ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ຮຽກຮ້ອງໃຫ້ ຈີນປ່ອຍທ່ານ Liu Xiaobo


ນັກຄັດຄ້ານລັດຖະບານທີ່ຖືກຈຳຄຸກ ທ່ານ Liu Xiaobo ຜູ້ທີ່ໄດ້ຮັບ ລາງວັນໂນແບລ ຂະແໜງສັນຕິພາບ ໃນປີກາຍນີ້.
ນັກຄັດຄ້ານລັດຖະບານທີ່ຖືກຈຳຄຸກ ທ່ານ Liu Xiaobo ຜູ້ທີ່ໄດ້ຮັບ ລາງວັນໂນແບລ ຂະແໜງສັນຕິພາບ ໃນປີກາຍນີ້.

ສະຫະລັດຮຽກຮ້ອງອີກເທື່ອໃໝ່ໃຫ້ຈີນປ່ອຍນັກຄັດຄ້ານລັດຖະບານທີ່ຖືກຈຳຄຸກ ທ່ານ
Liu Xiaobo ຜູ້ທີ່ໄດ້ຮັບລາງວັນໂນແບລຂະແໜງສັນຕິພາບເມື່ອນຶ່ງປີກ່ອນນັ້ນ.

ໂຄສົກກະຊວງການຕ່າງປະເທດສະຫະລັດ ທ່ານນາງ Victoria Nuland ໄດ້ທຳການຮຽກ ຮ້ອງເທື່ອໃໝ່ໃນມື້ວັນສຸກວານນີ້ ຂະນະທີ່ກຳມະການມອບລາງວັນໂນແບລ ປະກາດຊື່ຜູ້ທີ່
ໄດ້ຮັບລາງວັນໂນແບລຂະແໜງສັນຕິພາບສຳລັບປີນີ້. ນອກນັ້ນທ່ານນາງ Nuland ຍັງໄດ້
ຮຽກຮ້ອງໃຫ້ປັກກິ່ງ ຢຸດເຊົາການຮາວີລົບກວນ ຕໍ່ພັນລະຍາຂອງທ່ານ Liu ແລະປະຕິບັດ
ຕາມພັນທະນາໆຊາດທາງດ້ານສິດທິມະນຸດຂອງຕົນ.

ທ່ານ Liu ຊຶ່ງໄດ້ຖືກພົບເຫັນວ່າມີຄວາມຜິດ ໃນຂໍ້ຫາພະຍາຍາມລົ້ມລ້າງລັດຖະບານ ໃນ
ເດືອນທັນວາປີ 2009 ຫຼັງຈາກໄດ້ເປັນຜູ້ຮ່ວມແຕ່ງຄຳປະກາດທີ່ນິຍົມ ປະຊາທິປະໄຕແລ້ວ
ນັ້ນ ທ່ານແມ່ນຄົນຈີນຜູ້ທຳອິດ ທີ່ໄດ້ຮັບລາງວັນໂນແບລຂະແໜງສັນຕິພາບອັນມີກຽດທີ່
ນະຄອນອົສໂລໃນປີກາຍນີ້.

ທາງການຈີນ ບໍ່ອະນຸຍາດໃຫ້ຄອບຄົວຂອງທ່ານໄປຢ້ຽມໃນລະຫວ່າງທີ່ຖືກຄຸກເປັນເວລາ
3 ປີ ແລະລັດຖະບານໄດ້ສັ່ງໃຫ້ກັກບໍລິເວນນາງ Liu Xia ພັນລະຍາຂອງທ່ານໂດຍປາສະ
ຈາກຂໍ້ຫາ.

XS
SM
MD
LG