ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນັກເຄື່ອນໄຫວ ຕາບອດຈີນ ຢາກໄປຮຽນຕໍ່ ຢູ່ຕ່າງປະເທດ


ໂຮງໝໍ Chaoyang ໃນນະຄອນຫຼວງປັກກິ່ງ ບ່ອນທີ່ນັກເຄື່ອນໄຫວຕາບອດ ພັກເຊົາຢູ່ໃນເວລານີ້ (4 ພຶດສະພາ 2012)
ໂຮງໝໍ Chaoyang ໃນນະຄອນຫຼວງປັກກິ່ງ ບ່ອນທີ່ນັກເຄື່ອນໄຫວຕາບອດ ພັກເຊົາຢູ່ໃນເວລານີ້ (4 ພຶດສະພາ 2012)

ຈີນ​ກ່າວ​ວ່າ ນັກ​ເຄື່ອນ​ໄຫວ​ຕາບອດ Chen Guangchen ອາດ​ຂໍ​ໄປ​ຮຽນ​ຕໍ່​ຢູ່ຕ່າງປະ​ເທດ
ທ່າມກາງ​ທີ່​ມີ​ຮ່ອງຮອຍ ​ສະ​ແດງ​ໃຫ້​ເຫັນເຖິງ​ຄວາມ​ກ້າວໜ້າ ກ່ຽວ​ກັບບັນຫາ​ຂັດ​ແຍ້​ງດ້ານ
​ການ​ທູດທີ່​ເລີ່​ມຂຶ້ນ​ເວລາ​ຜູ້ກ່ຽວ​ຫຼົບໜີ​ຈາກ​ການ​ກັກ​ບໍລິເວນ​ແລະ​ຂໍ​ເຂົ້າ​ໄປ​ລີ້​ໄພ​ຢູ່​ສະຖານທູດ​
ສະຫະລັດ.

ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ​ນາງ Hillary Clinton ກ່າວ​ຕໍ່ ພວກ​ນັກ​ຂ່າວ​
ທີ່​ນະຄອນຫຼວງປັກ​ກິ່ງ​ໃນ​ວັນ​ສຸກ​ວານ​ນີ້ວ່າ ທ່ານ​ນາງ​ໄດ້​ມອງ​ເຫັນຄວາມ​ກ້າວໜ້າ ໃນ​ເລື່ອງ
​ຂອງ​ທ່ານ Chen ​ແລະ​ມີ​ກຳລັງ​ໃຈກ່ຽວ​ກັບ​ການ​ເອົາ​ທ່າທີ​ຫຼ້າ​ສຸດ​ຂອງ​ຈີນ. ລັດຖະມົນຕີ​ການ
​ຕ່າງປະ​ເທດ​ສະຫະລັດເດີນທາງ​ໄປ​ຍັງ​ນະຄອນ​ຫຼວງຂອງ​ຈີນ​ເພື່ອ​ເຂົ້າຮ່ວມ​ກອງ​ປະຊຸມ​ປະຈຳ
​ປີ​ລະດັບ​ສູງ ຊຶ່ງ​ສ່ວນ​ໃຫຍ່​ແລ້ວ​ແມ່ນ​ໄດ້​ຖືກ​ບົດ​ບັງ​ໂດຍ​ເລື່ອງ​ຂອງ​ທ່ານ Chen.

​ເຈົ້າໜ້າ​ທີ່​ສະຫະລັດ​ ໄດ້​ໃຫ້ການ​ຢືນຢັນ​ກ່ຽວ​ກັບ​ລາຍ​ງານ​ຂ່າວ​ທີ່​ວ່າທ່ານ Chen ໄດ້ຮັບ​ຈົດ
ໝາຍ​ສະບັບ​ນຶ່ງ​ຈາກ​ມະຫາວິທະຍາ​ໄລ​ອາ​ເມຣິກັນສະ​ເໜີ​ໃຫ້​ທຶນ​ການສຶກສາ​ແກ່​ທ່ານ​ໄປ​ຮຽນ
​ຕໍ່​ທີ່​ນັ້ນ. ນຶ່ງ​ໃນ​ບັນດາ​ໝູ່​ເພື່ອນ​ຂອງ​ທ່ານ​ເວົ້າວ່າ ສະຖາບັນ​ດັ່ງກ່າວ ​ແມ່ນ​ມະຫາວິທະຍາ​ໄລ
​ນິວຢອກແລະ​ນັກ​ເຄື່ອນ​ໄຫວ​ຕາບອດ​ທ່ານ​ນີ້ ຫວັງ​ວ່າ​ຈະ​ໄດ້​ເດີນທາງ​ມາ​ຍັງ​ສະຫະລັດ​ຊົ່ວໄລ
ຍະ​ນຶ່ງ ກ່ອນ​ທີ່​ຈະ​ເດີນທາງ​ກັບ​ຄືນ​ໄປ​ຈີນ.

ຂະນະ​ທີ່​ເຫດການ​ຫຼ້າສຸດ​ພວມ​ປະກົດ​ອອກ​ມາ​ໃຫ້​ເຫັນ​ນັ້ນ ທ່ານ Chen ກ່າວ​ຕໍ່ພະ​ແນ​ກພາ
ສາ​ຈີນ​ກາງຂອງວີ​ໂອ​ເອ​ໂດຍ​ທາງ​ໂທລະສັບ​ວ່າ ​ເຈົ້າໜ້າ​ທີ່​ລະດັບ​ສູງຂອງ​ລັດຖະບານ​ຄົນ​ນຶ່ງ​ໄດ້​
ສົ່ງ​ດອກ​ໄມ້​ສົດ​ໄປ​ຍັງ​ຫ້ອງ​ທີ່​ທ່ານ​ພັກ​ຢູ່ໃນໂຮງໝໍ​ກຸງ​ປັກ​ກິ່ງ.

ທ່ານ Liu Weimin ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ ທ່ານ Chen ສາມາດ​ຍື່ນ
​ຄຳ​ຮ້ອງ​ເພື່ອ​ເດີນທາງ​ອອກ​ຈາກ​ຈີນ​ໄປ​ຮຽນ​ຕໍ່ຕ່າງປະ​ເທດໄດ້ ຄື​ກັນ​ກັບ​ພົນລະ​ເມືອງ​ຈີນ​ຄົນ
​ອື່ນໆ.

ການ​ປະກາດ​ທີ່​ວ່າ​ນີ້​ ໄດ້​ມີ​ຂຶ້ນລຸນ​ຫຼັງການ​ຮ້ອງຮຽນ​ເປັນ​ລຳດັບ​ມາໂດຍ​ທ່ານ Chen ທີ່​ກ່າວ​
ວ່າ ທ່ານ​ເປັນ​ຫ່ວງ​ກ່ຽວ​ກັບ​ເລື່ອງ​ຄວາມ​ປອດ​ໄພ​ຂອງ​ທ່ານ​ ແລະຢາກ​ເດີນທາງ​ມາ​ຍັງ​ສະຫະ
ລັດ​ໃນ​ເວລາ​ນີ້.

ຕົ້ນຕໍ​ແລ້ວ ທ່ານ Chen ​ໄດ້​ຮັບເອົາ​ການ​ຕົກລົງ​ທີ່​ບັນລຸ​ໂດຍ​ເຈົ້າໜ້າ​ທີ່​ສະຫະລັດ​ກັບ​ເຈົ້າໜ້າ​
ທີ່​ຈີນທີ່​ຈະ​ອຳນວຍໃຫ້​ຜູ້ກ່ຽວ ​ໄປ​ຢູ່​ໃນ​ສະຖານ​ທີ່​ປອດ​ໄພແຫ່ງ​ນຶ່ງໃນປະ​ເທດ​ຈີນ​ ແລະ​ສຶກສາ​
ດ້ານ​ກົດໝາຍແຕ່​ທ່ານ​ໄດ້​ປ່ຽນ​ໃຈ​ບໍ່​ເທົ່າ​ໃດ​ຊົ່ວ​ໂມ​ງລຸນຫຼັງ​ໄດ້​ອອກ​ໄປຈາກ​ການ​ຄຸ້ມ​ຄອງ​ຂອງ​
ສະຫະລັດ​ແລ້ວ ​ໂດຍ​ເວົ້າວ່າ ຄອບຄົວຂອງ​ທ່ານ​ໄດ້​ຖືກ​ຂົ່ມຂູ່.

XS
SM
MD
LG