ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານນາງ Clinton ພົບປະກັບ ທ່ານນາງ ອອງຊານຊູຈີ (ເບິງວີດີໂອແລະສະໄລດ໌)


ຜູ້ນຳປະຊາທິປະໄຕມຽນມາ (ຂວາ) ກ່າວອຳລາ ຕໍ່ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton ທີ່ໄປຢ້ຽມຢາມລຸນຫຼັງການພົບປະທີ່ບ້ານພັກຂອງທ່ານນາງອອງຊານຊູຈີໃນນະຄອນຢ່າງກຸ້ງ (2 ທັນວາ 2011)
ຜູ້ນຳປະຊາທິປະໄຕມຽນມາ (ຂວາ) ກ່າວອຳລາ ຕໍ່ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton ທີ່ໄປຢ້ຽມຢາມລຸນຫຼັງການພົບປະທີ່ບ້ານພັກຂອງທ່ານນາງອອງຊານຊູຈີໃນນະຄອນຢ່າງກຸ້ງ (2 ທັນວາ 2011)

ລັດຖະມົນຕີການຕ່າງປະເທດສະຫະລັດທ່ານນາງ Hillary Clinton ໄດ້ປຶກສາຫາລືແບບ
ລົງເລິກກັບຜູ້ນຳປະຊາທິປະໄຕຂອງມຽນມາທ່ານນາງອອງຊານຊູຈີທີ່ນະຄອນຢ່າງກຸ້ງໃນວັນ
ສຸກມື້ນີ້ ໃນມື້ສຸດທ້າຍຂອງການຢ້ຽມຢາມມຽນມາຄັ້ງປະວັດສາດເປັນເວລາ 3 ມື້.

ລຸນຫຼັງການພົບປະທີ່ເຮືອນຂອງທ່ານນາງອອງຊານຊູຈີ ຜູ້ທີ່ເຄີຍໄດ້ຮັບລາງວັນໂນແບລ
ຂະແໜງສັນຕິພາບບ່ອນທີ່ທ່ານນາງໄດ້ຖືກກັກບໍລິເວນເປັນເວລາສ່ວນໃຫຍ່ໃນໄລຍະ 2
ທົດສະວັດຜ່ານມານີ້ ທ່ານນາງທັງສອງໄດ້ຈັບລະບຽງເຮືອນຂະນະທີ່ໂອ້ລົມກັບພວກນັກ
ຂ່າວ.

ທ່ານນາງ Clinton ໄດ້ຊົມເຊີຍຄວາມເປັນຜູ້ນຳທີ່ແນ່ວແນ່ແລະຈະແຈ້ງຂອງທ່ານນາງ
ອອງຊານຊູຈີໂດຍເວົ້າວ່າ ສະຫະລັດຢາກເຫັນມຽນມາກ້າວເຂົ້າໄປຢູ່ໃນບ່ອນທີ່ຖືກຕ້ອງ
ຊອບທຳຂອງຕົນໃນໂລກ. ທ່ານນາງເອີ້ນຜູ້ນຳປະຊາທິປະໄຕມຽນມາວ່າເປັນແຮງດົນໃຈ.

ສ່ວນທ່ານນາງອອງຊານຊູຈີກ່າວວ່າ ທ່ານນາງມີຄວາມຍິນດີກ່ຽວກັບວິທີການທີ່ສະຫະ
ລັດທຳການພົວພັນກັບມຽນມາ ແລະຄິດວ່າມັນຄົງຈະເຮັດໃຫ້ຂັ້ນຕອນໃນການສ້າງປະ
ຊາທິປະໄຕງ່າຍຂຶ້ນ.

ທ່ານນາງທັງສອງຕ່າງກໍບໍ່ໄດ້ເວົ້າເຖິງເລື່ອງການລົງໂທດຢ່າງໜັກທີ່ຍັງມີຜົນບັງຄັບໃຊ້ຢູ່
ຕໍ່ລັດຖະບານມຽນມາ ແຕ່ລັດຖະມົນຕີການຕ່າງປະເທດ Clinton ກ່າວໃນວັນພະຫັດ
ວານນີ້ ລະຫວ່າງການໄປຢ້ຽມຢາມນະຄອນຫຼວງເນປີດໍວ່າ ບາດກ້າວໃດໆກໍຕາມທີ່ມຽນ
ມາເອົາເພື່ອກ້າວໄປສູ່ການປະຕິຮູບທາງການເມືອງ ແມ່ນຈະໄດ້ຮັບການພິຈາລະນາຢ່າງ
ຮອບຄອບລະມັດລະວັງ.

ບ້ານພັກຜູ້ນຳປະຊາທິປະໄຕມຽນມາ ທ່ານນາງອອງ ຊານຊູຈີທີ່ນະຄອນຢ່າງກຸ້ງ (2 ທັນວາ 2011)
ບ້ານພັກຜູ້ນຳປະຊາທິປະໄຕມຽນມາ ທ່ານນາງອອງ ຊານຊູຈີທີ່ນະຄອນຢ່າງກຸ້ງ (2 ທັນວາ 2011)

ທ່ານນາງ ໄດ້ຮຽກຮ້ອງໃຫ້
ລັດຖະບານມຽນມາເລັ່ງລັດ
ການດຳເນີນຄວາມພະຍາ
ຍາມໃນການສ້າງຄວາມປອງ
ດອງຊາດໂດຍປ່ອຍພວກນັກ
ໂທດການເມືອງເພີ່ມຕື່ມແລະ
ຢຸດເຊົາການໂຈມຕີ ຢ່າງຮຸນ
ແຮງຕໍ່ພວກຊົນຊາດຊົນເຜົ່າ
ກຸ່ມນ້ອຍ. ນອກນັ້ນ ທ່ານ
ນາງ Clinton ຍັງຮຽກຮ້ອງ
ໃຫ້ມຽນມາຢຸດເຊົາຄວາມສຳ
ພັນທາງທະຫານ ແບບຜິດ
ກົດໝາຍ ກັບເກົາຫຼີເໜືອ
ແລະເຄົາລົບນັບຖືມະຕິຂອງ
ນາໆຊາດໃນ ການຕໍ່ຕ້ານ
ການແຜ່ຜາຍອາວຸດນິວເຄລຍນັ້ນ.

ທ່ານນາງກ່າວຕໍ່ພວກນັກຂ່າວລຸນຫຼັງການພົບປະຄັ້ງປະວັດສາດກັບປະທານາທິບໍດີມຽນມາ
ທ່ານ Thein Sein ຊຶ່ງເປັນຜູ້ກຳກັບນຳການເອົາບາດຊົ່ວຄາວໃນການປະຕິຮູບຕ່າງໆນັບ
ແຕ່ທ່ານໄດ້ເຂົ້າກຳອຳນາດໃນເດືອນມີນາຜ່ານມາ. ອະດີດນາຍທະຫານມຽນມາທ່ານນີ້ໄດ້
ກ່າວຊົມເຊີຍຕໍ່ອັນທີ່ທ່ານເອີ້ນວ່າບົດຕອນໃໝ່ໃນຄວາມສຳພັນລະຫວ່າງສະຫະລັດກັບມຽນ
ມາ.

XS
SM
MD
LG