ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ແລະຈີນ ອາດຮ່ວມກັນ ສໍາຫຼວດ ອາວະກາດ (ວີດີໂອ)


ບັນດາ​ເຈົ້າໜ້າ​ທີ່​ສໍາ​ຫຼວດອາ​ວະ​ກາດ ຈາກ​ຫຼາຍ​ກວ່າ 30 ປະ​
ເທດ ​ໄດ້​ພົບ ປະກັນ​ທີ່ນະຄອນຫຼວງ ວໍ​ຊິງ​ຕັນ ​ດີ​ຊີ ​ເພື່ອ​ບໍ່​ດົນ​
ມາ​ນີ້ ​ເພື່ອ​ປຶກສາ​ຫາລື​ກັນກ່ຽວ​ກັບ​ວິທີ​ການ​ທີ່​ຈະ​ຊຸກຍູ້​ການ​ສໍາ​
ຫຼວດ ​ແລະ​ການ​ຊົມ​ໃຊ້​ອາ​ວະ​ກາດ​ໃຫ້ ກ້າວ​ໄກ​ໄປ​ໜ້າ. ກອງ​
ປະຊຸມ​ດັ່ງກ່າວແມ່ນ​ຈັດ​ຂຶ້ນ​ໂດຍ​ກະຊວງ​ຕ່າງປະ​ເທດ ສະຫະ
ລັດ ທີ່​ໄດ້​ເຊື້ອ​ເຊີນເຈົ້າໜ້າ​ທີ່​ຈາກ​ອົງການອາ​ວະ​ກາດ​ຂອງ​ຈີນ​
ເຂົ້າຮ່ວມ​ນໍາເປັນ​ເທື່ອ​ທໍາ​ອິດ ຊຶ່ງ​ເປັນ​ການ​ເນັ້ນ​ຢໍ້າ​ເຖິງ​ຄວາມ
ສາມາດ​ເປັນ​ໄປ​ໄດ້ໃນກາ​ນຮ່ວມ​ມື​ກັນ​ສໍາ​ຫຼວດອາ​ວະ​ກາດ.
George Putic ຜູ້​ສື່​ຂ່າວ​ວີ​ໂອ​ເອ ມີ​ລາຍ​ງານເລຶ່ອງນີ້​ເພີ່ມ​ຕື່ມ
ຊຶ່ງ​ທອງ​ປານ ຈະ​ນໍາ​ມາສະ​ເໜີ​ທ່ານ ​ໃນ​ອັນ​ດັບ​ຕໍ່​ໄປ


ການ​ຮ່ວມ​ມື​ກັນ​ລະຫວ່າງ​ອົງການ​ອາ​ວະ​ກາດ​ສະຫະລັດ ຫຼື NASA ​ແລະ ອົງການ​ອາ​ວະ​ກາດ​ຂອງ​ຈີນ ຖືກ​ສັ່ງ​ຫ້າມ​ໂດຍ​ສະພາ​ຄອງ​ແກຣສ​ເມື່ອ​ປີ 2011 ​ແຕ່​ບັດ​ນີ້ປະກົດ​ວ່າ​ເຫັນ​ຮ່ອງຮອຍ ທີ່​ອາດຈະ​ມີ​ການ​ປ່ຽນ​ແປງ​ໄດ້.

ຢູ່​ທີ່​ກອງ​ປະຊຸມນາ​ໆ​ຊາດວ່າ​ດ້ວຍ​ການ​ສໍາ​ຫຼວດອາ​ວະ​ກາດ​ ທີ່​ຈັດຂຶ້ນ​ ເມື່ອ​ວັນ​ທີ 9 ​ເດືອນ​ມັງກອນ​ຜ່ານ​ມາ​ນີ້ ທ່ານ William Burns ຮອງລັດຖະມົນຕີ​ຕ່າງປະ​ເທດ​ສະຫະ ລັດ ​ໄດ້​ເຊື້ອ​ເຊີນທຸກໆ​ປະ​ເທດ ​ໃຫ້​ເຂົ້າ​ປະກອບ ສ່ວນ​ໃນ​ການ​ສໍາ​ຫຼວດອາ​ວະ​ກາດ.

ທ່ານ ​ເບີ​ນ ​ເວົ້າ​ວ່າ: “ບັດ​ນີ້ ມັນ​ເຖິງເວລາ​ແລ້ວທີ່ພວກ​ເຮົາ​ຈະ​ຮ່ວມ​ກັນ ​ເຮັດໃຫ້ ການສໍາ​ຫຼວດອາ​ວະ​ກາດ ເປັນ​ບຸລິມະສິດ​ຮ່ວມ​ກັນອັນ​ນຶ່ງຂອງ​ໂລກ​ ​ເພື່ອເຈາະ​ເອົາ​ຄວາມ​ເລັ້ນ​ລັບ​ຕ່າງໆ​ຂອງ​ລະບົບ​ຈັກກະວານ ​ແລະເພື່ອ​ເລັ່ງລັດ​ ຄວາມ​ກ້າວໜ້າ​ຂອງ​ມະນຸດ​ ຢູ່​ໂລກ​ເຮົາ​ນີ້.”

Xu Dazhe ຫົວໜ້າ​ອົງການອາ​ວະ​ກາດ​ແຫ່ງ​ຊາດ​ຂອງ​ຈີນ ກໍ​ໄດ້​ເຂົ້າຮ່ວມ​ກອງ​ປະຊຸມ​ບັ້ນນີ້​ນໍາ. ໜັງສືພິມຈີນລາຍ​ວັນ ຫລື China Daily ​ໄດ້​ອ້າງ​ ​ຄໍາ​ເວົ້າ​ຂອງ​ທ່ານ Dazhe ທີ່​ກ່າວວ່າ ການ​ປະກອບສ່ວນ​ຂອງ​ທ່ານ​ໃນ​ຄັ້ງ​ນີ້ ຖື​ວ່າ​ເປັນ​ສັນຍານ​ຢ່າງ​ນຶ່ງ​ທີ່ບອກ​ວ່າ ​ຈີນ​ເຕັມ​ໃຈ​ທີ່​ຈະ​ຮ່ວມ​ມືກັບປະ​ເທດ​ອື່ນໆ ​ໃນ​ການ​ສໍາ​ຫຼວດອາ​ວະ​ກາດ.

Scott Pace ຫົວໜ້າ​ສະ​ຖາ​ບັນນະ​ໂຍບາຍ​ອາ​ວະ​ກາດ ​ແລະ​ອາຈານ​ສອນ​ວິຊາ​ກິດຈະ ການ​ສາກົນ ທີ່​ມະຫາວິທະຍ​າ​ໄລ George Washington ​ເວົ້າ​ວ່າ ຈີນແມ່ນ​ໄດ້​ຖືກ​ເຊື້ອ​ເຊີນ​ໂດຍ​ສະ​ເພາະ ໃຫ້ມາ​ຮ່ວມ​ປະກອບສ່ວນ​ໃນ​ການ​ປຶກສາ​ຫາລື​ລະດັບ​ສາກົນ​ດັ່ງກ່າວ ​ແຕ່​ທ່ານກ່າວຕື່ມ​ວ່າ.

ທ່ານ ​ເພສ ​ເວົ້າ​ວ່າ: “​ຈິງໆ​ແລ້ວ ກໍຍັງ​ບໍ່​ເຫັນ​ມີ​ຄວາມ​ກ້າວໜ້າ​ທາງ​ການ​ເມືອງ ທີ່ ຈະ​ນໍາ​ໄປ​ສູ່​ກິດຈະ​ກໍາ​ຮ່ວມ​ມື​ກັນໂດຍ​ກົງ ໃນ​ຂອບ​ເຂດ​ກວ້າງຂວາງ ​ແລະ​ເປັນ​ສັນຍາ​ລັກ ນັ້ນ​ເທື່ອ. ແຕ່​ກໍ​ມີ​ໂອກາດ​ນ້ອຍໆຈໍານວນນຶ່ງ​ ທີ່​ຂ້າພະ​ເຈົ້າຄິດ​ວ່າ ພວກ​ເຮົາ​ສາມາດ​ທີ່​ຈະເຮັດ​ໄດ້​ ແລະ​ກໍ​ໜ້າ​ຈະ​ສາມາດ​ດໍາ​ເນີນ​ການ​ຕໍ່​ໄປໄດ້.”

ທ່ານ ​ເພສ ​ເວົ້າ​ວ່າ ​ໃນ​ລະຫວ່າງ​ສົງຄາມເຢັນນັ້ນ ສະຫະລັດກໍ​ໄດ້​ຮ່ວມ​ມື​ກັບສະຫະພາບ​ໂຊ​ຫວຽດ ກ່ຽວ​ກັບ​ບາງ​ດ້ານ​ຂອງ​ການ​ສໍາ​ຫຼວດອາ​ວະ​ກາດ.

ທ່ານ ​ເພສ ​ເວົ້າ​ວ່າ: “ຄືໃນດ້ານ​ຕ່າງໆ​ທີ່​ກ່ຽວ​ກັບ​ວິທະຍາສາດ​ ໂດຍສະ​ເພາະ​ ​ເຊັ່ນ ວິທະຍາສາດ​ໂລກ ລະບົບ​ສຸລິຍະ ຂໍ້​ມູນບາງ​ຢ່າ​ງຂອງ​ການ​ຄໍານວນຊີວິດ​ຂອງ​ມະນຸດ. ​ແລະ​ຂ້າພະ​ເຈົ້າຄິດ​ວ່າ ການຮ່ວມ​ມືໃນລະດັບ​ດຽວ​ກັນ​ນີ້ ສາມາດ​ມີ​ຂຶ້ນ​ກັບ​ຈີນ​ໄດ້ຢ່າງແນ່ນອນ​ ໃນ​ປັດຈຸບັນ​ນີ້ ​ແລະ​ກໍ​ຄວນຈະ​ມີ​ຂຶ້ນ.”

​ເຂົ້າຮ່ວມ​ໃນ​ກອງ​ປະຊຸມ​ບັ້ນ​ນີ້ນໍາ​ ກໍມີ​ຫລາຍໆ​ປະ​ເທດ ທີ່ບໍ່​ໄດ້​ມີ​ສ່ວນ​ພົວ ພັນນໍາ​ການ​ສໍາ​ຫຼວດອາ​ວະ​ກາດ​ເລີຍ ​ເຊັ່ນ ບຣາຊິ​ລ ຊາ​ອຸ​ດີ ອາ​ເຣເບຍ ​ແລະ ​ໄນ​ຈີ​ເຣຍ.

ທ່ານ ​ເພ​ສ ​ເວົ້າ​ອີກ​ວ່າ ມີຫຼາຍໆປ​ະ​ເທດ​ທີ່​ໃຊ້​ອາ​ວະ​ກາດ ​ເພື່ອວັດຖຸ​ປະສົງ ທີ່ປະຕິບັດ​ໄດ້ ​ເຊັ່ນ ການ​ເດີນ​ເຮືອ ຫຼື​ການ​ສື່ສານ​ຕ່າງໆ ​ແຕ່​ບັດ​ນີ້ ພວກ ປະ​ເທດ​ເຫຼົ່າ​ນັ້ນ ຄວນຈະ ຫັນ​ຄວາມສົນ​ໃຈໃນ​ເລຶ່ອງນີ້​ຫຼາຍ​ຂຶ້ນ.

ທ່ານ ​ເພສ ​ເວົ້າ​ວ່າ: “ຂ້າພະ​ເຈົ້າຄິດ​ວ່າ ດວງ​ຈັນ​ກໍາລັງ​ໂຜ່​ໂຕ​ຂຶ້ນມາ​ເປັນ​ຈຸດສຸມດ້ານ​ເທັກນິກ ທີ່​ທຸກໆ​ຄົນ​ເຫັນ​ພ້ອມ​ນໍາກັນ ຍ້ອນ​ດວງ​ຈັນ​ສະໜອງ​ໂອກາດອັນ​ດີ​ແກ່​ປະ​ເທດ​ຕ່າງໆ​ໃນ​ທຸກ​ລະດັບ​ຂອງ​ການ​ພັດທະນາ​ອາ​ວະ​ກາດ ຈາກ​ຕັ້ງ​ແຕ່ ລະດັບ​ທີ່​ໃຫຍ່ທີ່​ສຸດ ​ໄປ​ຫາ​ລະດັບ​ພໍ​ປານກາງທີ່​ສຸດ.”

ຍ້ອນ​ວ່າ ສະຖານີ​ອາ​ວະ​ກາດທີ່​ໂຄຈອນ​ອ້ອມ​ໂລກ​ຢູ່​ເວລາ​ນີ້ ​ເປັນ​ສະຖານ​ທີ່ນາໆຊາດ​ ​ແລະ​ອາຍຸ​ການ​ທໍາ​ງານ​ຂອງ​ມັນ ​ກໍໄດ້​ຕໍ່ອອກໄປ​ຈົນ​ເຖິງ​ປີ 2024 ທ່ານ​ເພສ ຈຶ່ງກ່າວ​ວ່າ ຈີນ​ອາດ​ຖືກ​ເຊື້ອ​ເຊີນ ​ໃຫ້​ເຂົ້າຮ່ວມ​ໃນ​ການ​ສຶກສາ​ທົດ​ລອງດ້ານຕ່າງໆ​ ຢູ່​ເທິງສະຖານີ​ອາ​ວະ​ກາດ​ນັ້ນ.

ບ່ອນ​ຕໍ່​ໄປ ທີ່ເຮົາ​ອາດ​ຈະ​ໄດ້ເຫັນ​ມີການ​ຮ່ວມ​ມື​ກັບ​ຈີນນັ້ນ ຈະ​ແມ່ນ​ຢູ່​ເທິງ​ດວງ​ຈັນ ເພາະ ວ່າການ​ທີ່​ຈະ​ກ້າວ​ໄປ​ເຖິງ​ການ​ສໍາ​ຫຼວດດາວ​ພະ​ອັງຄານ ​ແລ​ະພວກດາວດວງນ້ອຍ ອື່ນໆ​ ໃນ​ຈັກກະວານ​ນັ້ນ ​ແມ່ນ​ຈະເປັນ​ເລຶ່ອງທີ່ຍາກ​ຫລາຍ ​ແລະ​ສິ້ນ​ເປືອງ​ຄ່າ​ໃຊ້​ຈ່າຍ​ຫຼາຍ​ເກີນ​ໄປ ​ແມ່ນ​ແຕ່​ສໍາລັບ​ສະຫະລັດ ​ແລະຣັດ​ເຊຍ​.
XS
SM
MD
LG