ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສຫລ ແລະ ຈີນ ຫາລື ເລື່ອງເສດຖະກິດ ແລະຄວາມໝັ້ນຄົງ ທາງອິນເຕີແນັດ (ວີດີໂອ)


ນາຍົກຈີນ ທ່ານ Li Keqiang (ຂວາ) ລົມກັບລັດຖະມົນຕີ ກະຊວງການເງິນ ສຫລ ທ່ານ Jack Lew (ຊ້າຍ) ແລະ ລັດຖະມົນຕີ ກະຊວງຕ່າງປະເທດ ສຫລ ທ່ານ John Kerry (ກາງ) ທີ່ນະຄອນປັກກິ່ງ (10 ກໍລະກົດ 2010)
ນາຍົກຈີນ ທ່ານ Li Keqiang (ຂວາ) ລົມກັບລັດຖະມົນຕີ ກະຊວງການເງິນ ສຫລ ທ່ານ Jack Lew (ຊ້າຍ) ແລະ ລັດຖະມົນຕີ ກະຊວງຕ່າງປະເທດ ສຫລ ທ່ານ John Kerry (ກາງ) ທີ່ນະຄອນປັກກິ່ງ (10 ກໍລະກົດ 2010)

ສະຫະລັດ ແລະຈີນ ປະກາດວ່າ ຈະສ້າງຄວາມກ້າວໜ້າ ໃຫ້ແກ່
ເລື່ອງທີ່ບໍ່ລົງຮອຍກັນກ່ຽວກັບການໂຈມຕີເຈາະຂໍ້ມູນທາງອິນເຕີ
ແນັດ ແລະບັນຫາຂັດແຍ້ງທາງດ້ານເສດຖະກິດ ໃນຂະນະທີ່ທັງ
ສອງຝ່າຍມ້ວນທ້າຍກອງປະຊຸມເຈົ້າໜ້າທີ່ອະວຸໂສ ເປັນເວລາ 2
ມື້ ທີ່ນະຄອນຫຼວງປັກກິ່ງ.

ລັດຖະມົນຕີ ການຕ່າງປະເທດສະຫະລັດ ທ່ານ John Kerry
ກ່າວໃນວັນພະຫັດມື້ນີ້ວ່າ ໄດ້ມີການປຶກສາຫາລືກັນຢ່າງເປີດ
ເຜີຍກົງໄປກົງມາ ກັບຄູ່ຕຳແໜ່ງຝ່າຍຈີນ ກ່ຽວກັບເລື່ອງການ
ໂຈມຕີທາງອິນເຕີແນັດທີ່ທ່ານເວົ້າວ່າໄດ້ສ້າງຄວາມເສຍຫາຍ ໃຫ້ແກ່ບັນດາບໍລິສັດຕ່າງໆຂອງສະຫະລັດນັ້ນ.

ຈີນໄດ້ປະຕິເສດຕໍ່ຂໍ້ກ່າວຫາຂອງສະຫະລັດທີ່ວ່າ ຕົນໄດ້ລັກຂະໂມຍຊັບສິນທາງດ້ານສະ ຕິປັນຍາຈາກບັນດາບໍລິສັດຂອງສະຫະລັດ ແຕ່ກັບກ່າວຫາສະຫະລັດວ່າ ໄດ້ທຳການຈາ ລະກຳຕໍ່ປັກກິ່ງ.

ລັດຖະມົນຕີກະຊວງການເງິນຂອງສະຫະລັດທ່ານ Jack Lew ກ່າວວ່າ ພວກຜູ້ນຳຂອງ ຈີນໄດ້ໃຫ້ຄວາມໝາຍໝັ້ນໃນລະຫວ່າງການເຈລະຈາວ່າ ຈະອະນຸຍາດໃຫ້ຕະຫຼາດມີບົດ ບາດຫຼາຍຂຶ້ນໃນການກຳນົດຄ່າເງິນຢວນທີ່ສະຫະລັດເວົ້າວ່າ ຕ່ຳກວ່າຄວາມເປັນຈິງນັ້ນ.

ໃນລະຫວ່າງການປະຊຸມ ເວລາຮັບປະທານອາຫານເຊົ້າ ໃນວັນພະຫັດມື້ນີ້ ທ່ານ Kerry ກ່າວຕໍ່ພວກຜູ້ນຳທຸລະກິດຈີນແລະອາເມຣິກັນກຸ່ມນຶ່ງວ່າ ມັນເປັນເລື່ອງສຳຄັນສຳລັບທັງ ສອງປະເທດທີ່ຈະຕ້ອງໄດ້ຄວບຄຸມຄວາມແຕກຕ່າງຂອງພວກຕົນກ່ຽວກັບບັນຫາຕ່າງໆ.

US CHINA TALKS VOSOT
please wait
Embed

No media source currently available

0:00 0:01:30 0:00

ທ່ານ Kerry ເວົ້າວ່າ “ຈີນແລະສະຫະລັດ ແມ່ນເປັນຜູ້ຕາງໜ້າພັນທະມິດ ທາງດ້ານ ເສດຖະກິດ ພາຄີການຄ້າທີ່ໃຫຍ່ທີ່ສຸດ ໃນປະຫວັດສາດຂອງມະນຸດຊາດ ແລະມີ ແຕ່ຈະເຕີບໃຫຍ່ຂະຫຍາຍໂຕເທົ່ານັ້ນ.”

ການປະຊຸມກັນດັ່ງກ່າວນີ້ ແມ່ນເປັນໂອກາດອັນນຶ່ງ ສຳລັບພວກນັກທຸລະກິດອາເມຣິກັນ ແລະຈີນໄດ້ປຶກສາຫາລືກັນກ່ຽວກັບຄວາມຂ້ອງໃຈແລະຄວາມຫຍຸ້ງຍາກ ໃນການເຮັດທຸ ລະກິດ ລະຫວ່າງກັນແລະກັນ.

ບັນດາບໍລິສັດຂອງສະຫະລັດໄດ້ຈົ່ມວ່າກ່ຽວກັບບັນຫາຕ່າງໆຮວມທັງການຈຳກັດຮັດແຄບ ໃນການເຂົ້າຫາຕະຫຼາດຈີນ ການລັກຂະໂມຍຊັບສິນທາງດ້ານສະຕິປັນຍາ ແລະການຕັ້ງ ຄ່າເງິນຕາຂອງຈີນຕ່ຳເກີນໄປ ຊຶ່ງອຳນວຍໃຫ້ ພວກສົ່ງອອກສິນຄ້າຂອງຈີນ ໄດ້ປຽບໃນ ການເຮັດທຸລະກິດ.

ທ່ານ Yang Jiechi ລັດຖະມົນຕີອະວຸໂສຂອງຈີນ ຊຶ່ງກ່າວຢ້ຳວ່າ ທຸລະກິດແມ່ນແມ່ນກະ ດູກສັນຫລັງຂອງຄວາມສຳພັນທາງດ້ານເສດຖະກິດລະຫວ່າງສະຫະລັດແລະຈີນ ເວົ້າວ່າ ປັກກິ່ງຈະຫາທາງແກ້ໄຂກ່ຽວກັບຄວາມວິຕົກກັງວົນເຫລົ່ານີ້.

US CHINA TALKS CNPK
please wait
Embed

No media source currently available

0:00 0:02:09 0:00

XS
SM
MD
LG