ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການເຈລະຈາລະຫວ່າງສະຫະລັດແລະຈີນ


ເຈົ້າໜ້າທີ່ອະວຸໂສຂອງສະຫະລັດ ແລະຈີນ ໄດ້ມ້ວນທ້າຍ
ການເຈລະຈາ ເປັນເວລາ 2 ມື້ ທີ່ນະຄອນຫຼວງປັກກິ່ງ
ໃນວັນອັງຄານມື້ນີ້ ໃນການຫາລືທີ່ແນ ໃສ່ການປະຕິຮູບ
ເງິນຕາ ການຄ້າ ແລະຄວາມເຄັ່ງຕຶງ ໃນແຫລມເກົາຫລີ
ເມື່ອ ໄວໆມານີ້.

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງຮິລລາຣີ
ຄລິນຕັນ ກ່າວຕໍ່ກອງປະຊຸມຖະແຫລ່ງຂ່າວຮ່ວມ ລຸນຫລັງ
ການເຈລະຈາວ່າ ໃນໄວໆນີ້ ສະຫະລັດຈະດຳເນີນງານ
ຮ່ວມກັບຈີນແລະປະຊາຄົມນາໆຊາດ ເພື່ອຊອກຫາ
ການຕອບ​ໂຕ້ ທີ່ມີປະສິດທິຜົນແລະເໝາະສົມຕໍ່ການຈົມກຳປັ່ນລົບຂອງເກົາຫລີໃຕ້
ຕາມທີ່ມີການກ່າວຫາກັນນັ້ນ.

ທ່ານ DAI GINGGUO ທີ່ປຶກສາຂອງລັດຖະບານຈີນກ່າວຕໍ່ພວກນັກ ຂ່າວວ່າ
ປະເທດທັງສອງ ມີຄວາມເຫັນສອດຄ່ອງກັນກ່ຽວກັບຄວາມສຳຄັນ ໃນການຮັກສາ
ສະເຖຍລະພາບແລະຫລີກລ້ຽງຕໍ່ການທະວີຄວາມເຄັ່ງຕຶງຢູ່ໃນແຫຼມເກົາຫລີ.
ກ່ຽວກັບການປະຕິຮູບເງິນຕານັ້ນ ລັດຖະມົນຕີກະຊວງການເງິນຂອງສະ ຫະຣັດ
ທ່ານ TIMOTHY GEITHNER ກ່າວວ່າ ການປະຕິຮູບເງິນຢວນ ແມ່ນການ
ຕັດສິນໃຈທີ່ຈີນ ຕ້ອງໄດ້ກະທຳດ້ວຍຕົນເອງ.

ໃນພິທີເປີດກອງປະຊຸມ ໃນມື້ວັນຈັນວານນີ້ ປະທານປະເທດຈີນທ່ານ HU JINTAO
ໄດ້ໃຫ້ຄຳໝັ້ນສັນຍາວ່າ ລັດຖະບານຂອງທ່ານຈະທຳການປະ ຕິຮູບກ່ຽວກັບເລື່ອງ
ເງິນຕາ ແຕ່ຈະດຳເນີນການໄວຫລືຊ້າຕາມລະດັບຂອງຕົນ.

ລັດຖະບານທ່ານໂອບາມາຮຽກຮ້ອງໃຫ້ຈີນປັບຄ່າເງິນຢວນ ຂອງ​ຈີນທີ່ໄດ້ຕັ້ງອັດຕາ
ແລກປ່ຽນຂຶ້ນໆລົງໆໃສ່ເງິນໂດລາຂອງສະຫະຣັດ ມາແຕ່ປີ 2008 ນັ້ນໃໝ່.

XS
SM
MD
LG