ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເວັບໄຊທ໌ ອົງການຊີໄອເອ ຖືກໂຈມຕີໃນມື້ວານນີ້


ພວກປະທ້ວງທີ່ໃສ່ໜ້າກາກ ຊຶ່ງເປັນສັນຍາລັກຂອງກຸ່ມ Anonymous ທີ່ທຳການໂຈມຕີທາງອິນເຕີແນັດ
ພວກປະທ້ວງທີ່ໃສ່ໜ້າກາກ ຊຶ່ງເປັນສັນຍາລັກຂອງກຸ່ມ Anonymous ທີ່ທຳການໂຈມຕີທາງອິນເຕີແນັດ

ເວັບ​ໄຊ​ທ໌​ອົງການ​ສືບ​ລັບ​ຊີ​ໄອ​ເອຂອງ​ສະຫະລັດໃຊ້​ການ​ບໍ່​ໄດ້​ໃນ​ມື້ວັນ​ສຸກວານ​ນີ້ ຫຼັງຈາກ​ກຸ່ມ
ໂຈມ​ຕີທາງ​ອິນ​ເຕີ​ແນັດ Anonymous ກ່າວອ້າງ​ວ່າ ຕົນ​ເປັນ​ຜູ້​ດຳ​ເນີນ​ການ.

ເວັບ​ໄຊ​ທ໌ CIA.gov ​ໄດ້​ກາຍ​ເປັນ​ເວັບ​ໄຊ​ທ໌ ທີ່​ບໍ່​ສາມາດ​ຕອບ​ຮັບ ​ໃນ​ຕອນ​ບ່າຍຂອງ​ວັນ
ສຸກ​ວານ​ນີ້.

ສື່​ສັງຄົມ Twitter ນຶ່ງທີ່​ພົວພັນ​ກັບ​ກຸ່ມ Anonymous ​ໄດ້​ສົ່ງ​ຂໍ້ຄວາມ​ ທີ່ຂຽນ​ວ່າ “CIA
TANGO DOWN ຊຶ່ງ​ຄຳ​ວ່າ Tango down ນີ້​ແມ່ນ​ຄຳ​ເວົ້າທາງ​ທະຫານທີ່​ໝາຍ​ເຖິງ​
ການ​ກຳຈັດ​ສະຕູ.

ພວກເຈົ້າໜ້າ​ທີ່ກິດຈະການ​ມວນ​ຊົນ​ຂອງ​ອົງການ​ສືບ​ລັບ​ຊີ​ໄອ​ເອ ທີ່​ວີ​ໂອ​ເອຕິດ​ຕໍ່​ໄປ​ຫານັ້ນ
ຍັງ​ບໍ່​ສາມາດ​ໃຫ້​ຄວາມ​ເຫັນ​ໃດໆ​ໃນ​ເວລາ​ນີ້.

ກຸ່ມ Anonymous ​ໄດ້​ມີ​ປະຫວັດ​ມາ​ແລ້ວ ໃນ​ການ​ໂຈມ​ຕີ​ເວັບ​ໄຊ​ທ໌ຕ່າງໆ​ຂອງ​ທາງ​ການ. ​
ໃນ​ເດືອນ​ແລ້ວນີ້ ກຸ່ມ​ດັ່ງກ່າວ ​ກໍ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ ​ໃນ​ການ​ເຮັດ​ໃຫ້​ເວັບ​ໄຊ​ທ໌
ຂອງ​ກະຊວງ​ຍຸຕິ​ທຳແລະ​ອົງການ​ສັນຕິ​ບານ​ກາງ FBI ຂອງ​ສະຫະລັດໃຊ້​ການ​ບໍ່​ໄດ້​ເປັນ​ເວ
ລາ​ສັ້ນໆ. ​ເປົ້າໝາຍ​ອື່ນໆ​ຂອງ​ກຸ່ມ​ດັ່ງກ່າວແມ່ນ​ຮວມທັງ​ເວັບ​ໄຊ​ທ໌ຂອງ​ກະຊວງ​ຍຸຕິ​ທຳ​ກຣີສ
ເວັບ​ໄຊ​ທ໌ຂອງ​ຕຳຫຼວດ​ໃນ​ນະຄອນ​ບອສ​ຕັນ ​ແລະ​ເວັບ​ໄຊ​ທ໌ຂອງ​ສຳນັກງານ​ທະນາຍຄວາມ​
ນຶ່ງ ທີ່​ໄດ້​ຕໍ່ສູ້​ຄະດີໃຫ້​ທະຫານ​ມາຣີນອະ​ເມຣິກັນ ທີ່​ຖືກ​ພົບ​ເຫັນ​ວ່າ​ມີ​ຄວາມ​ຜິດ​ ໃນ​ຖານ​ສັງ
ຫານ​ພົນ ລະ​ເຮືອນ​ອີຣັກ​ໃນ​ປີ 2005.

ເວັບ​ໄຊ​ທ໌ຂອງ​ອົງການ​ຊີ​ໄອ​ເອ ​ເຄີຍ​ຖືກ​ໂຈມ​ຕີ​ມາ​ແລ້ວ​ກ່ອນ​ໜ້ານີ້. ​ໃນ​ເດືອນມິ​ຖຸນາປີ​ກາຍ
ກຸ່ມ LulzSec ກໍ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ໃນ​ການ​ເຮັດ​ໃຫ້​ເວັບ​ໄຊທ໌ຂອງ​ຊີ​ໄອ​ເອ​ໃຊ້
ການ​ບໍ່​ໄດ້​ເປັນ​ສອງ​ຊົ່ວ​ໂມງ.

XS
SM
MD
LG