ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດຈັບກຸມ ກຸ່ມຜະລິດ ສິນຄ້າປອມຊື່ດັງ ຈາກຈີນ (ເບິ່ງວີດີໂອ)


ສິນຄ້າຍີ່ຫໍ້ດັງໆທີ່ທາງຈີນໄດ້ຜະລິດປອມເພື່ອນໍາເຂົ້າສູ່ສະຫະລັດ
ສິນຄ້າຍີ່ຫໍ້ດັງໆທີ່ທາງຈີນໄດ້ຜະລິດປອມເພື່ອນໍາເຂົ້າສູ່ສະຫະລັດ

ບັນດາໄອ​ຍະ​ການ​ສານ​ສະຫະລັດ​ກ່າວ​ວ່າ​ ປະມານ 20 ​ກວ່າ​ຄົນ​ໄດ້​ຖືກ​ຈັບ​ກຸມ ​ໃນ​ການ​ທັບ​ມ້າງກຸ່ມ​ຜະລິດ​ເຄື່ອງ​ສິນຄ້າປອມຍີ່​ຫໍ້​ດັງໆ ມູນ​ຄ່າ​ພັນ​ລ້ານໂດ​ລ່າ​ ທີ່​ໄດ້​ນໍາ​ເຂົ້າ​ມາ​ຍັງ​ສະຫະລັດ ຈາກ​ປະ​ເທດຈີນ.

ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ພວກ 29 ຄົນ​ທີ່​ຖືກ​ຈັຍ​ນີ້​ ແມ່ນ​ເປັນ​ສະມາຊິກ​ຂອງ 2 ກຸ່ມ​ອາ​ຊະຍະ​ກໍາທີ່​ຖືກ​ກ່າວ​ຫາ ໃນ​ຄົບ​ຄິດ​ກັນ​ວາງ​ແຜນ​ນໍາ​ເອົາ​ສິນຄ້າປອມ ​ມູນ​ຄ່າ 325 ​ລ້ານໂດລ່າ ອັນ​ຮວມທັງເກີ​ບບູດຍີ່​ຫໍ້ດັງ UGG, ກະ​ເປົາ Gucci ​ແລະ ເກີ​ບ Nike ເຂົ້າ​ມາ​ທາງ​ທ່າ​ເຮືອທີ່ມີ​ສິນຄ້າ​ເຂົ້າ​ອອກ​ຫລາຍ​ແຫ່ງ​ນຶ່ງ ​ໃນ​ລັດ New Jersey ​ທາງຝັ່ງ​ມະຫາສະມຸດ Atlantic ຂອງສະຫະລັດ.

ຄະນະໄອ​ຍະ​ການ​ສານ​ ກ່າວ​ວ່າ ສ່ວນຫຍ່​ຂອງ​ພວກຊາວ​ກວ່າຄົນ​ນີ້​ແມ່ນ​ຖືກ​ຈັບ​ ຢູ່​ໃນ​ເຂດລັດ New Jersey ​ແລະ​ລັດ New York ​ໃນ​ວັນ​ສຸກ​ແລ້ວ​ນີ້​ ​ແລະ​ໄດ້​ມີ​ຜູ້​ນຶ່ງ​ທີ່ຖືກ​ຈັບ​ຢູ່ກຸງ Manila ນະຄອນຫຼວງ​ຂອງ​ຟິລິບ​ປີນ.
ທາງ​ການ​ຍັງ​ກ່າວ​ອີກ​ວ່າ ຍັງ​ມີພວກຕ້ອງ​ສົງ​ໄສອີກ​ຫຼາຍ​ຄົນ​ ທີ່​ຍັງ​ຫຼົບໜີ​ຢູ່.

ການ​ຈັບ​ກຸມ​ດັ່ງກ່າວ​ນີ້​ແມ່ນ​ເປັນ​ຜົນ​ສືບ​ເນື່ອງຈາກ​ການ​ສືບສວນ​ສອບ​ສວນ​ເປັນ​ເວລາ 2 ປີ ໂດຍຫລາຍໆ​ພະ​ແນ​ກປະຕິບັດກົດໝ​າຍຂອງ​ສະຫະລັດ ທີ່​ເລີ່​ມຕົ້ນ​ທໍາ​ການ​ສືບສວນ ຫລັງຈາກ​ໄດ້​ຈັບ​ແຈ້ງ​ໃຫ້​ຊາບ​ຈາກ​ທາງກົມ​ກວດ​ຄົນ​ເຂົ້າ​ເມືອງ ​ແລະ​ພາສີ​ຂອງ​ສະຫະລັດ.

ຂໍ້​ກ່າວ​ຫາ​ຕໍ່​ພວກ​ຖືກ​ຈັບ​ແມ່ນ​ຮວມທັງການຮ່ວມ​ກັນ​ຄົຍ​ຄິດວາງແຜນ ລັກລອບ​ຄ້າ​ຂາຍ​ສິນ​ຄ້າ​ປອມ ແລະຟອກ​ເງິນ. ທາງ​ການ​ສະຫະລັດ​ຍັງ​ກ່າວ​ອີກວ່າ ການ​ສືບສວນ​ກ່ຽວ​ກັບ​ຄະດີ​ນີ້ ໄດ້ນໍາພາ​ເຂົາ​ເຈົ້າ​ໄປ​ຫາ​ແກ໊ງ​ຄ້າ​ຢາ​ເສບ​ຕິດ​ນໍາ. ​3 ຄົນ ​ໃນ​ຈໍານວນ​ພວກ​ຕ້ອງ​ສົງ​ໃສ ຖືກກ່າວ​ຫາວ່າ ​ນໍາ​ເຂົ້າ​ຢາ​ບ້າຜົງ​ໃສ​ ຈໍານວນ 50 ກິ​ໂລກຼາມ ຈາກ​ໄຕ້​ຫວັນ.

ເບິ່ງວີດີໂອ ກ່ຽວກັບສິນຄ້າປອມ ທີ່ຖືກລັກລອບເຂົ້າມາສະຫະລັດ:

XS
SM
MD
LG