ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ດໍາເນີນຄະດີ ຊາວ​ຈີນ​ 3 ຄົນ ທີ່ພົວພັນ ການລັກ​ລອບ ​ຄ້າ​ນໍ​ແຮດ​.


ແຮດສອງໂຕ ທີ່ຖືກຄົນລັກລອບຕັດນໍອອກແລ້ວ
ແຮດສອງໂຕ ທີ່ຖືກຄົນລັກລອບຕັດນໍອອກແລ້ວ
ບັນດາ​ເຈົ້າໜ້າ​ທີ່ລັດຖະບານ​ກາງ​ສະຫະລັດ ​ໄດ້​ຕັ້ງ​ຂໍ້​ຫາ​ຕໍ່ຊາວ​ຈີນ​ສາມ​ຄົນ ທີ່​ມີ​ສ່ວນ​ໃນ​ຂະ​ບວນການ​ທຸ​ລະ​ກິດລັກ​ລອບ​ຄ້າ​ນໍ​ແຮດ​ລະຫວ່າງຊາດ.

ກະຊວງ​ຍຸຕິ​ທໍາ​ສະຫະລັດ​ເວົ້າ​ວ່າ ນາຍ Li Zhifei, ນາຍ Wei Shusen ​ແລະ​ນາຍ Wang Qing ຖືກ​ດໍາ​ເນີນ​ຄະດີ​ໃນ​ອາທິດ​ນີ້ທີ່​ສານ​ລັດຖະບານກາງ​ສະຫະລັດ​ທີ່ນະ ຄອນ Miami, New York ​ແລະ​ ​ເມືອງ Newark ລັດ New Jersey.

ສານ​ໄດ້​ຕັ້ງຂໍ້ຫາ​ວ່າ ນາຍ ລີ ​ໄດ້​ສົມຮູ້​ຮ່ວມ​ຄິດ​ລັກລອບ​ຂົນ​ສົ່ງນໍ​ແຮດຈໍາ ນວນຫຼາຍ ກວ່າ 20 ນໍ ຈາກ​ສະຫະລັດ​ໄປ​ຍັງ​ຮ່ອງ​ກົງ ​ແລະ​ນອກ​ນີ້​ຍັງ​ໄດ້ ຊື້​ນໍ​ແຮດ​ດໍາ​ສອງ​ນໍ​ຈາກ​ເຈົ້າໜ້າ​ທີ່​ນອກ​ເຄຶ່ອງ​ແບບ​ຂອງ​ກົມ​ປະມົງ​ແລະສັດ ປ່າ​ຂອງ​ສະຫະລັດ.

ນາຍ Wei ຫົວໜ້າ​ບໍລິຫານ​ທຸລະ​ກິດ​ຈີນ​ຄົນ​ນຶ່ງ ທີ່​ຖືກ​ກ່າວ​ຫາ​ວ່າ ພະຍາ ຍາມ​ໃຫ້​ສິນ​ບົນ​ແກ່​ເຈົ້າໜ້າ​ທີ່​ນອກ​ເຄຶ່ອງ​ແບບ​ຂອງ​ລັດຖະບານ​ກາງ ​ເພື່ອ ຊ່ວຍ​ເຫຼືອນາຍ ລີ. ນາຍ Wang ຖືກ​ຕັ້ງ​ຂໍ້​ຫາ​ວ່າ​ ລັກລອບ​ຈອກ​ທີ່​ເຮັດດ້ວຍ​ນໍ​ແຮດ ຈາກນະຄອນ​ນີວຢ໊ອກ ​ໄປ​ໃຫ້​ນາຍ ລີ ທີ່​ຮ່ອງ​ກົງ.

ກົດໝາຍ​ສາກົນ ​ແລະ​ສະຫະລັດໃຫ້​ການ​ພິທັກ​ຄຸ້ມ​ຄອງສັດຕ​ະກຸນ​ແຮ​ດໝົດ​ທຸກ​ປະ
ເພດ ​ໂຮມ​ທັງ​ສັດຕະ​ກຸນ​ແຮດດຳ ຫຼື black rhinoceros ທີ່ກຳລັງ​ຈະ​ສູນພັນ ຢູ່​ໃນ​ເຂດ​ອາ​ຟຣິກາ​ກາງ ​ແລະອາ​ຟຣິກາຕາ​ເວັນ​ອອກ​ນັ້ນ.

ຄວາມ​ຮຽກຮ້ອງ​ຕ້ອງການ ​ແລະ​ບວກ​ກັບ​ລາຄາ​ຕະຫຼາດມືດ ສໍາລັບ​ນໍ​ແຮດ ດັ່ງກ່າວ​ນັ້ນ ​ແມ່ນ​ໄດ້​ເພີ່ມ​ທະວີ​ຂຶ້ນ​ໄປ​ຢ່າງ​ໄວ​ ໃນ​ບໍ່​ເທົ່າ​ໃດ​ປີ​ຜ່ານ​ມາ​ນີ້ ​ໂດຍ​ສະ​ເພາະ​ໃນ​ຂົງ​ເຂດ​ເອ​ເຊຍ ບ່ອນ​ທີ່​ມີ​ການເອົານໍ​ແຮດມາ​ຄວັດ​ເປັນ ​ເຄຶ່ອງປະດັບ ​ເຄຶ່ອງ​ໃຫ້​ໂຊກ​ໃຫ້​ໄຊ​ຕ່າງໆ ​ແລະ​ກໍ​ຍັງ​ເຊື່ອກັນ​ອີກ​ວ່າ​ເປັນ​ຢາ​ບໍາລຸງຮ່າງກາຍ​ນໍາ​ອີກ.

ບັນດາ​ນັກ​ຊ່ຽວຊານ​ດ້ານ​ສັດ​ແລະ​ພືດ​ປ່າ ​ເວົ້າ​ວ່າ ຈໍານວນ​ສັດ​ຕ​ະກຸນ​ແຮ​ດ ປ່າທັງຫຼາຍ ໄດ້​ລົດ​ຈໍານວນ​ລົງຫຼາຍກວ່າ 90 ​ເປີ​ເຊັນ ນັບ​ຕັ້ງ​ແຕ່​ປີ 1970 ​ເປັນ​ຕົ້ນ​ມາ ຍ້ອນການ​ລັກ ລອບ​ຂ້າ​ນັ້ນ.
XS
SM
MD
LG