ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສຫລ ຈະໃຫ້ເງິນຊ່ວຍເຫຼືອ ແກ່ລາວ 10 ລ້ານໂດລາ ເພື່ອໃຊ້ໃນໂຄງການ ອາຫານສໍາລັບນັກຮຽນ


ເອື້ອຍລ້ຽງແຈກຢາຍອາຫານແກ່ເດັກນັກຮຽນໃນໂຮງຮຽນທີ່ຢູ່ໃນ ໂຄງການອາຫານສໍາລັບ
ເດັກນັກຮຽນ
ທີ່ໄດ້ຮັບການຊ່ວຍເຫລືອຈາກລັດຖະບານ ສະຫະລັດ.
ເອື້ອຍລ້ຽງແຈກຢາຍອາຫານແກ່ເດັກນັກຮຽນໃນໂຮງຮຽນທີ່ຢູ່ໃນ ໂຄງການອາຫານສໍາລັບ ເດັກນັກຮຽນ ທີ່ໄດ້ຮັບການຊ່ວຍເຫລືອຈາກລັດຖະບານ ສະຫະລັດ.

ທາງການສະຫະລັດ ຕົກລົງໃຫ້ການຊ່ວຍເຫຼືອລາວໃນມູນຄ່າ 10 ລ້ານໂດລາ ເພື່ອນໍາໃຊ້ ໃນໂຄງການອາຫານສໍາລັບເດັກນ້ອຍນັກຮຽນຫຼາຍກວ່າ 152,000 ຄົນໃນເຂດຊົນນະບົດ ຂອງ 6 ແຂວງເປັນເວລາ 3 ປີ.

ທ່ານນາງ Karen B Stewart ເອກອັກຄະລັດຖະທູດສະຫະລັດປະຈໍາປະເທດລາວ ໄດ້
ລົງນາມໃນຂໍ້ຕົກລົງຮ່ວມກັບຜູ້ຕາງໜ້າຂອງໂຄງການອາຫານໂລກ (WFP) ປະຈໍາປະເທດ
ລາວ ຢ່າງເປັນທາງການເມື່ອບໍ່ນານມານີ້ ເພື່ອເປັນການຮັບປະກັນວ່າ ທາງການສະຫະລັດ ໂດຍກະຊວງກະສິກໍານັ້ນ ຈະໃຫ້ການຊ່ວຍເຫຼືອໃນໂຄງການອາຫານ ສໍາລັບເດັກນ້ອຍນັກ
ຮຽນລະດັບປະຖົມໃນເຂດຊົນນະບົດຂອງ 6 ແຂວງຂອງລາວເປັນໄລຍະເວລາ 3 ປີຕິດຕໍ່ກັນ.

ພາຍໃຕ້ການຕົກລົງທີ່ເປັນການຊ່ວຍເຫຼືອໂດຍຜ່ານ WFP ດັ່ງກ່າວນີ້ ຈະມີເດັກນ້ອຍນັກ
ຮຽນໃນເຂດຊົນນະບົດຂອງ ແຂວງຜົ້ງສາລີ, ຫຼວງນໍ້າທາ, ອຸດົມໄຊ, ສາລະວັນ, ເຊກອງ
ແລະ ອັດຕະປື ຈໍານວນຫຼາຍ 152,000 ຄົນ ທີ່ຈະໄດ້ຮັບການຊ່ວຍເຫຼືອດ້ານສະບຽງ
ອາຫານຢ່າງພຽງພໍ ກັບຄວາມຕ້ອງການໃນຊີວິດປະ ຈໍາວັນ, ຊຶ່ງກໍຈະເປັນຜົນເຮັດໃຫ້ເດັກ
ນ້ອຍນັກຮຽນເຫຼົ່ານີ້ ມີສຸຂະພາບຮ່າງກາຍທີ່ແຂງແຮງ ແລະ ພ້ອມສຳລັບການຮຽນໜັງສື
ຈົນຈົບຊັ້ນປະຖົມ ໂດຍທີ່ຜູ້ເປັນພໍ່ - ແມ່ ຂອງເດັກນ້ອຍນັກຮຽນ ເຊິ່ງມີຖານະຍາກຈົນນັ້ນ
ກໍ ຈະບໍ່ຕ້ອງກັງວົນກັບລູກໆຂອງພວກຕົນອີກຕໍ່ໄປ.

ໂຄງການອາຫານສໍາລັບເດັກນັກຮຽນ ທີ່ລັດຖະບານສະຫະລັດ ຈະໃຫ້ການຊ່ວຍເຫລືອ ໃນມູນຄ່າ 10 ລ້ານໂດລາ
ໂຄງການອາຫານສໍາລັບເດັກນັກຮຽນ ທີ່ລັດຖະບານສະຫະລັດ ຈະໃຫ້ການຊ່ວຍເຫລືອ ໃນມູນຄ່າ 10 ລ້ານໂດລາ

ດັ່ງທີ່ເຈົ້າໜ້າທີ່ໃນກະຊວງສຶກສາ
ແລະກິລາຂອງລາວ ຊຶ່ງຮັບຜິດ
ຊອບການປະສານງານໃນໂຄງ
ການດັ່ງກ່າວນີ້ ໄດ້ໃຫ້ການອະທິ
ບາຍວ່າ:

ຖ້າຫາກບໍ່ມີການສະໜັບສະ
ໜູນຊ່ວຍເຫຼືອລູກຫຼານຂອງ
ພວກເຮົາຢາກໄປຮຽນ ແຕ່
ບໍ່ມີອັນກິນ ກໍ
ຈໍາເປັນຕ້ອງໄປ
ນຳພໍ່ແມ່ ໄປຫາຢູ່ຫາກິນ,
ແຕ່ເມື່ອໄດ້ຮັບການສະໜັບ
ສະໜູນຊ່ວຍເຫຼືອແລ້ວ ພໍ່ແມ່
ກໍພໍໃຈສົ່ງລູກໄປຮຽນ ລູກ
ຫຼານຂອງພວກເຮົາກະພໍໃຈທີ່ໄດ້ມີເຂົ້າກິນອິ່ມ ມີ
ກໍາລັງວັງຊາ ມີເຫື່ອແຮງໄປຮຽນເຕັມ
ເມັດເຕັມໜ່ວຍ ແລະ ສາມາດເຂົ້າຮຽນແຕ່ຕົ້ນຈົນສຸດກົກສຸດປາຍໄດ້
.

ສຳລັບໃນປີທຳອິດຂອງໂຄງການດັ່ງກ່າວ ທາງການກະຊວງກະສິກໍາຂອງສະຫະລັດກໍຈະ
ໃຫ້ການຊ່ວຍເຫຼືອເປັນເຂົ້າສານ 1,610 ໂຕນ, ນ້ຳມັນພຶດ 110 ໂຕນ ແລະອາຫານເສີມ
ທີ່ມີສານອາຫານ ທັງວິຕາມິນ ແລະແຮ່ທາດຕ່າງໆ ຢ່າງຄົບຊຸດໃນປະລິມານລວມ 560
ໂຕນ ທີ່ສາມາດຕອບສະໜອງໃຫ້ແກ່ເດັກນ້ອຍນັກຮຽນ ໃນໂຄງການໄດ້ຢ່າງພຽງພໍ
ຕະຫຼອດປີ.

ທ່ານເອກອັກຄະລັດຖະທູດສະຫະລັດປະຈໍາລາວ ໄປຢ້ຽມຢາມ ແຂວງຜົ້ງສາລີ ເພື່ອມອບໂຄງການຊ່ວຍເຫລືອໃນມູນຄ່າຫຼາຍກ່ວາ 2 ຕື້ກີບແກ່ລາວ ໃນເດືອນສິງຫາ 2011 ທີ່ຜ່ານມາ.
ທ່ານເອກອັກຄະລັດຖະທູດສະຫະລັດປະຈໍາລາວ ໄປຢ້ຽມຢາມ ແຂວງຜົ້ງສາລີ ເພື່ອມອບໂຄງການຊ່ວຍເຫລືອໃນມູນຄ່າຫຼາຍກ່ວາ 2 ຕື້ກີບແກ່ລາວ ໃນເດືອນສິງຫາ 2011 ທີ່ຜ່ານມາ.

ນອກຈາກການຊ່ວຍເຫຼືອ
ໂຄງການອາຫານສຳລັບເດັກ
ນ້ອຍນັກຮຽນແລ້ວ ທາງການ
ສະຫະລັດກໍຍັງໄດ້ໃຫ້ການ
ຊ່ວຍເຫຼືອແກ່ລາວ ໃນການ
ເກັບກູ້ລະເບີດບໍ່ທັນແຕກ
(UXO) ທີ່ຕົກຄ້າງຈາກປາງ
ສົງຄາມໃນລາວອີກດ້ວຍ ໂດຍ
ທ່ານນາງ Karen B. Stewart
ໄດ້ສົ່ງມອບການຊ່ວຍເຫຼືອໃນ
ມູນຄ່າ 1.4 ລ້ານໂດລາ ໃຫ້ຜູ້
ຕາງໜ້າຂອງອົງການ MAG
ປະຈໍາລາວ ເພື່ອນຳໃຊ້ໃນການ
ເກັບກູ້ລະເບີດ UXO ທີ່ຕົກ
ຄ້າງໃນແຂວງຊຽງຂວາງ ຕະຫຼອດປີ 2012 ຕໍ່ໄປ.

ທາງການສະຫະລັດໄດ້ໃຫ້ການຊ່ວຍເຫຼືອລາວ ໃນການເກັບກູ້ລະເບີດ UXO ນັບຈາກປີ
1996 ເປັນຕົ້ນມາ, ໂດຍເຖິງທ້າຍປີ 2010 ທີ່ຜ່ານມານັ້ນ ກໍປະກົດວ່າ ທາງການສະຫະລັດ
ໄດ້ໃຫ້ການຊ່ວຍເຫຼືອແກ່ລາວ ຄິດເປັນມູນຄ່າ 30 ລ້ານໂດລາ ແລະກໍຍັງໃຫ້ການຊ່ວຍເຫຼືອ
ຕໍ່ໄປ ເນື່ອງຈາກວ່າ ຈົນເຖິງປະຈຸບັນ ການເກັບກູ້ລະເບີດ UXO ໃນລາວ ສາມາດເກັບກູ້ໄດ້
ພຽງໃນພື້ນທີ່ 195 ກິໂລແມັດເທົ່ານັ້ນ ຂະນະທີ່ມີລະເບີດ UXO ຕົກຄ້າງຢູ່ໃນດິນລາວ
ກ້ວາງກ່ວາ 87,000 ກິໂລແມັດມົນທົນ ຫຼື 1 ໃນ 3 ຂອງເນື້ອທີ່ທັງໝົດຂອງປະເທດລາວ.

ທາງດ້ານທ່ານ ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີວ່າການຕ່າງ
ປະເທດ ກໍໄດ້ສະແດງຄວາມເຊື່ອໝັ້ນວ່າ ຄວາມສຳພັນ ແລະການຮ່ວມມືລະຫວ່າງລາວ
ກັບສະຫະລັດ ຈະມີການຂະຫຍາຍຕົວຂຶ້ນ ໃນທຸກໆດ້ານ ໃນໄລຍະຕໍ່ໄປ.

XS
SM
MD
LG