ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສຫລ ວ່າ ຈີນ ບໍ່ໄດ້ຄວບຄຸມ ອັດຕາ ການແລກປ່ຽນ ເງິນຢວນ


ຄົນງານຜູ້ນຶ່ງ ນັບເງິນຢວນຂອງຈີນ ທີ່ທະນາຄານໄທເປ (6 ກຸມພາ 2013)
ຄົນງານຜູ້ນຶ່ງ ນັບເງິນຢວນຂອງຈີນ ທີ່ທະນາຄານໄທເປ (6 ກຸມພາ 2013)
ສະຫະລັດໄດ້ລົງຄວາມເຫັນວ່າຈີນບໍ່ໄດ້ປັບຄ່າເງິນຕາຂອງຕົນ ຊຶ່ງເປັນເລື່ອງ ທີ່ໄດ້ມີການຕໍ່ວ່າກັນຢ່າງໃຫຍ່ ໂດຍລັດຖະບານ
ທ່ານໂອບາມາ.

ກະຊວງການເງິນຂອງສະຫະລັດ ກ່າວຢູ່ໃນລາຍງານຕໍ່ລັດຖະ
ສະພາທີ່ອອກປີນຶ່ງສອງຄັ້ງ ໃນມື້ວັນສຸກວານນີ້ວ່າ ຈີນໄດ້ເອົາ
ບາດກ້າວຈຳນວນນຶ່ງ ເປັນລຳດັບມາ ເພື່ອເຮັດໃຫ້ ການຄວບ
ຄຸມເງິນຕາເປັນໄປຢ່າງເສລີ ແລະຮັກສາຄ່າເງິນຢວນຕາມອັດ
ຕາການແລກປ່ຽນທີ່ຕະຫຼາດເປັນຜູ້ຕັດສິນຫຼາຍຂຶ້ນ.

ແຕ່ຂະນະດຽວກັນ ລາຍງານສະບັບນີ້ ກໍເວົ້າວ່າ ເງິນຢວນຍັງ ສືບຕໍ່ມີລາຄາຕໍ່າກວ່າສະພາບຄວາມເປັນຈິງຢ່າງຫຼວງຫຼາຍແລະດ້ວຍເຫດນີ້ເສດຖະກິດ
ຂອງຈີນ ກໍຄືກັນກັບຂອງປະເທດອື່ນໆໃນເຂດເອເຊຍ ຈຳເປັນຕ້ອງໄດ້ປັບ ໃຫ້ມີອັດຕາ ການແລກປ່ຽນແບບລອຍຕົວ ແລະມີຄວາມໂປ່ງໃສຫຼາຍຂຶ້ນ.

ລັດຖະບານທ່ານໂອບາມາ ແລະສະມາຊິກລັດຖະສະພາ ຫຼາຍໆທ່ານ ໄດ້ກ່າວຫາຈີນວ່າ ປັບຄ່າເງິນຢວນໃນການແລກປ່ຽນກັບເງິນໂດລາຂອງສະຫະລັດໂດຍເຈດຕະນາຊຶ່ງເຮັດ ໃຫ້ລາຄາສິນຄ້າຂອງສະຫະລັດແພງໂພດ ຢູ່ໃນຕະຫລາດຂອງໂລກ ເມື່ອສົມທຽບໃສ່ກັບ ລາຄາສິນຄ້າສົ່ງອອກຂອງຈີນ.

ຈີນໄດ້ປະຕິເສດ ຢູ່ສະເໝີມາວ່າ ຕົນບໍ່ເຄີຍປັບຄ່າເງິນຕາຂອງຕົນ ໃຫ້ຖືກກວ່າ ສະພາບ ຄວາມເປັນຈິງ.
XS
SM
MD
LG