ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະ​ລັດ ຈີນ ຍີ່​ປຸ່ນ ​ແລະ ​ເກົາຫລີ​ໃຕ້​ ຢືນ​ຢັດ​ ​ໃຫ້ເກົາຫລີ​ເໜືອ ລົບ​ລ້າງ​​ນິວ​ເຄລຍ (ວີດີໂດ/ສະໄລດ໌)


 ທ່ານ John Kerry ກ່າວ​ວ່າ ສະຫະ​ລັດ ຈີນ ຍີ່​ປຸ່ນ ​ແລະ ​ເກົາຫລີ​ໃຕ້ “​ເປັນ​ນໍ້າ​ນຶ່ງ​ໃຈ​ດຽວ​ກັນ” ໃນ​ການ​ຢືນ​ຢັດ​ ເກົາຫລີ​ເໜືອລົບ​ລ້າງ​ອາ​ວຸດ​ນິວ​ເຄລຍ.
ທ່ານ John Kerry ກ່າວ​ວ່າ ສະຫະ​ລັດ ຈີນ ຍີ່​ປຸ່ນ ​ແລະ ​ເກົາຫລີ​ໃຕ້ “​ເປັນ​ນໍ້າ​ນຶ່ງ​ໃຈ​ດຽວ​ກັນ” ໃນ​ການ​ຢືນ​ຢັດ​ ເກົາຫລີ​ເໜືອລົບ​ລ້າງ​ອາ​ວຸດ​ນິວ​ເຄລຍ.
ລັດຖະມົນ​ຕີ​ການ​ຕ່າງປະ​ເທດສະຫະ​ລັດ ທ່ານ John Kerry
ກ່າວ​ວ່າ ສະຫະ​ລັດ ຈີນ ຍີ່​ປຸ່ນ ​ແລະ ​ເກົາຫລີ​ໃຕ້ “​ແມ່ນ​ເປັນ​ນໍ້າ​
ນຶ່ງ​ໃຈ​ດຽວ​ກັນ” ​ຢ່າງ​ສິ້ນ​ເຊີງ ໃນ​ການ​ຢືນ​ຢັດ​ຂອງ​ພວກ​ຕົນ ​ໃຫ້
ເກົາຫລີ​ເໜືອລົບ​ລ້າງ​ອາ​ວຸດ​ນິວ​ເຄລຍນັ້ນ.

ທ່ານ Kerry ກ່າວ​ໃນ​ວັນ​ຈັນ​ມື້ນີ້ ຫລັງ​ຈາ​ກ​ໄດ້​ປະຊຸມ​ກັບ ລັດ
ຖະມົນຕີ​ຕ່າງປະ​ເທດ​ຈີນ ທ່ານ Wang Yi ທີ່ບຣູ​ໄນ ​ວ່າ ຫົນ
ທາງ​ດຽວ​ທີ່​ຈະ​ຄໍ້າປະກັນ​ ໃຫ້​ມີ​ສັນຕິພາບ ​ແລະ​ສະຖຽນ​ລະ​
ພາບ ຢູ່​ໃນ​ຂົງ​ເຂດ ກໍ​ຄື​ ເກົາຫລີ​ເໜືອຕ້ອງ​ປະຕິບັດ​ຕາມ​ສັນຍາ
ຈາກ​ການ​ເຈຕລະ​ຈາ​ກັນ 6 ຝ່າຍ​ໃນ​ຄັ້ງ​ກ່ອນ ທີ່​ວ່າ​ຈະ​ລົບ​ລ້າງ​
ອາວຸດ​ນິວ​ເຄລຍນັ້ນ.

ທ່ານ Kerry ຍັງ​ໄດ້​ພົບ​ປະ​ໃນ​ວັນ​ຈັນ​ມື້​ນີ້ ​ກັບລັດຖະມົນ​ຕີຕ່າງ
ປະ​ເທດ​ຍີ່ປຸ່ນ ​ແລະເກົາຫລີ​ໃຕ້ອັນ​ເປັນ​ພາກ​ສ່ວນ​ການ​ປະ​ຊຸມ
​ສອງ​ມື້ ກັບບັນດາ​ສະມາຊິກ​ຈາກກຸ່ມ 10 ປ​ະ​ເທດ​ສະມາຊິກ
ຂອງສະມາຄົມອາ​ຊ່ຽນ ​ແລະ​ຜູ້ຕາງໜ້າ​ຈາກ​ ປະ​ເທດ​ອື່ນໆ.

ກ່ອນ​ໜ້າ​ນີ້ ທ່ານ​ໄດ້​ຮຽກຮ້ອງ​ໃຫ້ກຸ່ມ ASEAN ຈົ່ງ​ທໍາ​ຄວາມ​ຄືບ​ໜ້າໃນ​ເລື້ອງ ກົດການ
ປະ​ພຶດ​ປະຕິບັດ ກ່ຽວ​ກັບ​ການ​ຜິດ​ຖຽງ​ກັນ ຢູ່​ເຂດ​ທະ​ເລ​ຈີນ​ໃຕ້.

ທ່ານ Kerry ກ່າວວ່າ ສະຫະລັດມີ​ຄວາມ​ສົນ​ໃຈ​ອັນແຮງ​ກ້າ ​ນໍ​າ​ການ​ຮັກສາ​ຄວາມ​ສະຫງົບ
ຄວາມໝັ້ນຄົງ ​ແລະ​ເສລີ​ພາບຂອງ​ການ​ເດີນ​ເຮືອ​ຢູ່​ໃນ​ເຂດ​ທະ​ເລ​ຈີນ​ໃຕ້ ບ່ອນ​ທີ່​ຫລາຍໆ​
ປະ​ເທດ ພາກັນອ້າງເອົາກໍາມະສິດ​ໃນ​ເຂດ​ນໍ້າ​ແດນ​ດິນ ​ແຂ່ງ​ກັນ​ນັ້ນ.

ທ່ານ Kerry ກ່າ​ວວ່າ “ດັ່ງ​ທີ່​ພວກ​ເຮົາໄດ້​ກ່າວ​ຫລາຍໆ​ຄັ້ງ​ມາ​ກ່ອນແລ້ວ​ວ່າ ເຖິງ​
ແມ່ນພວກ​ເຮົາ​ບໍ່ເອົາ​ທ່າ​ທີ​ໃດ​ໆ ກ່ຽວ​ກັບ​ການແຂ່ງກັນອ້າງເອົາ​ເຂ​ດນໍ້າ​ແດນ​ດິນ
ນັ້ນ​ກໍ​ຕາມ ​ແຕ່ພວກ​ເຮົາ​ກໍມີ​ຄວາມ​ສົນໃຈ​ອັນ​ແຮງ​ກ້າ ນໍາວິທີ​ການ​ແກ້​ໄຂ​ບັນຫາ
ຜິດ​ຖຽງກັນ​ ໃນທະ​ເລ​ຈີນ​ໃຕ້ ​ແລະ​ການ​ປະພຶດປະຕິບັດ​ຂອງທຸກໆ​ຝ່າຍ ທີ່​ກ່ຽວ
ຂ້ອງ. ພວກ​ເຮົາ​ຫວັງ​ຢ່າງ​ຍິງ​ ທີ່​ຈະໄດ້ເຫັນ​ຄວາມ​ຄືບ​ໜ້າ​ໃນ​ບໍ່​ຊ້າ​ນີ້ ກ່ຽວ​ກັບກົດ
ແຫ່ງ​ການປະ​ພຶດ​ປະຕິບັດ​ທີ່​ມີ​ສາລະ ​ເພື່ອ​ຈະ​ຊ່ວຍ​ຄໍ້າປະກັນ​ໃຫ້​ມີ​ຄວາມ​ສະຖຽນ​
ລະ​ພາບ ​ຢູ່​ໃນ​ຂົງ​ເຂດ​ທີ່ສໍາ​ຄັນ​ທີ່​ສຸດ​ແຫ່ງ​ນີ້.”




​ໃນ​ວັນ​ອາທິດ​ວານ​ນີ້ ລັດຖະມົນ​ຕີ​ຕ່າງປະ​ເທດ ຟິລິບ​ປີນ ທ່ານ Albert del Rosario ​ໄດ້​
ກ່າວຕິຕຽນຈີນ ຄືນ​ໃໝ່ອີກ​ ຍ້ອນອັນ​ທີ່​ທ່ານ​ຮ້ອງ​ວ່າ “​ການ​ເສີມ​ສ້າງ​ກໍາລັງ​ທະຫານ​ຢ່າງ
ໃຫຍ່​ຫລວງ” ທີ່​ແນ່​ໃສ່​ເພື່ອ​ຄວບ​ຄຸມພະ​ລັງ​ງານ ​ແລະ​ສິດທິ​ໃນ​ການ​ຫາ​ປາ ຢູ່​ໃນ​ພາກສ່ວນ
​ອັນ​ໃຫຍ່ ຂອງເຂດ​ທະ​ເລ​ຈີນໃຕ້.

Asean
please wait
Embed

No media source currently available

0:00 0:00:53 0:00
XS
SM
MD
LG