ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ຢືນຢັນ ການໂຈມຕີ ທາງອາກາດ ທີ່ສັງຫານ ຜູ້ນຳຂັ້ນສູງ ຂອງທາລິບານ


ແຜນທີ່ ແຂວງ Kunduz ປະເທດອັຟການິສຖານ.
ແຜນທີ່ ແຂວງ Kunduz ປະເທດອັຟການິສຖານ.

ກອງທັບ​ສະຫະລັດໃຫ້ການຢືນຢັນກ່ຽວ​ກັບ​ການ​ສັງຫານຜູ້ນຳຂອງກຸ່ມ Taliban ​ໃນ​
ການ​ໂຈມຕີ​ທາງ​ອາ​ກາດຫວ່າງ​ມໍ່​ໆ​ມາ​ນີ້ຢູ່ທີ່ແຂ​ວງ Kunduz ​ທາງພາກ​ເໜືອ​ຂອງ​
ອັຟກາ​ນິສຖານ ທີ່ມີ​ບັນຫານັ້ນ.

ກອງທັບ​ສະຫະລັດ ໄດ້​ປະກາດ​ໃນ​ວັນ​ອັງຄານ​ມື້​ນີ້​ວ່າ ການ​ໂຈມ​ຕີ​ຊຶ່ງ​ມີ​ຂຶ້​ນໃນ​ວັນ​ອາ
ທິດ​ທີ່​ຜ່ານ​ມານີ້ ເປັນ​ພາກ​ສ່ວນນຶ່ງ​ຂອງ​ການ​ປະຕິບັດ​ງານ​ກັບ​ກຳລັງ​ຮັກ ສາ​ຄວາມ​
ປ​ອດ​ໄພ​ອັຟກາ​ນິສຖານ ໂດຍໄດ້​ສັງຫານ​ Mullah Abdul Salam ຜູ້​ບັນາ​ຊາ​ການ
ກຸ່ມ Taliban ໃນ​ແຂ​ວງ Kunduz ພ້ອມດ້ວຍນັກ​ລົບ​ຂອງ​ຝ່າຍ ສັດຕູອີກ​ສີ່​ຄົນ.

ຢູ່​ໃນ​ຖະ​ແຫລ​ງການ​ໄດ້​ກ່າວ​ວ່າ ບໍ່​ມີ​ພົນລະ​ເຮືອນ​ໄດ້​ຮັບ​ບາດ​ເຈັບ ຫລື​ເສຍ​ຊີວິດ​ຢູ່
​ໃນ​ການ​ປະຕິບັດງານ.

ຖະ​ແຫລງ​ການ​ໄດ້​ກ່າວ​ເພີ້​ມວ່າ ຜູ້​ບັນຊາ​ການ​ທີ່​ຖືກ​ຂ້າ​ຕາຍມີ​ຄວາມ​ຮັບຜິດຊອບ ຕໍ່​
ການ​ສ້າງ “ຄວາມ​ເຈັບ​ປວດ​ທີ່​ວັດແທກ​ບໍ່​ໄດ້" ​ຕໍ່​ປະຊາຊົນແຂວງ Kunduz ​ແລະ​ກຳ
ລັງ​ຂອງ​ລາວ​ໄດ້​ທຳລາຍ​ຂົວ​ຕ່າງໆ ພ້ອມດ້ວຍພື້ນຖານ​ໂຄງ​ລ່າງທີ່​ສຳ ຄັນຢູ່​ໃນຂົງ
ເຂດ ​ເຖິງ​ແມ່ນ​ເຂົາ​ເຈົ້າ​ໄດ້​ອ້າງ​ວ່າ​ເຂົາ​ເຈົ້າ​ຈະ​ປ້ອງ​ກັນ​ພົນ​ລະ​ເຮືອນ ​ແ​ລະ​ຊັບ​ສົມບັດ.

ນາ​ຍພົນ John Nicholson ຜູ້​ບັນຊາ​ການ​ທະ​ຫານ​ສະຫະລັດ​ໃນ​ອັຟກາ​ນິສ ຖານ
ກ່າວ​ວ່າ “Mullah Salam ​ແລະ​ພວກ​ນັກ​ລົບກຸ່ມ Taliban ພາຍ​ໃຕ້​ການບັນຊາ​ຂອງ
ລາວ ​ໄດ້​ສັງຫານ ​ແລະສ້າງ​ຄວາມ​ຢ້ານ​ກົວ​ໃຫ້​ແກ່​ປະຊາຊົນ​ໃນ ແຂ​ວງ Kuduz ມາ
​ເປັນເວ​ລາ​ດົນ​ນານ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG