ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຸ່ມສາສະໜາ ຂອງທາງການຈີນ ໂຈມຕີສະຫະລັດ


ແຜນທີ່ຈີນ
ແຜນທີ່ຈີນ

ບັນດາກຸ່ມສາສະໜາທີ່ໄດ້ຮັບການອະນຸຍາດຢ່າງເປັນທາງການຂອງຈີນໄດ້ກ່າວໂຈມຕີ
ສະຫະລັດ ຫຼັງຈາກສະຫະລັດອີກຄັ້ງນຶ່ງໄດ້ຈັດເອົາຈີນເຂົ້າໄວ້ໃນບັນຊີ ລາຍຊື່ປະເທດ
ທີ່ໜ້າວິຕົກເປັນພິເສດກ່ຽວກັບອິດສະຫຼະພາບ ໃນການນັບຖືສາສະໜານັ້ນ.

ໃນຕົ້ນອາທິດນີ້ ກະຊວງການຕ່າງປະເທດສະຫະລັດໄດ້ນຳເຜີຍແຜ່ລາຍງານວ່າດ້ວຍອິດ
ສະຫຼະພາບໃນການນັບຖືສາສະໜານາໆຊາດ ສຳລັບເຄິ່ງທີ 2 ຂອງປີ 2010 ໂດຍໄດ້ລະ
ບຸຊື່ຂອງ 8 ປະເທດຮວມທັງຈີນວ່າ ມີປະວັດທີ່ໜ້າວິຕົກເປັນພິເສດກ່ຽວກັບບັນຫາດັ່ງກ່າວ.

ໃນຕອນແລງຂອງມື້ວັນສຸກວານນີ້ ອົງການຂ່າວຊິນຫົວຂອງທາງການຈີນ ໄດ້ອ້າງຖະແຫຼງ
ການສະບັບນຶ່ງ ຂອງບັນດາກຸ່ມສາສະໜາທີ່ໄດ້ຮັບການອະນຸຍາດຢ່າງເປັນທາງການຂອງ
ຈີນ ທີ່ກ່າວວ່າ ລາຍງານຂອງສະຫະລັດບໍ່ໄດ້ເອົາຫົວຊາຕໍ່ຄວາມຈິງພື້ນຖານທີ່ວ່າ ກົດໝາຍ
ຈີນໄດ້ໃຫ້ການປົກປ້ອງຄຸ້ມຄອງອິດສະຫຼະພາບ ໃນການເຊື່ອຖືສາສະໜາ ຕະຫຼອດທັງສິດ
ທິແລະຜົນປະໂຫຍດຕາມກົດໝາຍຂອງບຸກຄົນທີ່ພົວພັນກັບສາສະໜານຳດ້ວຍ. ຖະແຫຼງ
ການກ່າວຕື່ມວ່າ ລາຍງານຂອງສະຫະລັດພະຍາຍາມທີ່ຈະໃສ່ຮ້າຍຕໍ່ພາບພົດຂອງຈີນ.

ລາຍງານຂອງກະຊວງການຕ່າງປະເທດສະຫະລັດເວົ້າວ່າ ມີພຽງແຕ່ກຸ່ມ 5 ສາສະໜາທີ່
ໄດ້ຮັບການອະນຸຍາດຢ່າງເປັນທາງການຂອງຈີນ ທີ່ເອີ້ນວ່າ ສະມາຄົມສາສະໜາຮັກຊາດ
ທີ່ປະກອບດ້ວຍສາສະໜາພຸດ ສາສະໜາເຕົາ ສາສະໜາອິສລາມ ສາສະໜາກາໂຕລິກແລະ
ສາສະໜາໂປຣແຕັສຕັງ ໄດ້ຮັບອະນຸຍາດໃຫ້ຈົດທະບຽນ ແລະປະຕິບັດສາສະໜາກິດໄດ້.

XS
SM
MD
LG