມລັດ​ອິສລາມ ​ຢູ່​ໃນ​ອີຣັກ. ການ​ໂຈມຕີ​ທາງ​ອາກາດ​ຢູ່​ໃນ​ຊິ​ເຣຍ ຄາດ​ວ່າ​ຈະ​ເລີ້ມຂຶ້ນ​ພາຍ​ໃນ​ບໍ່​ເທົ່າ​ໃດ​ມື້ຂ້າງໜ້ານີ້.

US ISLAMIC STATE VOSOTVO
please wait

No media source currently available

0:00 0:01:01 0:00

XS
SM
MD
LG