ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Kerry ຮ້ອງຄວາມສຳພັນ ສະຫະລັດ-ຈີນ ສຳຄັນ​ສຸດ ​ໃນ​ໂລກ


ລັດຖະມົນຕີ ຕ່າງປະເທດ ສະຫະລັດ ທ່ານ John Kerry
ລັດຖະມົນຕີ ຕ່າງປະເທດ ສະຫະລັດ ທ່ານ John Kerry

ລັດຖະມົນຕີ ຕ່າງປະ​ເທດ ສະຫະລັດ ທ່ານ John Kerry
ຮ້ອງ​ຄວາມສຳພັນ​ລະຫວ່າງສະຫະລັດກັບຈີນວ່າ ​ມີຄວາມສຳ
ຄັນ​ທີ່​ສຸດ​ໃນ​ໂລກ ​ທຸກ​ວັນ​ນີ້.

ທ່ານ Kerry ຜູ້​ອອກ​ເດີ​ນທາງ​ໄປ​ຕ່າງປະ​ເທດ ​ໃນ​ວັນ​ອັງຄານ
​ວານ​ນີ້ ຮວມທັງການຢຸດ​ແວ ທີ່ນະຄອນຫຼວງ​ປັກ​ກິ່​ງ ກ່າວ​ຢູ່​ໃນ
​ຄຳປາໄສວ່າ ຄວາມສຳພັນ ລະ​ ຫວ່າງ​ປະ​ເທດສອງ ຈະເປັນ
ຜູ້ກຳນົດຮູບຮ່າງສ່ວນໃຫຍ່ຂອງສັດຕະວັດ​ທີ 21.

ທ່ານ Kerry ກ່າວ​ວ່າ ​ໃນ​ຂະນະ​ທີ່ ​ສອງ​ປະ​ເທດມະຫາ​ອຳນາດ
ໃຫຍ່ຂອງໂລກ ສະຫະລັດ ​ແລະ​ຈີນມີໂອກາດອັນເລິກເຊິ່ງໃນ
ການເສີມສ້າງທິດທາງທີ່ສ້າງສັນ ກ່ຽວກັບຫລາຍໆບັນຫາ ຮວມທັງ​ການ​ປ່ຽນແປງຂອງ
​ດິນ​ຟ້າ​ອາກາດ ​ແລະ​ການຄ້າ​ຂອງ​ໂລກ.

ທ່ານ​ກ່າວ​ວ່າ ເຖິງ​ຢ່າງ​ໃດ​ກໍ​ດີ ສະຫະລັດຈະ​ບໍ່​ “​ເຫັນ​ດີນຳໃນການ​ບໍ່​ເຫັນ​ພ້ອມ” ກັບ​ຈີນ
ກ່ຽວ​ກັບ​ດ້ານ​ສິດທິ​ມະນຸດ ການ​ລັກລອບ​ຂໍ້ມູນທາງ​ອິນ​ເຕີ​ແນັດ ​ແລະ​ຄວາມ​ໝັ້ນຄົງ​ທາງ
​ທະ​ເລ. ທ່ານ​ກ່າວ​ວ່າ ການ​ບໍ່​ເຫັນພ້ອມເຫຼົ່ານີ້ ແມ່ນສາມາດ​ຕໍ່ລອງ​ກັນ ອະພິບາຍ ​ແລະ​
ເຮັດໃຫ້ມັນແຄບລົງໄດ້ ຕາມໄລຍະເວລາ.

ການ​ເດີນທາງ​ຂອງ​ທ່ານ Kerry ຈະ​ຮວມທັງ​ການ​ເຈລະຈາຫາລື​ທີ່ Oman ກັບ ລັດຖະມົນ
ຕີ​ຕ່າງປະ​ເທດອີຣ່ານ ທ່ານ Mohammad Javad Zarif ກ່ຽວ​ກັບ​ເສັ້ນ​ຕາຍ ໃນການ​ຕົກ
ລົງ​ດ້ານນິວ​ເຄລຍກັບ​ອີຣ່ານພຽງອີກ​ບໍ່​ເທົ່າ​ໃດ​ອາທິດ​ຂ້າງ ​ໜ້າ​ນີ້.

XS
SM
MD
LG