ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ສຫລ ແລະ ຈີນ ໂຕ້ຖຽງກັນ ເລື່ອງ ທ້າວ Snowden


ທ້າວ Edward Snowden ອະດີດພະນັກງານສັນຍາຈ້າງ ຂອງອົງການສືບລັບສະຫະລັດ.
ທ້າວ Edward Snowden ອະດີດພະນັກງານສັນຍາຈ້າງ ຂອງອົງການສືບລັບສະຫະລັດ.
ສະຫະລັດ ແລະຈີນ ປະທະກັນ ກ່ຽວກັບເລື່ອງ ທ້າວ Edward
Snowden ອະດີດພະນັກງານສັນຍາຈ້າງຂອງອົງການສືບສະ
ຫະລັດ ທີ່ຖືກກ່າວຫາວ່າ ເປີດເຜີຍລາຍລະອຽດ ກ່ຽວກັບໂຄງ ການຕິດຕາມ ຫຼືສອດແນມ ຢ່າງລັບໆ ເບິ່ງການໃຊ້ໂທລະສັບ
ແລະອິນເຕີແນັດຂອງປະຊາຊົນ. ຜູ້ກ່ຽວໄດ້ຫຼົບໜີໄປຮົງກົງໃນ
ເດືອນ ແລ້ວນີ້.

ໃນການຖະແຫຼງ ລຸນຫຼັງການເຈລະຈາກ່ຽວກັບເລື່ອງເສດຖະ
ກິດລະດັບສູງ ທີ່ກຸງວໍຊິງຕັນ ໃນວັນພະຫັດວານນີ້ ທ່ານ Wil-
liam Burns ຮອງລັດຖະມົນຕີ ກະຊວງການຕ່າງປະເທດສະ
ຫະລັດກ່າວວ່າສະຫະລັດຮູ້ສຶກເສຍໃຈໃນການຕັດສິນໃຈຂອງຈີນທີ່ໄດ້ປະຕິເສດບໍ່ຍອມ ສົ່ງໂຕທ້າວ Snowden ໃຫ້ແກ່ສະ ຫະລັດ.

ຖະແຫຼງການສະບັບນຶ່ງຂອງທຳນຽບຂາວເວົ້າວ່າ ປະທານາທິບໍດີບາຣັກ ໂອບາມາໄດ້ສະ ແດງຄວາມເສຍໃຈ ກ່ຽວກັບການຈັດການຂອງຈີນ ໃນກໍລະນີຂອງທ້າວ Snowden ລະ ຫວ່າງການເຈລະຈາກັບຄະນະຜູ້ແທນຈີນ ໃນວັນພະຫັດວານນີ້.

ລັດຖະມົນຕີອະວຸໂສຂອງຈີນທ່ານ Yang Jiechi ໄດ້ກ່າວຕອບໃນການໃຫ້ຄວາມເຫັນ ຂອງທ່ານວ່າ ການຮັບມືຂອງຮົງກົງກັບສະຖານະການດັ່ງກ່າວ ແມ່ນຕຳໜິບໍ່ໄດ້.

ອົງການຂ່າວຊິນຫົວຂອງທາງການຈີນ ລາຍງານໃນວັນພະຫັດວານນີ້ວ່າແທນທີ່ຈະເຮັດ ໃຫ້ການກ່າວຫາຊຶ່ງກັນແລະກັນຮ້ອນແຮງຂຶ້ນ ປັກກິ່ງໄດ້ເອົາທ່າທີໃນທາງສ້າງສັນ ແລະ ພະຍາຍາມຫາທາງດຳເນີນງານຮ່ວມກັນກັບວໍຊິງຕັນເພື່ອແກ້ໄຂບັນຫາທາງອິນເຕີແນັດ. ອົງການຂ່າວຊິນຫົວ ຍັງເວົ້າວ່າ ຈີນຍັງສືບຕໍ່ເພັ່ງເລັງ ໃສ່ບັນຫາທີ່ສຳຄັນໆ ທັງໆທີ່ໄດ້ມີ ການກ່າວຫາຢ່າງແຮງ ຈາກບາງກຸ່ມຢູ່ວໍຊິງຕັນ ທີ່ຍັງສືບຕໍ່ຊີ້ໄປໃສ່ຈີນ ກ່ຽວກັບການຈັດ ການ ໃນກໍລະນີຂອງທ້າວ Snowden.

ເວລານີ້ ທ້າວ Snowden ພວມຢູ່ທີ່ສະໜາມບິນກຸງມົສກູເພື່ອຊອກຫາຊ່ອງທາງຂໍລີ້ໄພ ຢູ່ໃນປະເທດໃດປະເທດນຶ່ງ. ສະຫະລັດ ໄດ້ຍົກເລີກໜັງສືເດີນທາງຂອງທ້າວ Snow-
den ແລະຂໍໃຫ້ສົ່ງໂຕຜູ້ກ່ຽວມາໃຫ້ສະຫະລັດ. ຣັດເຊຍໄດ້ປະຕິເສດບໍ່ຍອມມອບທ້າວ Snowden ໃຫ້ ແຕ່ຂໍຮ້ອງໃຫ້ທ້າວ Snowden ຊອກຫາຂໍລີ້ໄພຢູ່ບ່ອນອື່ນ.
XS
SM
MD
LG