ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວອາເມຣິກັນ ຮຽກຮ້ອງ ໃຫ້ຕໍ່ສູ້ຕ້ານ ການປ່ຽນແປງ ຂອງດິນຟ້າອາກາດ (ວີດິໂອ)


ຊາວອາເມຣິກັນຫລາຍພັນຄົນ ພາກັນເດີນຂະບວນປະທ້ວງ ຢູ່ຕໍ່ໜ້າທໍານຽບຂາວ, ວັນທີ 17 ກຸມພາ 2013.
ຊາວອາເມຣິກັນຫລາຍພັນຄົນ ພາກັນເດີນຂະບວນປະທ້ວງ ຢູ່ຕໍ່ໜ້າທໍານຽບຂາວ, ວັນທີ 17 ກຸມພາ 2013.
ຊາວອາເມຣິກັນຫລາຍພັນຄົນ ໄດ້ໄປເຕົ້າໂຮມກັນຢູ່ນະຄອນ
ຫລວງວໍຊິງຕັນ ເພື່ອຊຸກຍູ້ໃຫ້ປະທານາທິບໍດີບາຣັກ ໂອບາມາ ເອົາມາດຕະການທີ່ແຂັງຂັນ ໃນການຕໍ່ສູ້ກັບການປ່ຽນແປງ
ຂອງດິນຟ້າອາກາດ ແລະສະພາວະອາກາດຮ້ອນເອົ້າຂຶ້ນ
ຫລື global warming.

ພວກປະທ້ວງໄດ້ເດີນທາງມາຈາກທົ່ວປະເທດ ເພື່ອເຂົ້າຮ່ວມ
ການໂຮມຊຸມນຸມທີ່ເອີ້ນວ່າ “ກ້າວໄປຂ້າງໜ້າດ້ານດິນຟ້າອາ
ກາດ” ໃນວັນອາທິດວານນີ້ ທີ່ຖືວ່າເປັນການໂຮມຊຸມນຸມກ່ຽວກັບ
ການປ່ຽນແປງຂອງດິນຟ້າອາກາດທີ່ໃຫຍ່ທີ່ສຸດ ໃນສະຫະລັດ.

ພວກປະທ້ວງໄດ້ຮຽກຮ້ອງ ໃຫ້ປະທານາທິບໍດີ ປະຕິເສດຕໍ່ໂຄງ
ການສ້າງທໍ່ ລໍາລຽງ Kystone XL ທີ່ມີຄວາມຍາວເກືອບຮອດ
3 ພັນກິໂລແມັດເພື່ອໃຊ້ລໍາລຽງນໍ້າມັນ ຈາກການາດາ ລົງໄປຫາອ່າວແມັກຊິໂກ. ພວກເຂົາ
ເຈົ້າຍັງຢາກໃຫ້ທ່ານໂອບາມາ ອອກຄໍາສັ່ງໃຫ້ອົງການປົກປ້ອງສະພາບແວດລ້ອມ ວາງມາດ
ຕະຖານຈໍາກັດການປ່ອຍອາຍແກ໊ສກາກບອນ ຂອງໂຮງງານຜະລິດໄຟຟ້ານໍາ.

ພວກປະທ້ວງບາງຄົນ ໄດ້ພາກັນຢືນຈັບມືກັນ ລຽນແຖວເປັນສາຍໂສ້ຄົນ ທີ່ເອີ້ນວ່າ “ທໍ່ ລໍາ
ລຽງມະນຸດ” ທີ່ເນັ່ງແຕ່ສະໜາມຫລວງແຫ່ງຊາດ ໄປຫາ ທໍານຽບຂາວ.

ໃນອາທິດແລ້ວນີ້ ໃນໂອກາດກ່າວຄໍາປາໄສຕໍ່ປະເທດຊາດນັ້ນ ທ່ານໂອບາມາໄດ້ສັນຍາວ່າ
ຈະມີການປະຕິບັດການຕໍ່ການປ່ຽນແປງຂອງດິນຟ້າອາກາດ ຊຶ່ງທ່ານເຕືອນວ່າ ຖ້າຫາກ
ລັດຖະສະພາບໍ່ປະຕິບັດການຢ່າງໄວວາແລ້ວ ທ່ານກໍຈະເປັນຜູ້ດໍາເນີນການເອງ.

ຜູ້ສະໜັບສະໜຸນການສ້າງທໍ່ລໍາລຽງນໍ້າມັນດັ່ງກ່າວໃຫ້ເຫດຜົນວ່າ ມັນຈະຊ່ວຍສ້າງ ໃຫ້ມີ
ວຽກເຮັດງານທໍາ ທີ່ມີຄວາມຕ້ອງການຫລາຍທີ່ສຸດ ແລະເຮັດໃຫ້ມີການຜະລິດພະລັງງານ
ເພີ້ມຂຶ້ນ ໃນສະຫະລັດ.

ເບິ່ງວີດິໂອການປະທ້ວງທີ່ສະຫະລັດ:

XS
SM
MD
LG