ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພົນເຮືອເອກຈີນ ກ່າວວ່າ ການຖົມເກາະດອນ ຂອງຕົນ “ເໝາະສົມ ຖືກຕ້ອງຕາມກົດໝາຍ ແລະມີເຫດມີຜົນ.”


Chinese Admiral Calls Island-Building 'Justified, Legitimate, Reasonable'
please wait

No media source currently available

0:00 0:02:14 0:00

ຊົມວິດີໂອ ກ່ຽວກັບ ຂ່າວນີ້

ຈີນໄດ້ປະຕິເສດຕໍ່ການຕິຕຽນຂອງສະຫະລັດ ໂດຍບໍ່ມີຄວາມ
ລັງເລໃຈ ກ່ຽວກັບກິດຈະກຳການບຸກເບີກທີ່ດິນຂອງພວກເຂົາ
ໃນທະເລຈີນໃຕ້. ບັນຫາດັ່ງກ່າວນີ້ ໄດ້ຄອບງຳລະບຽບວາລະ ການປະຊຸມກ່ຽວກັບບັນຫາຄວາມປອດໄພໃນພາກພື້ນປະຈຳປີ
ເຊິ່ງໄດ້ສຳເລັດໄປແລ້ວໃນວັນອາທິດທີ່ຜ່ານມາ. Steve
Herman ນັກຂ່າວວີໂອເອຂອງເຮົາໄດ້ລາຍງານມາ ຈາກ
ກອງປະຊຸມໃຫຍ່ Shangri-La ທີ່ຈັດຂຶ້ນໃນປະເທດສິງກະໂປ
ເຊິ່ງ ພຸດທະສອນ ມີລາຍລະອຽດມາ ນຳສະເໜີທ່ານ.

ນາຍພົນເຮືອເອກ ຈີນ ທ່ານ Sun Jinguo ຮອງເສນາທິການ ກອງທັບປົດປ່ອຍ ປະຊາຊົນ ຈີນ ໄດ້ກ່າວຖະແຫຼງຕໍ່ບັນດາຄະນະຜູ້ແທນ ໃນກອງປະຊຸມປະຈຳປີຄັ້ງນີ້, ໂດຍກ່າວເຖິງ ລັກສະນະ ໃນການຖົມດິນຂອງຈີນ ຢູ່ຕາມເກາະດອນຕ່າງໆໃນທະເລຈີນໃຕ້ວ່າ “ເໝາະສົມ ຖືກຕ້ອງຕາມກົດໝາຍ ແລະມີເຫດມີຜົນ.” ແລະ ກ່າວເພີ່ມເຕີມວ່າ ຈີນກຳລັງ ປະຕິບັດ “ການບໍລິການສາທາລະນະໃຫ້ນານາຊາດ.”

ທ່ານ ພົນເຮືອເອກ Sun Jianguo ໄດ້ກ່າວວ່າ “ມັນຈະບໍ່ມີ ການປ່ຽນແປງໃດໆ ກ່ຽວ
ກັບການອ້າງເອົາກຳມະສິດຂອງຈີນ ໃນທະເລຈີນໃຕ້ ຫຼືການປ່ຽນແປງໃດໆ ທ່າທີ ຂອງຈີນ ກ່ຽວກັບ ການແກ້ໄຂບັນຫາຂັດແຍ້ງຕ່າງໆ ຢ່າງສັນຕິ ໂດຍຜ່ານການເຈ
ລະຈາ ຫຼື ການປຶກສາຫາລື ກັນ.”

ທ່ານພົນເຮືອເອກຈີນ ຍັງຖືກລະດົມໂຈມຕີດ້ວຍຄຳຖາມຕ່າງໆ ໂດຍຮຽກຮ້ອງໃຫ້ທ່ານ
ອະທິບາຍຢ່າງຈະແຈ້ງຈາກບັນດານາຍທະຫານ, ນັກການທູດ, ນັກສຶກສາ ແລະ ນັກຂ່າວ ທີ່ຍັງມີຄວາມ ສົງໄສຢູ່ນັ້ນ. ແຕ່ວ່ານາຍທະຫານຂັ້ນສູງ ຂອງກອງທັບ ຈີນ ທ່ານນີ້ກໍ່ໄດ້ຍຶດ
ແໜ້ນກັບບົດປາໄສຂອງທ່ານ ໂດຍບໍ່ໄດ້ໃຫ້ຄວາມກະຈ່າງແຈ້ງໃດໆ.

ຍ້ອນແນວນັ້ນຈຶ່ງໄດ້ເຮັດໃຫ້ທຸກຄົນ ທີ່ເຂົ້າຮ່ວມກອງປະຊຸມຈຶ່ງ ພາກັນບໍ່ສະບາຍໃຈ ກ່ຽວກັບ ຈຸດປະສົງທີ່ບໍ່ຊັດເຈນຂອງຈີນ, ອີງຕາມຜູ້ຊີ້ນຳອາວຸໂສສຳລັບເຂດເອເຊຍ ຂອງສູນກາງເພື່ອ ຍຸດທະສາດ ແລະ ການສຶກສາສາກົນ, ທ່ານ Bonnie Glaser.

ທ່ານ Glaser ກ່າວວ່າ “ການອ່ານຄຳຕອບງ່າຍໆ ທີ່ໄດ້ກຽມໄວ້ຂອງຈີນ ຂ້າພະເຈົ້າຄິດ
ວ່າ ມັນແມ່ນການເວົ້າທີ່ເຂົ້າຂ້າງຕົນເອງເຊິ່ງບໍ່ພິຈາລະນາເຖິງການຮຽກຮ້ອງຂອງບັນດາ
ສະມາຊິກຈາກ ປະຊາຄົມນານາຊາດທີ່ໄດ້ກ່າວໄວ້ໃນທີ່ນີ້. ແລະຂ້າພະເຈົ້າກໍຄິດວ່າ
ມັນຈະຕ້ອງມີຄວາມຜິດຫວັງທີ່ໃຫຍ່ໂຕແທ້ໆ.

ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ທ່ານ Ashton Carter, ໄດ້ກ່າວໃນຄຳ
ປາໄສຂອງທ່ານ ໃນວັນເສົາຜ່ານມາວ່າ ການກໍ່ສ້າງຂອງ ຈີນ ໃນນ່ານນ້ຳທີ່ມີບັນຫາ
ຂັດແຍ້ງ ໄດ້ເຮັດໃຫ້ ຈີນ ຂັດແຍ້ງກັນກັບທັງກົດລະບຽບ ແລະບັນທັດຖານຂອງສາກົນ
ທີ່ເນັ້ນເຖິງ ຄວາມສຳຄັນຂອງໂຄງສ້າງຄວາມປອດໄພ ໃນ​ເຂດເອ​ເຊຍປາຊີຟິກ.

ທ່ານ Carter ໄດ້ກ່າວວ່າ “ທ່າທີຂອງພວກເຮົາ, ເພື່ອຄວາມກະ ຈ່າງແຈ້ງ, ກໍແມ່ນ
ວ່າ ຢາກໃຫ້ຜູ້ຮຽກຮ້ອງເອົາກຳມະສິດ ໃນທະເລ ຈີນໃຕ້ ທີ່ກຳລັງມີບັນຫາ ແມ່ນ
ຄວນຢຸດການຖົມດິນ ຂອງຕົນໄວ້ກ່ອນ, ບໍ່ໃຫ້ມີການດຳເນີນການທາງທະຫານ
ຕື່ມອີກ ແລະໃຫ້ດຳເນີນການແກ້ໄຂ ບັນຫາດ້ວຍສັນຕິວິທີ.”

ເຈົ້າໜ້າທີ່ທະຫານ ສະຫະລັດໄດ້ກ່າວວ່າ ເຮຶອລົບ ແລະ ເຮືອ ບິນຂອງຕົນທີ່ຢູ່ໃນນ່ານນ້ຳ
ແລະ ນ່ານຟ້າສາກົນ ຈະບໍ່ເອົາຫົວຊາ ຕໍ່ການຮຽກຮ້ອງຂອງ ຈີນ ເພື່ອໃຫ້ອອກໄປຈາກເຂດ
ຕ່າງໆຂອງທະເລຈີນໃຕ້.

ປັກກິ່ງໄດ້ອ້າງກຳມະສິດ ເອົາຫຼາຍໝູ່ເກາະໃນທະເລຈີນໃຕ້ວ່າເປັນດິນແດນຂອງຕົນ.
ແຕ່ວ່າການກ່າວອ້າງກຳມະສິດດັ່ງກ່າວ ແມ່ນບໍ່ມີຄວາມສົມບູນ ກັບປະເທດອື່ນໆຢູ່ໃນ
ຂົງເຂດ, ເຊິ່ງມີຫຼາຍປະເທດໄດ້ແຂ່ງກັນ ອ້າງກຳມະສິດໃນດິນແດນດັ່ງກ່າວ.

XS
SM
MD
LG