ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ສະຫະລັດ ກັບ ຈີນ ພົບປະກັນ ໃນການສົນທະນາຍຸດທະສາດ ຄັ້ງທີ 7


US, China Officials to Meet for Strategic and Economic Dialogue
please wait

No media source currently available

0:00 0:03:12 0:00

ເບິ່ງວີດີໂອ ກ່ຽວກັບລາຍງານນີ້.

ບັນດາ​ເຈົ້າ​ໜ້າ​ທີ່ ​ສະຫະລັດແລະ​ຈີນ ຈະເພັ່ງ​ເລັງ​ໃສ່ເລື່ອງ​ບັນຫາ​
ທ້າ​ທາຍ​ແລະ​ໂອກາດ​ຕ່າງໆທີ່​ມີ​ຮ່ວມ​ກັນ ​ໃນ​ລະຫວ່າງການ​ສົນທະ
ນາ​ດ້ານ​ຍຸດ​ທະ​ສາດ​ແລະ​ເສດຖະກິດ ປະຈຳ​ປີທີ 7 ທີ່ໄຂ​ຂຶ້ນ​ໃນ​ວັນ
ຈັນ​ວານ​ນີ້. ​ໃນ​ລະຫວ່າງ​ກອງ​ປະຊຸມ​ສອງ​ວັນ ທີ່​ນະຄອນຫລວງ​
ວໍ​ຊິງ​ຕັນ​ຄັ້ງ​ນີ້ ບັນດາ​ນັກການ​ທູດ​ຂັ້ນ​ສູງ​ຂອງ​ສະຫະລັດ ຍັງ​ຈະ​
ເວົ້າເຖິງ​ເລື່ອງ​ຄວາມ​ເປັນ​ຫ່ວງ​ຂອງ​ຕົນ ກ່ຽວ​ກັບປະຫວັດດ້ານ​ສິດ
ທິມະນຸດ​ຂອງ​ຈີນ ການ​ພົວພັນ​ຂອງຈີນ​ໃນການລະ​ເມີດ​ຄວາມ​ໝັ້ນ
ຄົງ​ທາງ​ຄອມ​ພິວ​ເຕີ້​ຂອງ​ສະຫະລັດຕາມ​ທີ່​ມີ​ການ​ກ່າວ​ຫາ​ນັ້ນ ​ແລະ
​ເລື່ອງໂຄງການ​ກໍ່ສ້າງທີ່​ເປັນ​ຫົວ​ຂໍ້​ຂັດ​ແຍ້​ງກັນຂອງ​ຈີນ ຢູ່​ທະ​ເລ​
ຈີນ​ໃຕ້ນັ້ນ​ນຳ. Pam Dockins ຜູ້​ສື່​ຂ່າວ​ວີ​ໂອ​ເອ ມີ​ລາຍ​ງານ ຊື່​ງ
ດາຣາຈະ​ນຳ​ມາສະ​ເໜີ​ທ່ານ.


​ໃນ​ຕອນ​ທີ່​ບັນດາ​ນັກ​ການ​ທູດ​ຂັ້ນ​ສູງ​ສຸດ​ ຂອງ​ສະຫະລັດ​ແລະ​ຈີນ ​ໄປ​ເຕົ້າ​ໂຮມ​ກັນ ​ເພື່ອ​ເຂົ້າ​ຮ່ວມ​ການສົນທະນາ​ດ້ານ​ຍຸ​ທະ​ສາດ​ປະຈຳ​ປີທີ 6 ຢູ່​ນະຄອນຫລວງ​ປັກ​ກິ່ງ​ ເມື່ອ​ປີ​ກາຍ​ນີ້ ປະທານ​ປະ​ເທດ​ຈີນ ທ່ານ Xi Jinping ກ່າວ​ວ່າ ​ເວລາ​ປະ​ເຊີນ​ໜ້າ​ກັບ​ບັນຫາ​ຕ່າງໆ​ນັ້ນ ​
ມັນ​ສຳຄັນ​ທີ່​ສຸດ​ທີ່​ປະ​ເທດ​ທັງ​ສອງ ຈະ​ຕ້ອງ​ທຳ​ງານ​ຮ່ວມ​ກັນ ​ເພື່ອ​ແກ້​ໄຂ​ບັນຫາ ​ແທນ​ທີ່​
ຈະ​ເບິ່ງ​ເຫັນ​ມັນ​ວ່າ “ໜ້າ​ຢ້ານ​ກົວ.”

​ໃນ​ຂະນະ​ທີ່​ກ້າວ​ເຂົ້າ​ສູ່ການ​ເຈລະຈາ​ປະຈຳ​ປີ​ນີ້ ​ເຈົ້າ​ໜ້າ​ທີ່​ທ່ານ​ໜຶ່ງ​ຂອງ​ສະຫະລັດ ກ່າວ​ວ່າ ທັງສອງ​ປະ​ເທດ ຈະ​ເພັ່ງ​ເລັງ​ໃສ່​ເລື່ອງ​ ​ຄວາມ​ເປັນ​ຫ່ວງຮ່ວມ​ກັນ​ຕ່າງໆ ​ເປັນ​ຕົ້ນ​ວ່າ ​ເລື່ອງ​ການ​ປ່ຽນ​ແປງ​ຂອງ ດິນ​ຟ້າ​ອາກາດ ​ແລະ​ຈະ​ຫາ​ທາງ​ແກ້​ໄຂ​ເລື່ອງ​ຄວາມ​ເປັນ​ຫ່ວງ​ຮ່ວມ​ກັນ​ກ່ຽວ​ກັບ​ໂຄງການ​ນິວ​ເຄລຍ ຂອງ​ອິຣ່ານ​ແລະ​ເກົາຫລີ​ເໜືອ.

​ແຕ່​ວ່າ ນອກນີ້​ແລ້ວ ກໍຍັງ​ຈະ​ມີ​ການ​ສົນທະນາ​ກັນ​ກ່ຽວ​ກັບເລື່ອງປະຫວັດດ້ານສິດທິ​ມະນຸດ ຂອງ​ຈີນນັ້ນ​ນຳ ອິງ​ຕາມ ທ່ານ Daniel Russel ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການຕ່າງ
ປະ​ເທດ​ສະຫະລັດ ສຳ​ຫລັບ​ກິດຈະການ​ເອ​ເຊ​ຍຕາ​ເວັນ​ອອກ​ແລະ​ປາຊີ​ຟິກ ທີ່​ໄດ້​ຖະ​ແຫລງ
ຕໍ່​ນັກ​ຂ່າວ.

ທ່ານ Russel ກ່າວ​ວ່າ “​ເປັນ​ຕົ້ນ​ວ່າ ການ​ຈຳກັດ​ຮັດ​ແຄບ​ເນື້ອ​ທີ່ ສຳ​ຫລັບ​ໃຫ້​
ສັງຄົມ​ພົນລະ​ເມືອງ​ໄດ້​ປະຕິບັດ​ງານ ຢູ່​ໃນ​ປະ​ເທດ​ຈີນ ການ​ຂັດຂວາງ​ຕ່າງໆ​
ທີ່​ພວກ​ທ່ານ ນັກ​ຂ່າວທັງຫລາຍ ​ໄດ້​ປະ​ເຊີນ ​ໃນ​ການ​ເຮັດ​ວຽກ​ຢູ່​ໃນ​ປະ​ເທດ​
ຈີນ ​ເລື່ອງຮ່າງກົດໝາຍທີ່​ເປັນ​ບັນຫາ​ກ່ຽວ​ກັບ​ພວກ NGO ຫລື​ພວກ​ກອົງການ​
ທີ່ບໍ່​ຂຶ້ນ​ກັບ​ລັດຖະບານ ​ທີ່​ໄດ້​ກໍ່​ໃຫ້​ເກີດ​ຄວາມ​ເປັນ​ຫ່ວງ​ ​ແລະກາ​ນຄັດຄ້ານຢ່າງ​
ໃຫຍ່​ຫລວງ. ຂ້າພະ​ເຈົ້າແນ່​ໃຈວ່າ ​ເລື່ອງ​ເຫລົ່າ​ນັ້ນ​ແມ່ນ​ຈະ​ລວມຢູ່​ໃນ​ບັນຫາ
​ຕ່າງໆທີ່​ຈະ​ຖືກ​ຍົກ​ຂຶ້ນ​ມາ​ເວົ້າ​ກັນ.”

ການ​ກໍ່ສ້າງ​ເກາະ​ດອນ​ຂອງ​ຈີນຢູ່​ໃນ​ເຂດ​ທະ​ເລ​ຈີນ​ໃຕ້ ທີ່​ເປັນ​ຂໍ້​ຂັດ​ແຍ້​ງກັນກັບ​ເພື່ອນ​ບ້ານ
ຂອງ​ຈີນ​ນັ້ນ ກໍ​ຢູ່​ໃນ​ຄວາມ​ເປັນ​ຫ່ວງ​ຂອງ​ສະຫະລັດ​ເຊັ່ນ​ກັນ.

ລັດຖະມົນຕີ​ຊ່ວຍ Daniel Russel ກ່າວ​ວ່າ “ສິ່ງ​ທີ່​ພວກ​ເຮົາ​ຢາກ​ເຫັນ​ນັ້ນ ກໍ​ຄື​
ເຂດ​ທະ​ເລ​ຈີນ​ໃຕ້ ທີ່​ກຳ​ປັ່ນ​ລຳ​ນ້ອຍໆ ຈາກ​ຟີ​ລິບ​ປິນ ຈາກ​ຫວຽດນາມ ຫລື​ວ່າ
ມາ​ເລ​ເຊຍ ຈະ​ສາມາດ​ແລ່ນ​ຢູ່​ໃນ​ເຂດ​ນ່ານນ້ຳ​ສາກົນ​ໄດ້ ດ້ວຍ​ຄວາມໝັ້ນໃຈ
ດັ່ງ​ດຽວ​ກັນ​ກັບ​ທີ່​ກຳ​ປັ່ນ​ລຳ​ໃຫຍ່​ທີ່​ສຸດ​ຂອງ​ສະຫະລັດ ສາມາດ​ແລ່ນ​ຜ່ານ​ໄປ​ໄດ້ ​
ໃນ​ເຂດ​ນ່ານນ້ຳ​ດຽວ​ກັນ.”

ນັກວິ​ເຄາະ​ຂ່າວ​ເອ​ເຊຍ Alison Kaufman ​ໄດ້​ໃຫ້ການ ຕໍ່​ຄະນະ​ກຳມາ​ທິການ​ໜຶ່ງ​ຂອງ
ສະພາ​ຕ່ຳ​ສະຫະລັດ​ວ່າ ບັນດາ​ອຳນາດ​ໃນ​ຂົງ​ເຂດນັ້ນ ພວມ​ລໍຖ້າ​ເບິ່ງ​ວ່າ ສະຫະລັດ​ຈະ
ປະຕິບັດ​ການ ​ເພື່ອ​ສະໜັບສະໜຸນຄຳ​ເວົ້າ​ຂອງ​ຕົນ ທີ່​ວ່າການ​ປະພຶດ​ຂອງ​ຈີນຢູ່​ໃນ​ທະ​ເລ
ຈີນໃຕ້ ​ເປັນ​ທີ່​ຮັບ​ເອົາ​ບໍ່​ໄດ້​ນັ້ນ ຫລື​ບໍ່.

ທ່ານ​ນາງ Alison Kaufman ກ່າວ​ຕໍ່​ໄປ​ວ່າ “ຂ້າພະ​ເຈົ້າ​ມັກ​ຈະ​ຄິດ​ວ່າ ຖ້າ​ຫາກ
ສະຫະລັດ​ບໍ່​ເຮັດ​ຫຍັງ ໝາຍ​ຄວາມ​ວ່າ ​ຖ້າ​ຫາກ​ວ່າຈີນ​ປະຕິບັດ​ໄປ​ຕາມ​ການ​ກ່າວ​
ອ້າງ​ກຳມະສິດ​ມາ​ແຕ່​ດົນ​ນານ​ຂອງ​ຕົນ ​ແລ​ະສະຫະລັດ​ກໍ​ຍັງ​ສືບຕໍ່ສະ​ແຫວ​ງຫາ​
ສາຍ​ພົວພັນ​ກັບ​ຈີນ ​ໃນ​ດ້ານອື່ນ​ຕ່າງໆ ເຫລົ່າ​ນັ້ນ​ແລ້ວ ບັນດາ​ປະ​ເທດ​ທັງຫລາຍ​
ໃນ​ຂົງ​ເຂດ ກໍ​ຈະ​ພາກັນ​ເວົ້າ​ວ່າ ​‘ສະຫະລັດ​ຄົງ​ຈະ​ບໍ່​ໝາຍ​ຄວາມ​ວ່າ​ດັ່ງ​ນັ້ນ​ແທ້ໆ’.”


​ແຕ່​ທີ່​ປຶກສາ​ກ່ຽວ​ກັບ​ເອ​ເຊຍ Bonnie Glaser ຈາກ​ສູນ​ກາງ​ສຶກສາ​ຍຸ​ທະ​ສາດ​ແລະ​ນາໆຊາດ
ມີ​ຄວາມ​ເຫັນ​ວ່າ ສະຫະລັດ ພຽງ​ປະ​ເທດ​ດຽວ ​ແມ່ນ​ມີ​ອຳນາດ​ງັດ​ງ້າງ​ນ້ອຍ​ຫລາຍ​ກັບ​ຈີນ.

ທ່ານ​ນາງ Bonnie Glaser ​ເວົ້າ​ວ່າ “ນີ້​ແມ່ນ​ບັນຫາ​ໂລກ​ແທ້ໆ​ແຫລະ. ຫລາຍໆ​
ປະ​ເທດ​ໃນ​ທົ່ວ​ໂລກ ​ແມ່ນ​ມີ​ສ່ວນ​ໄດ້​ສ່ວນ​ເສຍ​ຢ່າງ​ສຳຄັນ ​ໃນ​ການ​ຮັກສາ​ສະ
ຖຽນ​ລະ​ພາບຢູ່​ໃນ​ເຂດ​ທະ​ເລ​ຈີນ​ໃຕ້​ເອົາ​ໄວ້. ທຸກໆ​ປະ​ເທດ​ແມ່ນ​ມີ​ການຂົນ​ສົ່ງ
ຜ່ານ​ເຂດ​ນັ້ນ.”

ໃນ​ລະຫວ່າງ​ການ​ສົນທະນາ​ຍຸ​ທະ​ສາ​ດນັ້ນ ພວກ​ເຈົ້າ​ໜ້າ​ທີ່​ສະຫະລັດ ຍັງ​ຈະ​ຍົກ​ຂຶ້ນ​ມາ​ເວົ້າ ​ເລື່ອງ​ທີ່​ສະຫະລັດ​ສົງ​ໄສ​ວ່າ ຈີນ​ໄດ້​ມີ​ບົດບາດ​ໃນ ການລະ​ເມີດ​ຄວາມ​ໝັ້ນຄົງ​ດ້ານ​ຂໍ້​ມູນທາງ
ໄຊ​ເບີຂອງ​ສະຫະລັດ ຄື​ກັນ​ກັບ​ອັນ​ທີ່​ໄດ້​ມີ​ການ​ເປີດ​ເຜີຍ​ໃຫ້​ຮູ້​ເມື່ອ​ໄວ​ໆ​ມາ​ນີ້ ທີ່​ວ່າ​ໄດ້​ມີ​ການ​ແຮັກ​ ຫລື​ເຈາະ​ເອົາ​ຂໍ້​ມູນ​ສ່ວນ​ຕົວ ຂອງ​ພະນັກງານ​ປັດຈຸ​ບັນ​ແລະ​ອະດີດຂອງ ລັດຖະບານ
ກາງ​ສະຫະລັດ ຫລາຍ​ລ້ານ​ຄົນ​ນັ້ນ.

ທ່ານ​ນາງ Bonnie Glaser ຈາກ​ສູນ​ກາງ​ສຶກສາ​ ຍຸ​ທະ​ສາດ​ແລະ​ນາໆ​ຊາດ ກ່າວ​ວ່າ
“ຂ້າພະ​ເຈົ້າ​ຄິດ​ວ່າ ​ເລື່ອງ​ນີ້​ແມ່ນ​ເປັນ​ໜຶ່ງ​ໃນ​ບັນຫາ ທີ່​ເລື່ອນ​ໄຫລ​ທີ່​ສຸດ​ໃນ​ສາຍ​
ພົວພັນ​ລະຫວ່າງ​ສະຫະລັດ ກັບ​ຈີນ.”

ທ່ານ​ນາງ Glaser ກ່າວ​ອີກ​ວ່າ ສະຫະລັດ​ກັບ​ຈີນ ​ແມ່ນ​ບໍ່​ໄດ້​ທຳ​ຄວາມ​ກ້າວໜ້າ​ໃດໆ​ເລີຍ
ກ່ຽວ​ກັບ​ບັນຫາ​ນີ້ ​ເຖິງ​ແມ່ນ​ໄດ້​ການ​ສົນທະນາ​ກັນ ​ໃນ​ລະດັບ​ສູງ​ສຸດ​ຂອງ​ລັດຖະບານ​ກໍ​ຕາ​ມ.

XS
SM
MD
LG