ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ຈະຕັດສິນໃຈ ​ສົ່ງຄູຝຶກທະຫານ​ ເພີ້​ມຕື່ມ​ ໄປຍັງ​ອີຣັກ


US Irag
please wait
Embed

No media source currently available

0:00 0:02:02 0:00

ເຈົ້າ​ໜ້າ​ທີ່​ສະຫະລັດ ​ໄດ້ກ່າວ​ໃນ​ວັນ​ອັງຄານ​ແລ້ວ​ນີ້​ວ່າ ປະທານາ
ທິບໍດີ​ ບາຣັກ ​ໂອ​ບາ​ມາ ຈະ​ຕັດສິນ​ໃຈ​ຢ່າງໄວທີ່​ສຸດແມ່ນໃນ​ສັບ
ປະດາ​ນີ້ ​ກ່ຽວກັບ​ແຜນ​ການ ທີ່​ຈະ​ສົ່ງຄູຝຶກທະຫານ​ ເພີ້​ມຕື່ມ​ຈຳ
ນວນຫລາຍຮ້ອຍຄົນໄປຍັງ​ອີຣັກ ໃນ​ຂະນະ​ທີ່​ທຳນຽບຫ້າ​ແຈ
ຍັງສືບຕໍ່ພະຍາຍາມຫາທາງເສີມຄວາມເຂັ້ມແຂງໃຫ້ແກ່ກອງ​
ກຳລັງ​ອີຣັກ ​ໃນ​ການ​ຕໍ່ສູ້ຕໍ່​ພວກ​ກໍ່​ການ​ຮ້າຍກຸ່ມລັດ​ອິສລາມ.

ຄູຝຶກ​ຊຸດ​ໃໝ່​ນີ້ ​ຊຶ່ງຈະມີຈຳນວນເຖິງ 500 ຄົນ ຈະໄປຮ່ວມສົບ​ທົບ
​ກັບ​ຄູ​ຝຶກ​ແລະ​ທີ່​ປຶກສາ ຈຳນວນ 3 ພັນ​ຄົນ ທີ່ປະທານາທິບໍດີ
ໂອ​ບາ​ມາ​ໄດ້​ອະນຸມັດ​ໃນ​ປີ​ກາຍ​ນີ້ ຫຼັງຈາກ​ທີ່​ກຸ່ມ​ຫົວຮຸນ​ແຮງ​ເຂົ້າ​
ຍຶດ​ເອົາຫຼາຍໆເຂດໃນພາກ​ເໜືອ​ ​ແລະພາກຕາ​ເວັນ​ຕົກຂອງອີຣັກ ​ໃນການ​ບຸກ ໂຈມຕີທີ່ມີຂຶ້ນ​ຊ້ຳ​ແລ້ວ​ຊ້ຳ​ອີກ ​ທີ່ໄດ້ສ້າງຄວາມເສຍຫາຍໃຫ້ແກ່ກອງກຳ​ລັງ​ທະ​ຫານ​ອີຣັກ.

ເຈົ້າໜ້າໄດ້ກ່າວ​ວ່າ ​ແຜນການ​ທີ່​ວ່າ​ນີ້ ​ແມ່ນ​ຮວມທັງການສ້າງຄ້າຍ​ຝຶກ​ແຫ່ງ​ໃໝ່ ​ໃນ​ແຂວງ
Anbar ​ແລະ​ໃຫ້ການ​ສະໜັບ​ສະ​ໜຸນ​ເພີ້ໝຂຶ້ນແກ່​ນັກ​ລົບ​ຊາວ Sunni ທີ່​ຖືກ​ມອງ​ເຫັນ​ວ່າ ມັນ​ເປັນ​ຄວາມສຳຄັນໃນການດຳເນີນຄວາມພະຍາຍາມ ເພື່ອເຂົ້າຍຶດເອົາແຂວງ Arbar ຄືນ. ກອງ​ກຳລັງ​ຮັກສາ​ຄວາມ​ປອດ​ໄພອີຣັກ ທີ່ໄດ້ຮັບການ​ສະ​ໜັນ​ສະ​ໜຸນ​ໂດຍ​ພວກ​ທະ ຫານບ້ານ ​ແມ່ນ​ພະຍາຍາມ​ທີ່​ຈະ​ເຂົ້າ​ຍຶດເອົາບໍລິເວນໃກ້ໆ​ກັບ​ເມືອງ Ramadi ຊຶ່ງເປັນ​ເມືອງ​ຫຼວງ​ຂອງ​ແຂວງ ​ທີ່ໄດ້​ຕົກ​ຢູ່ໃນກຳມືຂອງພວກຫົວຮຸນແຮງ ນັບ​ຕັ້ງ​ແຕ່​ເດືອນ​ແລ້ວ​ນີ້ ​ເປັນ​ຕົ້ນ​ມາ.

​ໂຄສົກ​ຂອງ​ສະພາ​ຄວາມໝັ້ນຄົງແຫ່ງຊາດ ທ່ານ Alistair Baskey ບໍ່​ໄດ້​ໃຫ້​ລາຍ​ລະອຽດ​ແຕ່​ຢາງ​ໃດ ໃນ​ວັນ​ອັງຄານ​ວານ​ນີ້ ກ່ຽວ​ກັບ​ການຈະ​ສົ່ງທີ່ປຶກສາ​ໄປ​ຊ່ອຍ​ນັ້ນ ​ໂດຍ​ກ່າວແຕ່
ພຽງ​ວ່າ ທາງ​ທຳ​ນຽບຂາວ​ພວມ​ພິຈາລະນາ ກ່ຽວກັບທາງເລືອກຫຼາຍໆ​ຢ່າງ.”

ທ່ານ Baskey ກ່າວ​ວ່າ ທາງ​ເລືອກ​ເຫລົ່ານັ້ນ ​ແມ່ນ​ຮວມທັງ​ການ​ສົ່ງຄູ​ຝືກເພີ້ມຕື່ມ​ໄປ​ຍັງອິຣັກ.

​ໃນ​ວັນ​ຈັນ​ຜ່ານ​ມາ​ນີ້ ທ່ານ​ໂອ​ບາ​ມາ ​ໄດ້​ກ່າວ​ວ່າ ກ​ອງກຳລັງ​ທະຫານ​ອີຣັກ ຊຶ່ງ​ໄດ້​ຮັບ​ການ​ຝຶກ​ແອບໂດຍສະຫະລັດນັ້ນ​ແມ່ນ​ໄດ້ຜົນດີ ​ແລະ​ທ່າ​ນນາຍົກລັດຖະທົນ​ຕີ Haider al-Abadi ກໍເຫັນພ້ອມ​ເຖິງ​ຄວາມ​ຈຳ​ເປັນ​ໃນການມີກຳລັງ​ຮັກສາ​ຄວາມ​ປອດ​ໄພເພີ້ມຂຶ້ນ ທີ່ໄດ້ ​ຮັບ​ການ​ຝຶກ​ແອບ ສົດໆຮ້ອນໆ ປະກອບອາວຸດເປັນຢ່າງດີ ແລະມີເປົ້າ​ໝາຍຊັດ​ເຈນ.

ນອກຈາກ​ການ​ໃຫ້ການ​ຝຶກ​ແອບ​ແລ້ວ ສະຫະລັດ ຍັງ​ໄດ້​ເປັນ​ຜູ້ນຳ​ພາຂອງ​ແນວ​ໂຮມບັນດາ​ປະ​ເທດ​ທີ່​ໄດ້​ກະທຳ​ການ​ໂຈມ​ຕີ​ທາງ​ອາກາດ ​ຫລາຍກວ່າ 4 ພັນ 400 ​ເທື່ອ ​ໃນ​ອີຣັກ​ແລະ​ຊີ​ເຣຍ ທີ່​ແນ​ເປົ້າ​ໝາຍ​ໃສ່​ກຸ່ມມ​ລັດ​ອິສລາມ. ​ໂຄສົກ​ຂອງທຳນຽບຂາວ ທ່ານ Josh Earnest ​ໄດ້​ກ່າວ​ວ່າ​ໃນ​ວັນ​ອັງຄານ​ວານ​ນີ້​ວ່າ ມັນ​ໄດ້​ຫລັກຖານທີ່ສະແດງ​ໃຫ້​ເຫັນ​ເຖິງ​ການ​ປະສົມ​ປະສານ​ງານ​ຍຸດທະສາດຮ່ວມ​ນັ້ນ ​ແມ່ນສາມາດບັນລຸ​ຜົນໄດ້.

ເບິ່ງ: ການພົບປະຂອງ ປ. ໂອບາມາ ກັບ ທ່ານ Haider al-Abadi

President Barack Obama's Comments on Lack of 'Complete Stategy' in Battling IS
please wait

No media source currently available

0:00 0:00:19 0:00

XS
SM
MD
LG