ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຮອງປະທານປະເທດຈີນ ເລີ້ມ ທໍາການຢ້ຽມຢາມ ສະຫະລັດ


ທ່ານຊີ ຈິ້ນຜິງ ຮອງປະທານປະເທດຈີນ ( ຂ້າງຊ້າຍ) ກັບທ່ານ Joe Biden ຮອງປະທານາທິບໍດີສະຫະລັດ.
ວັນທີ 13 ກຸມພາ 2012.
ທ່ານຊີ ຈິ້ນຜິງ ຮອງປະທານປະເທດຈີນ ( ຂ້າງຊ້າຍ) ກັບທ່ານ Joe Biden ຮອງປະທານາທິບໍດີສະຫະລັດ. ວັນທີ 13 ກຸມພາ 2012.

ຮອງ​ປະທານ​ປະ​ເທດ​ຈີນ ທ່ານ​ຊີ ​(shee) ຈິ້ນ​ຜິ​ງ​ ເລີ້ມ​ທໍາ​ການ​ເຄື່ອນ​ໄຫວ​ຢ້ຽມຢາມ
​ສະຫະລັດເປັນ​ເວລາ 4 ມື້​ ໃນ​ວັນ​ຈັນ​ມື້​ນີ້ ທ່າມກາງການທ້າ​ທາຍ​ທີ່​ສໍາຄັນ​ຫລາຍ​ຢ່າງ
ໃນ​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ.

ບັນດາ​ເຈົ້າ​ໜ້າ​ທີ່​ປະ​ຈໍາ​ທໍານຽບຂາວ ກ່າວ​ວ່າ ການ​ຢ້ຽມຢາມ​ຂອງ​ບຸກຄົນ​ທີ່​ຄາດ​ກັນ​ວ່າ
ຈະ​ໄດ້​ເປັນ​ຫົວໜ້າ​ພັກ​ຄອມ​ມີ​ວນິດ​ຈີນ​ໃນ​ທ້າຍປີ​ນີ້ ​ແລະ​ຈະ​ເປັນ​ປະທານ​ປະ​ເທດ​ໃນ​ປີ
2013 ຈະ​ກວມ​ເອົາ​ຫລາຍ​ເລື້ອງ​ໃນ​ດ້ານ​ການ​ເມືອງ ​ເສດຖະກິດ ຄວາມ​ປອດ​ໄພ​ແລະ​ສິດ
ທິມະນຸດ.

ໃນ​ວັນ​ອັງຄານ​ມື້​ອື່ນ​ນີ້ ທ່ານ​ຊີ ຈິ້ນຜິງ ຈະ​ເລີ້ມ​ທໍາ​ການ​ພົບ​ປະກັນ​ເປັນເວລາ​ນຶ່ງ​ມື້ກັບ​ບັນ
ດາ​ເຈົ້າ​ໜ້າ​ທີ່​ສະຫະລັດ ຮວມທັງ​ການ​ໂອ້​ລົມ​ສົນທະນາ​ກັນ​ເປັນ​ເວລາ 2 ຊົ່ວ​ໂມງກັບເຈົ້າ
ພາບ​ທາງ​ການຂອງ​ທ່ານ ຄືຮອງ​ ປະທານາທິບໍດີ​ Joe Biden ແລະ​ພົບ​ປະກັບ​ປະທານາ
ທິບໍດີ ​ບາຣັກ ​ໂອ​ບາ​ມາ​ ທີ່ທໍານຽບຂາວ.

ຫລັງ​ຈາກ​ຮັບ​ປະທານ​ອາຫານ​ທ່ຽງທີ່​ກະຊວງ​ການ​ຕ່າງປະ​ເທດ​ທີ່ຮອງ​ ປະທານາທິບໍດີ
Biden ​ແລະ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຮີນ​ລາຣີ ຄລິນ​ຕັນ ​ເປັນ​ເຈົ້າພາບແລ້ວ ທ່ານ
ຊີ ຈິ້ນ​ຜິ​ງ ມີ​ໝາຍ​ກໍານົດ​ຈະ​ທໍາ​ການ​ຢ້ຽມຢາມ​ກັບ​ບັນດາ​ເຈົ້າ​ໜ້ທີ່​ກອງທັບ​ທີ່​ທໍານຽບຫ້າ
ແຈ ​ແລະ​ຫລັງຈາກ​ນັ້ນ ​ຈະ​ທໍາ​ການ​ພົບ​ປະ​ຫາລື​ກັບ​ບັນດາ​ຜູ້​ນໍາ​ດ້ານ​ທຸລະ​ກິດ​ອາ​ເມຣີກັນ​
ແລະ​ຈີນ.

ເນື່ອງ​ຈາກ​ວ່າ ທ່ານ​ຊີ ຈິ້ນ​ຜິ​ງ ຍັງ​ບໍ່​ທັນ​ໄດ້​ເປັນ​ປະທານ​ປະ​ເທດ​ຈີນ​ເທື່ອ​ນັ້ນ ການ​ຢ້ຽມ
ຢາມ​ຄັ້ງນີ້ ​ຈຶ່ງເບິ່ງ​ຄື​ວ່າ ຈະບໍ່​ບັນລຸ​ຜົນ​ທ່ີ​ສໍາຄັນຫຍັງ​ຫລາຍ​ໃນ​ດ້ານທີ່​ສໍາຄັນ​ຕ່າງໆ​ໃນ
ຄວາມ​ສໍາພັນສອງ​ຝ່າຍ ​ແຕ່​ຄາດ​ວ່າ​ຈະມີ​ການປະກາດ​ ​ກ່ຽວ​ກັບ​ຂໍ້​ຕົກລົງດານ​ທຸລະ​ກິດ
ກັນ​ບາງ​ຢ່າງ.

ໃນມື້​ວັນ​ພຸດ​ ທ່ານ​ຊີ ຈິ້ນ​ຜິ​ງ ມີກໍານົດ​ຈະ​ເດີນທາງ​ໄປ​ຢ້ຽມຢາມ​ລັດ Iowa ​ໃນ​ພາກ​ກາງ
ຂ້ອນຕາ​ເວັນ​ຕົກ ​ແລະ​ຫລັງ​ຈາກ​ນັ້ນ ​ຈະ​ເດີນທາງ​ໄປ​ຢ້ຽມຢາມ​ລັດແຄລີ​ຟໍ​ເນຍທາງ​ພາກ​
ຕາ​ເວັນຕົກ​ຂອງ​ສະຫະລັດ ກ່ອນ​ເດີນ​ທາງ​ກັບ​ຄືນ​ປະ​ເທດ​ຈີນ.

XS
SM
MD
LG