ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສຫລ ປະນາມ ການຈັບກຸມ ພວກປະທ້ວງ ຫຼາຍຮ້ອຍຄົນ ທົ່ວຣັດເຊຍ

Russian Opposition Leader Arrested as Police Clear Anti-Corruption Protest
please wait

No media source currently available

0:00 0:01:19 0:00

ສະຫະລັດ ໄດ້ “ປະນາມຢ່າງແຂງແຮງ” ຕໍ່ການຄວບຄຸມຕົວ ພວກປະທ້ວງຫຼາຍຮ້ອຍ
ຄົນ ໃນທົ່ວປະເທດຣັດເຊຍ ເມື່ອວັນອາທິດວານນີ້ ໂດຍລວມມີ ຜູ້ນຳຝ່າຍຄ້ານຂອງ
ປະເທດ ທ່ານ Alexei Navalny ນຳດ້ວຍ.

ຊາວຣັດເຊຍຫຼາຍໝື່ນຄົນ ໄດ້ເດີນຂະບວນປະທ້ວງ ຢູ່ໃນເມືອງຕ່າງໆທົ່ວປະເທດ ເພື່ອ
ສະໜັບສະໜູນ ການຮຽກຮ້ອງ ໂດຍທ່ານ Navalny ໃຫ້ພວກທີ່ມີອຳນາດທັງຫຼາຍ ຂອງ
ຣັດເຊຍ ອອກມາຮັບຜິດຊອບ.

ພວກເຈົ້າໜ້າທີ່ພິທັກກົດໝາຍ ເຕົ້າໂຮມກັນ ໃນຂະນະທີ່ພວກເຂົາເຈົ້າ ກີດກັນ ພວກສະໜັບສະໜູນ ຝ່າຍຄ້ານ ໃນນະຄອນຫຼວງມົນກູ ຂອງຣັດເຊຍ, ວັນທີ 26 ມີນາ 2017.
ພວກເຈົ້າໜ້າທີ່ພິທັກກົດໝາຍ ເຕົ້າໂຮມກັນ ໃນຂະນະທີ່ພວກເຂົາເຈົ້າ ກີດກັນ ພວກສະໜັບສະໜູນ ຝ່າຍຄ້ານ ໃນນະຄອນຫຼວງມົນກູ ຂອງຣັດເຊຍ, ວັນທີ 26 ມີນາ 2017.

OVD-Info ເປັນອົງການທີ່ຕິດຕາມກວດກາ ການປາບປາມດ້ານການເມືອງ ຂອງ
ຣັດເຊຍ ໄດ້ກ່າວໃນເວັບໄຊ ຂອງຕົນວ່າ ຫຼາຍກວ່າ 1,000 ຄົນ ໄດ້ຖືກຈັບກຸມ ໃນ
ການເດີນຂະບວນປະທ້ວງ ທີ່ນະຄອນຫຼວງມົສກູ ພຽງແຫ່ງດຽວ.

ຕົວເລກນັ້ນ ແມ່ນບໍ່ໄດ້ຖືກຢັ້ງຢືນ ຢ່າງເປັນອິດສະຫຼະ ແລະ ອົງການຂ່າວສານ TASS
ຂອງທາງການຣັດເຊຍ ກໍໄດ້ອ້າງອີງເຖິງ ຕຳຫຼວດມົສກູ ທີ່ກ່າວວ່າ ພວກເຂົາເຈົ້າ ໄດ້
ຈັບກຸມ ປະມານ 500 ຄົນ ລວມທັງ ທ່ານ Navalny ນຳ.

ແມ່ຍິງຜູ້ຖືກຄຸມຂັງໃນລົດເມ ຂອງຕຳຫຼວດ ສ່ອງເບິ່ງ ຈາກລົດເມ ໃນໃຈກາງເມືອງຫລວງມົສກູ ຂອງຣັດເຊຍ, ວັນທີ 26 ມີນາ 2017.
ແມ່ຍິງຜູ້ຖືກຄຸມຂັງໃນລົດເມ ຂອງຕຳຫຼວດ ສ່ອງເບິ່ງ ຈາກລົດເມ ໃນໃຈກາງເມືອງຫລວງມົສກູ ຂອງຣັດເຊຍ, ວັນທີ 26 ມີນາ 2017.

ທ່ານ Navalny ໄດ້ຖືກຄວບຄຸມຕົວໄວ້ ໃນຂະນະທີ່ຍ່າງອອກມາຈາກ ສະຖານີລົດໄຟ
ໃຕ້ດິນ ເພື່ອເຂົ້າຮ່ວມການໂຮມຊຸມນຸມ ຢູ່ທີ່ຈະຕຸລັດ Pushkin ທີ່ເປັນສັນຍາລັກ ຂອງ
ນະຄອນມົສກູ. ລາຍງານຕ່າງໆ ຈາກຈຸດເກີດເຫດ ກ່າວວ່າ ຕຳຫຼວດ ໄດ້ນຳເອົາທ່ານ
ຂຶ້ນລົດກະບະຄັນນຶ່ງ ທີ່ຖືກອ້ອມລ້ອມ ໂດຍພວກປະທ້ວງຫຼາຍຮ້ອຍຄົນ. ພວກຝຸງຄົນ
ໄດ້ພະຍາຍາມ ໃນໄລຍະສັ້ນໆ ເພື່ອທີ່ຈະກີດກັນ ລົດກະບະບໍ່ໃຫ້ຂັບອອກໄປ ໂດຍ
ຮ້ອງໂຮອອກມາວ່າ “ໜ້າອັບອາຍ!” ແລະ “ຈົ່ງປ່ອຍໂຕລາວ!”

ຜູ້ນຳຝ່າຍຄ້ານ ຂອງຣັດເຊຍ ທ່ານ Alexei Navalny ຖືກຄຸມຕົວໄປ ໃນຂະນະທີ່ໄປຮັບຟັງ ຄຳເຫັນຂອງສານຢູ່ທີ່ ສານ Tverskoi ຫຼັງຈາກທີ່ໄດ້ຖືກຄຸມຕົວ ຢູ່ການປະທ້ວງຕໍ່ຕ້ານ ການສໍ້ລາດບັງຫລວງ ໃນນະຄອນຫຼວງມົສກູ ຂອງຣັດເຊຍ, ວັນທີ 27 ມີນາ 2017.

“ພວກເຈົ້າ, ຂ້ອຍບໍ່ເປັນຫຍັງ ໃຫ້ໄປ Tverskaya” ນັ້ນແມ່ນຂໍ້ຄວາມ ທີ່ທ່ານ
Navalny ໄດ້ຂຽນລົງໃນ Twitter ຈາກລົດຕູ້ ຊຶ່ງມັນໝາຍເຖິງ ຖະໜົນສາຍຫລັກ
ຂອງສູນກາງຣັດເຊຍ.

ບັນດາເຈົ້າໜ້າທີ່ພິທັກກົດໝາຍ ຄວບຄຸມຕົວ ຜູ້ປະທ້ວງຝ່າຍຄ້ານ ຄົນນຶ່ງ ໃນລະຫວ່າງ ການໂຮມຊຸມນູມ ໃນນະຄອນຫຼວງມົສກູ ຂອງຣັດເຊຍ, ວັນທີ 26 ມີນາ 2017.
ບັນດາເຈົ້າໜ້າທີ່ພິທັກກົດໝາຍ ຄວບຄຸມຕົວ ຜູ້ປະທ້ວງຝ່າຍຄ້ານ ຄົນນຶ່ງ ໃນລະຫວ່າງ ການໂຮມຊຸມນູມ ໃນນະຄອນຫຼວງມົສກູ ຂອງຣັດເຊຍ, ວັນທີ 26 ມີນາ 2017.

ຜູ້ຮັກສາການໂຄສົກ ກະຊວງການຕ່າງປະເທດ ສຫລ ທ່ານ Mark Toner ໄດ້ກ່າວ
ໃນຖະແຫລງການສະບັບນຶ່ງ ວ່າ “ການຄວບຄຸມຕົວ ພວກປະທ້ວງຢ່າງສັນຕິ
ພວກຜູ້ສັງເກດການສິດທິມະນຸດ ແລະ ພວກນັກຂ່າວ ນັ້ນ ເປັນການດູຖູກ ຕໍ່
ຫລັກຄຸນຄ່າຂອງປະຊາທິປະໄຕ.”

Russia Protests
please wait
Embed

No media source currently available

0:00 0:01:11 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG