ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນບໍ່ພໍໃຈນໍາ ຄໍາຮຽກຮ້ອງຂອງສະຫະລັດ ທີ່ໃຫ້ປ່ອຍພວກນັກໂທດ ຕຽນອັນເໝິນ (ສະໄລດ໌ກັບວີດີໂອ)


ທ່ານ Liu Weimin ໂຄສົກປະຈໍາກະຊວງການຕ່າງປະເທດຈີນ.
ວັນທີ 4 ມິຖຸນາ 2012
ທ່ານ Liu Weimin ໂຄສົກປະຈໍາກະຊວງການຕ່າງປະເທດຈີນ. ວັນທີ 4 ມິຖຸນາ 2012

ກະຊວງ​ການ​ຕ່າງປະ​ເທດ​ຈຂີນ​ໄດ້​ສະ​ແດງ​ຄວາມ​ບໍ່ພໍ​ໃຈ​ຢ່າງແຮງ ນໍາ​ການ​ຮຽກຮ້ອງ
​ຂອງ​ສະຫະລັດ​ທີ່​ໃຫ້​ກຸງ​ປັກ​ກິ່ງ​ປ່ອຍ​ໂຕ​ພວກ​ນັກ​ໂທດທັງ​ໝົດ​ທີ່​ຍັງ​ຖືກ​ກັກ​ຂັງ​ຢູ່​ໃນ​ຄຸກ
ຍ້ອນ​ໄດ້​ພາກັນ​ທໍາ​ການ​ປະ​ທ້ວງ​ທີ່​ຈະຕຸ​ລັດ Tiannamen ​ໃນ​ປີ 1988 ນັ້ນ.

​ໃນ​ການ​ຕອບ​ຕໍ່​ຄໍາ​ຖາມ​ຂອງ​ພະ​ແນກພາສາແມນ​ດາຣິນຂອງ​ວີ​ໂອ​ເອນັ້ນ ທ່ານ Liu Wei
min ໂຄສົກປະ​ຈໍາ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ວ່າ ຄໍາ​ຮຽກຮ້ອງ​
ຂອງ​ອະ​ເມຣິກາແມ່ນເປັນ​ການ​ແຊກ ​ແຊງ​ຢ່າງ​ໃຫຍ່​ຫຼວງ​ໃນ​ກິດຈະການ​ພາຍ​ໃນ​ຂອງ​ຈີນ
ແລະເປັນ​ການກ່າວ ​ຫາ​ທີ່​ບໍ່​ມີ​ມູນ​ຄວາມ​ຈິງ ​ຕໍ່​ລັດຖະບານ​ຈີນ.

​ໃນ​ຖະ​ແຫຼ​ງການ​ສະບັບ​ນຶ່ງ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ​ທີ່​ນໍາ​ອອກເປີດ​ເຜີຍ
​ໃນວັນອາທິດ​ວານ​ນີ້ ທ່ານ Mark Toner ຮອງໂຄສົກ​ກະຊວງ​ກ່າວ​ວ່າ ນອກ​ນີ້​ແລ້ວ ສະຫະ
ລັດ​ຍັງ​ຢາກ​ໃຫ້​ຈີນ​ສະໜອງ ລາຍ​ງານໂດຍເຕັມ​ ກ່ຽວ​ກັບພວກ​ປະ​ທ້ວງທັງ​ໝົດ​ທີ່​ເສຍ​ຊີວິດ​
ຖືກ​ຈັບ​ ຫຼື​ຫາຍສາບ​ສູນ​ໄປ​ ໃນ​ລະຫວ່າງການ​ປາບ​ປາມ​ການ​ປະ​ທ້ວງ​ຢ່າງ​ນອງ​ເລືອດ​ນັ້ນ​.
ນອກນີ້ ສະຫະລັດຍັງ​ຮຽກຮ້ອງ​ໃຫ້​ຍຸດຕິ ໃນ​ອັນ​ທີ່ຕົນ​ເອີ້ນວ່າ ການ​ກໍ່ກວນ​ຮາວີທີ່​ດໍາ​ເນີນ
​ສືບ​ຕໍ່​ມາ ​ຕໍ່​ພວກ​ທີ່ເຂົ້າ​ຮ່ວມ​ໃນ​ການ​ປະ​ທ້ວງ​ ແລະຄອບຄົວ​ຂອງ​ພວກ​ເຂົາ​ເຈົ້າ​ເຊ່ນ​ກັນ.

​ໃນ​ວັນ​ທີ 4 ມິຖຸນາ ປີ 1989 ພວກ​ທະຫານ​ຈີນ​ທີ່​ໄດ້​ຮັບ​ການສະໜັບສະ​ໜຸນ​ຈາກ​ລົດ​ຖັງ ​
ໄດ້​ເຄື່ອນ​ເຂົ້າ​ໄປ​ທັບ​ມ້າງການ​ປະ​ທ້ວງ​ທີ່​ນໍາພາໂດຍພວກນັກ​ສຶກສາ ​ທີ່​ຈະຕຸ​ລັດ Tianan
men ​ໃນ​ໃຈກາງ​ກຸງ​ປັກ​ກິ່ງ. ການ​ປາບ​ປາມ​ດັ່ງກ່າວ​ໄດ້​ພາ​ໃຫ້​ມີ​ການ​ປະນາມຈາກ​ທົ່ວ​ໂລກ
​ແລະມີ​ການ​ກະ​ປະມານ​ກັນ​ວ່າ ມີ​ຜູ້​ເສຍ​ຊີວິດ​ໄປຈໍານວນ​ຫຼາຍ​ຮ້ອຍ ​ໄປ​ຫາ​ຫຼາຍ​ພັນ​ຄົນ.

ເບິ່ງຮູບສະໄລດ໌ກ່ຽວກັບການລະນຶກເຖິງເຫດການວັນທີ 4 ມີຖຸນາ ຢູ່ຮົງກົງ:

ຈີນ​ຍັງ​ຖື​ວ່າ ​ເຫດການ​ດັ່ງກ່າວ​ເປັນ​ການ​ກະບົດ​ຕໍ່ຕ້ານ​ການ​ປະຕິວັດ ​ແລະ​ບໍ່​ເຄີຍ​ຮັບ​ວ່າ ຕົນ
​ໄດ້​ທໍາ​ຄວາມ​ຜິດ​ໃດໆ​ໃນ​ການ​ຮັບ​ມື​ຂອງ​ຕົນຕໍ່​ການ​ລຸກ​ຮື​ຂຶ້ນ​ຂອງ​ພວກ​ປະ​ທ້ວງ​ນັ້ນ. ​ເລື້ອງ
​ນີ້ໄດ້​ຖືກຫ້າມ​ເວົ້າ​ເຖິງ

​ໃນ​ສື່ຕ່າງໆ​ຂອງລັດ​ ແລະ​ເຖິງແມ່ນ​ເລື້ອງ​ນີ້​ເປັນ​ເລື້ອງ​ຕ້ອງ​ຫ້າມ​ໃນ​ຈີນກໍ​ຕາມ ​ແຕ່​ມີ​ພວກ​
ນັກ​ເຄື່ອນ​ໄຫວ​ຈໍານວນ​ນຶ່ງ ​ພາກັນ​ໄປ​ເຕົ້າ​ໂຮມຢູ່ຈະຕຸ​ລັດ​ນັ້ນ ​ເພື່ອ​ເປັນຂີດ​ໝາຍ​ວັນ​ຄົບຮອບ
ການ​ປະ​ທ້ວງດັ່ງກ່າວ.

ເບິ່ງວີດີໂອກ່ຽວກັບການລະນຶກເຖິງການປະທ້ວງທີ່ຈະຕຸລັດ ຕຽນອັນເໝິນ ຢູ່ຮົງກົງ:

XS
SM
MD
LG