ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຈີນ ແລະ ສະຫະລັດ ພົບປະຂັ້ນສູງ ເລື້ອງ ການ​ປາບປາມອາ​ຊະ​ຍາ​ກຳ ​ທາງອິນເຕີແນັດ


ລັດຖະມົນຕີກະຊວງຍຸຕິທຳສະຫະລັດ ທ່ານນາງ Loretta Lynch (ກາງ), ແລະ ລັດຖະມົນຕີກະຊວງຮັກສາຄວາມປອດ
ໄພພາຍ​ໃນ ທ່ານ Jeh Johnson (ຂວາ), ຕ້ອນຮັບທ່ານ Guo Shengkun ທີ່ປຶກສາຂອງຝ່າຍຈີນ ໃນວໍຊີງຕັນ, ວັນອັງຄານ, 1 ທັນວາ 2015.
ລັດຖະມົນຕີກະຊວງຍຸຕິທຳສະຫະລັດ ທ່ານນາງ Loretta Lynch (ກາງ), ແລະ ລັດຖະມົນຕີກະຊວງຮັກສາຄວາມປອດ ໄພພາຍ​ໃນ ທ່ານ Jeh Johnson (ຂວາ), ຕ້ອນຮັບທ່ານ Guo Shengkun ທີ່ປຶກສາຂອງຝ່າຍຈີນ ໃນວໍຊີງຕັນ, ວັນອັງຄານ, 1 ທັນວາ 2015.

ສະຫະລັດ ແລະຈີນ ໄດ້ທຳການພົບປະກັນໃນລະດັບສູງ ໃນສັບປະ
ດານີ້ ທີ່ມີຈຸດປະສົງ​ແນ​ໃສ່ເພື່ອຮ່ວມ​ມື​ກັນ​ເພີ້ມຂຶ້ນ ​ໃນ​ການ​ປາບ
ປາມອາ​ຊະ​ຍາ​ກຳ​ທາງອິນເຕີແນັດນັ້ນ.

ກະຊວງຍຸຕິທຳສະຫະລັດ ໄດ້ອອກຖະແຫຼງການສະບັບນຶ່ງ ໃນວັນ
ພຸດວານນີ້ ກ່ຽວ​ກັບຜົນ ຂອງການສົນທະນາຫາລືຂັ້ນສູງຮ່ວມ​ກັນ
ເທື່ອທຳອິດ ລະຫວ່າງສະຫະລັດ ແລະ ຈີນ ວ່າ​ດ້ວຍ​ອາ​ຊະ​ຍາ​ກຳທາງ​ອິນ​ເຕີ​ແນັດ ແລະຫຼາຍໆເລື້ອງທີ່ກ່ຽວຂ້ອງ. ທັງສອງຝ່າຍໄດ້ບັນລຸຂໍ້ຕົກລົງ ໃນ​ດ້ານ​ລະບຽບ​ຂອງ​ “ການຂໍຮ້ອງໃຫ້ມີການຊ່ອຍເຫຼືອ ກ່ຽວ​ກັບ​ອາ​ຊະ​ຍາ​ກຳ​ທາງ ອິນ​ເຕີ​ແນັດ ຫຼືກິດຈະກຳທີ່​ຜິດ​ກົດໝາຍອື່ນໆ ກ່ຽວກັບອິນ​ເຕີ​ແນັດ.” ທັງສອງຝ່າຍ ຍັງຕົກ ລົງທີ່ຈະ​ເສີມ​ຂະຫຍາຍ​ການປະສານງານ ໃນການກາບ​ປາມ​ອາ​ຊະ​ຍາ​ກຳ​ອື່ນໆ​ທາງ​ອິນ​ເຕີ ​ແນັດ ເຊັ່ນການສວຍ​ໃຊ້ຜົນ​ປະ​ໂຫຍ​ດຈາກພວກເດັກນ້ອຍ, ຮວມທັງ ການລັກຂະ​ໂມ​ຍຄວາມ​ລັບ​ດ້ານ​ການ​ຄ້າ ການ​ສໍ້​ໂກງ ​ແລະ​ການ​ນຳໃຊ້ເທັກໂນໂລຈີ​ໄປໃນທາງທີ່ຜິດ ແລະກິດຈະກຳຕິດຕໍ່ກັບ
ພວກກໍ່ການຮ້າຍ.

ການໂອ້ລົມ​ເຈລະຈາກັນນີ້ ແມ່ນ​ເປັນປະທານຮ່ວມໂດຍ ລັດຖະມົນຕີກະຊວງຍຸຕິທຳສະຫະ
ລັດ ທ່ານນາງ Loretta Lynch ແລະ ທ່ານ Jeh Johnson ລັດຖະມົນຕີກະຊວງ ຮັກສາ
ຄວາມປອດໄພພາຍ​ໃນ ພ້ອມທັງ ທີ່ປຶກສາຂອງຝ່າຍຈີນ ທ່ານ Guo Shengkun. ການ​ໂອ້​ລົມຫາລື​ດັ່ງກ່າວ ແມ່ນຜົນຂອງການ​ເຈລະຈາ​ລະຫວ່າງປະທານາທິບໍດີສະຫະລັດ ທ່ານບາ
ຣັກ ໂອບາມາ ແລະປະທານປະເທດຈີນ ທ່ານ Xi Jinping ໃນຂະນະທີ່ຜູ້ນຳຂອງຈີນ ໄດ້ທຳ
ການຢ້ຽມຢາມສະຫະລັດ ໃນຊ່ວງເດືອນກັນຍາຜ່ານມານີ້. ທັງສອງຜູ້ນຳໄດ້ຕົກລົງກັນວ່າ ບໍ່ແມ່ນທັງ ວໍຊີງຕັນ ຫຼືຈີນ ທີ່ຈະໃຫ້ການສະໜັບສະໜຸນ ແບບຮູ້ລ່ວງໜ້າກ່ຽວກັບການ
ລັກຂະໂມຍຊັບ​ສິນ​ທາງ​ດ້ານ​ສະຕິ​ປັນຍາ ຫຼື ຂໍ້​ມູນ​ຄວາມ​ລັບ ທາງ​ດ້ານ​ການ​ຄ້າ ຊຶ່ງບັນຫາ
ດັ່ງກ່າວນີ້ ຊຶ່ງ​ເປັນ​ບັນຫາ​ທີ່​ໄດ້​ກໍ່​ໃຫ້​ເກີດເຄັ່ງຕຶງຕໍ່ທັງສອງຝ່າຍ.

ສະຫະລັດ ໄດ້ຖີ້ມ​ໂທດ​ໃສ່ຈີນ ໃນການລ່ວງລະເມີດລະດັບສູງ ຫຼາຍໆຄັ້ງແບບເປັນລະບົບ ຕໍ່ລັດຖະບານສະຫະລັດ ແລະຕໍ່ທຸລະກິດອື່ນໆ ຊຶ່ງຮວມທັງ ການລັກຂະໂມຍ ຂໍ້ມູນສ່ວນ ຕົວຂອງພະນັກງານລັດຖະບານ ຈຳນວນ 21 ລ້ານຄົນ ຫຼັງຈາກທີ່ໄດ້ທີການລັກລອບເຂົ້າໄປ​ເຈາະ​ຂໍ້​ມູນໃນລະບົບຂອງຫ້ອງຄຸ້​ມຄອງ​ພະນັກງານຂອງ​ລັດຖະບານ​ກາງ ໃນຕົ້ນປີນີ້.


The United States and China held high-ranking talks this week aimed at furthering cooperation in combating cybercrime.

The U.S. Justice Department issued a statement Wednesday on the results of the first-ever U.S.-China High-Level Joint Dialogue on Cybercrimes and Related Issues. The two sides reached agreement on guidelines for "requesting assistance on cybercrime or other malicious cyber activities." They also agreed to enhance cooperation in combating such cybercrimes as child exploitation, theft of trade secrets, fraud and misuse of technology and communications for terrorist activities.

The talks were co-chaired by Attorney General Loretta Lynch and Homeland Security Secretary Jeh Johnson, along with Chinese State Councilor Guo Shengkun. The dialogue is the result talks between U.S. President Barack Obama and Chinese President Xi Jinping during the Chinese leader's state visit to the U.S. back in September. Both presidents agreed that neither Washington nor Beijing will conduct or "knowingly" support cyber theft of intellectual property or commercial trade secrets, an issue that has been a source of tensions.

The U.S. has blamed China for a series of high-profile cyberattacks on U.S. government and business entities in recent years, including the theft of personal information of more than 21 million federal employees after hackers broke into the computer systems of the Office of Personnel Management earlier this year.

The Washington Post is reporting that Chinese authorities recently arrested "a handful of hackers" allegedly involved in the breach of OPM's database. Beijing has repeatedly described the attack as criminal in nature, rather than a state-sponsored intrusion.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 19 ເມສາ 2024

XS
SM
MD
LG