ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສະຫະລັດ ປະນາມ ຄວາມຮຸນແຮງ ຢູ່ ໄນຈີເຣຍ


ເມືອງ Sabon Gari ໃນລັດ Borno, ປະເທດ Nigeria
ເມືອງ Sabon Gari ໃນລັດ Borno, ປະເທດ Nigeria

ສະຫະລັດ ​ໄດ້​ປະນາມ​ຢ່າງ​ແຮງ​ກ້າ ຕໍ່​ການ​ໂຈມ​ຕີ​ດ້ວຍ​ລະ​ເບີດ
ໃນ​ວັນ​ອັງຄານ​ມື້​ວານນີ້ ​ໃສ່​ຕະຫຼາດທີ່​ແອ​ອັດ​ ຢູ່​ໃນ​ລັດ Borno
ຂອງ​ປະ​ເທດ​ໄນ​ຈີ​ເຣຍ ທີ່​ໄດ້​ສັງຫານ​ຢ່າງ​ໜ້ອຍ 47 ຄົນ.

​ໃນ​ຄຳ​ຖະ​ແຫລ​ງສະບັບ​ໜຶ່ງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ
ສະຫະລັດ ທ່ານ John Kirby ​ໄດ້ໃຫ້​ຂໍ້​ສັງ​ເກດ​ວ່າ ​ໃນ​ຂະນະ​ທີ່​
ບໍ່​ມີ​ກຸ່ມ​ໃດ​ອອກ​ມາ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ ສຳ​ຫລັບ​ການ​
ໂຈມ​ຕີ​ດັ່ງກ່າວເທື່ອ ຊຶ່ງ​ເກີດ​ຂຶ້ນ​ໃນ​ບໍລິ​ເວນ ບ່ອນ​ທີ່​ຄວາມ​ຮຸນ​
ແຮງ ​ເປັນ​ຜົນ​ມາ​ຈາກ​ກຸ່ມ​ພວກ​ຮຸນ​ແຮງ​ໂບ​ໂກ​ຮາຣາມ ຜູ້​ທີ່​ໄດ້
​ສັງຫານ​ພົນລະ​ເມືອງຫຼາຍຮ້ອຍ​ຄົນ ​ເມື່ອສອງ​ສາມ​ອາທິດ
ບໍ່​ດົນ​ມາ​ນີ້.

​ຖະ​ແຫລງການນັ້ນ ກ່າວອີກ​ວ່າ “ພວກ​ເຮົາ​ສະ​ແດງ​ຄວາມ​ເຫັນ​ອົກ​ເຫັນ​ໃຈ ​ແລະ ຄວາມ
​ເສຍ​ໃຈ ຢ່າງ​ເລີກ​ເຊິ່ງ ຕໍ່​ບັນດາຄອບຄົວ​ ​ແລະ ​ເພື່ອນ​ມິດ ຂອງ​ບັນດາ​ຜູ້​ເຄາະ​ຮ້າຍ. ພວກ​
ເຮົາ​ຈະ​ສືບ​ຕໍ່​ສະໜັບສະໜູນ ຄວາມ​ພະຍາຍ​າມຂອງ​ໄນ​ຈີ​ເຣຍ ​ເພື່ອ​ນຳ​ເອົາ​ພວກ​ທີ່​ຮັບ
​ຊອບ​ສຳ​ຫລັບ​ການ​ໂຈມ​ຕີນັ້ນ ພ້ອມ​ທັງ​ການ​ໂຈມ​ຕີ​ກ່ອນ​ໜ້າ​ນີ້​ດ້ວຍ ມາລົງ​ໂທດ ​ແລະດັ່ງ
​ທີ່ພວກ​ເຮົາ​ໄດ້​ກ່າວ​ມາ​ແລ້ວວ່າ ພົນລະ​ເມືອງ​ໄນ​ຈີ​ເຣຍຢູ່​ພາກ​ເໜືອ ຄວນດຳລົງ​ຊີວິດ ​ໂດຍ
​ປາດ​ສະ​ຈາກ ຄວາມ​ຮຸນ​ແຮງ ​ແລະ ການ​ຂົ່ມຂູ່​ໃຫ້​ຢ້ານ​ກົວ​ໃດໆ.”

ການ​ໂຈມ​ຕີ​ໃນ​ວັນ​ອັງຄານ​ມື້ວານ​ນີ້ ຕໍ່​ຕະຫຼາດ Sabon Gari ​ເກີດ​ຂຶ້ນ​ເມື່ອ​ຕອນ​ບ່າຍ​ ​ໃນ​
ຂະນະ​ທີ່ ບໍລິ​ເວນ​ຕະຫຼາດນັ້ນ ​ແອ​ອັດ​ໄປ​ດ້ວຍ ພົນລະ​ເມືອງທີ່​ກຳລັງ​ໄປ​ຊື້​ເຄື່ອງ​ໃຊ້​ເຄື່ອງ​
ສອຍຢູ່​.

ບັນດາ​ເຈົ້າໜ້າ​ທີ່​ຮັກສາ​ກົດໝາຍ ກ່າວ​ວ່າ ພວກ​ໂບ​ໂກ​ຮາຣາມ ​ແມ່ນ​ຜູ້​ຕ້ອງ​ສົງໄສຫຼັກ.

ກຸ່ມ​ດັ່ງກ່າວ ​ໄດ້​ເປີດ​ສາກປະຕິບັດການ​ໂຈມ​ຕີ ດ້ວຍ​ການວາງລະ​ເບີດ ການລັກ​ພາ​ຕົວ​ໄປ
​ແລະ ການ​ບຸກ​ເຂົ້າຈູ່​ໂຈມ​ຮ້າຍ​ແຮງ​ເຖິງ​ແກ່​ຊີວິດ ​ເມື່ອ​ສອງ​ສາມ​ປີບໍ່​ດົນຜ່ານມາ. ກຸ່ມ​ນັ້ນ​
ກ່າວ​ວ່າ ຕົນ​ຢາກ​ບັງ​ຄັບ​ໃຊ້​ກົດໝາຍ Sharia ຢ່າງ​ເຂັ້ມງວດ ​ໃນ​ທົ່ວ​ໄນ​ຈີ​ເຣຍ ຊຶ່ງແບ່ງ​
ອອກ​ເປັນ​ສອງ​ພາກສ່ວນ ລະຫວ່າງ ບັນດາ​ຜູ້​ນັບຖື​ສາສະໜາ​ມຸສລິ​ມ ສ່ວນ​ໃຫຍ່​ຢູ່​ພາກ​
ເໜືອ ​ແລະ ບັນດາ​ຜູ້​ນັບ​ຖື​ສາສະໜາ ຄຣິສຕຽນ​ ຫຼາຍທີ່​ສຸດ​ຢູ່ພາກ​ໃຕ້.

ຄຳ​ຖະ​ແຫລ​ງຂອງ​ສະຫະລັດ ກ່າວ​ອີກ​ວ່າ ສະຫະລັດ ຈະ “ສືບ​ຕໍ່​ທຳ​ງານ​ຢ່າງ​ໃກ້ຊິດກັບ
​ລັດຖະບານ​ໄນ​ຈີ​ເຣຍ ​ແລະ ບັນດາພາຄີ​ນາໆ​ຊາດ​ຂອງ​ພວກ​ຕົນ ​ເພື່ອສູ້​ລົບ​ກັບ​ພວກ
​ໂບ​ໂກ​ຮາຣາມ ​ແລະ ​ໃຫ້ການ​ຊ່ວຍ​ເຫຼືອ​ແກ່​ຜູ້​ເຄາະ​ຮ້າຍທັງຫຼາຍ ຈາກການ​ໂຈມ​ຕີທີ່​ໂຫດຮ້າຍ​ໄຮ້​ຄວາມ​ຮູ້ສຶກນັ້ນ.”

XS
SM
MD
LG