ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຫົວໜ້າ ສປຊ ຊຸກຍູ້ ໃຫ້ເອົາມາດຕະການ ຍຸດຕິ​ການ​ລ່ວງ​ລະ​ເມີດ ​ແລະ​ການ​ສວ​ຍ​ໃຊ້ ທາງ​ເພດ


UN Sex Abuse
please wait
Embed

No media source currently available

0:00 0:00:47 0:00

ເລຂາທິການ​ໃຫຍ່​ ສະຫະ​ປະຊາ​ຊາດ ທ່າ​ນ Ban Ki-moon
ກ່າວ​ໃນ​ວັນ​ພະຫັດ​ວານ​ນີ້​ວ່າ ຕ້ອງ​ໄດ້ເອົາ​ມາດ​ຕະການ “ທີ່
ເດັດ​ດ່ຽວ ​ແລະກ້າຫານ” ເພື່ອ​ຍຸດຕິ​ການ​ລ່ວງ​ລະ​ເມີດ ​ແລະ
​ການ​ສວ​ຍ​ໃຊ້ທາງ​ເພດ ໂດຍກໍາລັງ​ຮັກສາ​ສັນຕິພາບສະຫະ
​ປະຊາ​ຊາດ.

​ໃນ​ການ​ຖະ​ແຫຼງ​ຕໍ່​ບັ​ນດາສະມາຊິກ 15 ປະ​ເທດ ຂອງສະພາ​
ຄວາມໝັ້ນຄົງ ສະຫະ​ປະຊາ​ຊາດນັ້ນ ທ່ານ Ban ກ່າວ​ວ່າ
ການ​ກ່າວ​ຫາ 69 ກໍລະນີ ​ໃນ​ການ​ລ່ວງລະ​ເມີດທາງ​ເພດ​
ພຽງ​ແຕ່​ໃນໃນ​ປີ​ແລ້ວ​ນີ້ ​ກໍໄດ້ບ່ອນ​ທຳ​ລາຍ​ໃນ​ຄວາ​ມ​ເຊື່ອ​ຖື
​ທີ່ມີ​ຕໍ່ສະຫະ​ປະຊາ​ຊາດ ​ແລະ​ຜູ້ຄົນ ​ທີ່ກອງ​ກຳລັງ​ຖືກ​ສົ່ງໄປ
ປົກ​ປ້ອງ​ນັ້ນ.

ທ່ານ Ban ກ່າວ​ວ່າ “ມັນ​ເປັນການທໍລະ​ຍົດ​ຕໍ່​ຄຸນຄ່າ ​ແລະ​ຫລັກການ​ທີ່ ສະຫະ​ປະຊາ​ຊາດ
ຕັ້ງ​ໃຈ​ທີ່ຈະສ້າງ​ຄວາມ​ຄືບ​ໜ້າ​ໃຫ້ ແລະ​ເປັນ​ມົນທິນຕໍ່ຄວາມໜ້າ​ເຊື່ອຖື ຂອງກໍາລັງ​ຮັກສາ
​ສັນຕິພາບ ສະຫະ​ປະຊາ​ຊາດ ທັງ​ໝົດ.”

ການ​ປະຕິບັດ​ງານ ຂອງສະຫະ​ປະຊາ​ຊາດ ຢູ່່ໃນສາທາລະນະ​ລັດອາ​ຟຣິກາກາງ ຫລື
MINUSCA ​ໄດ້​ເປັນ​ເປົ້າ​ໝາຍ​ຂອງ​ການ​ກ່າວ​ຫາ​ຫຼາຍທີ່​ສຸດ ​ໃນ​ການ​ລ່ວງ ລະ​ເມີດ
ແລະ​ສວຍ​ໃຊ້ທາງ​ເພດ ​ຄື​ມີ​ທັງ​ໝົດ 22 ​ກໍລະ​ນີໃນ​ປີ​ແລ້ວ​ນີ້ ​ແລະ​ອີກ​ຫລາຍ​ໆ​ກໍລະນີ​
ໃນ​ປີ 2016.

ຫົວໜ້າ​ສະຫະ​ປະຊາ​ຊາດ ​ໄດ້​ດຳ​ເນີນ​ນະ​ໂຍບາຍ “ສູນ​ກໍລະນີ​” ບໍ່​ໃຫ້​ເກີດ​ການ​ກະທຳຜິດ
​ດັ່ງກ່າວ ມາ​ເປັນ​ເວລາ​ຫລາຍ​ປີ​ແລ້ວ ​ແຕ່​ວ່າ​ກໍລະນີເຫຼົ່ານີ້​ແມ່ນ​ຍັງ​ສືບຕໍ່​ເພີ້​ມທະວີຂື້ນ.

ຢູ່​ໃນ​ລາຍ​ງານເດືອນ​ແລ້ວກ່ຽວ​ກັບ​ເລື້ອງ​ດັ່ງກ່າວ ​ເລ​ຂາທິການ​ໃຫຍ່ ​ໄດ້​ສະ​ເໜີ​ຂໍ້​ລິ​ເລີ້ມ​
ໃໝ່​ເພື່ອເສີມຄວາມ​ເຂັ້ມ​ແຂງ​ ໃຫ້​ແກ່​ການ​ຕອບ​ຮັບຂອງສະຫະ​ປະຊາ​ຊາດ ຮວມທັງ​ຈະ
ໃຫ້ການ​ຊ່ວຍ​ເຫລືອ ​ເພື່ອຍຸດຕິ​ການ​ບໍ່​ຖືກ​ລົງ​ໂທດ ​ໃຫ້ການ​ຊ່ວຍ​ເຫລືອ​ແກ່​ຜູ້​ເຄາະ​ຮ້າຍ
​ແລະ​ປັງ​ປຸງ​ຄວາມ​ຮັບຜິດຊອບ​ຕໍ່ບັນດາ​ຜູ້​ກະທຳ​ຜິດ.

​ເລຂາທິການໃຫຍ່ ​ໄດ້​ຮຽກຮ້ອງໃຫ້​ກອງ​ທະຫານ ​ແລະ​ຕຳຫລວດ ບອກ​ຊື່​ປະ​ເທດ​ ເພື່ອ
​ຈະ​ເປີດ​ການ​ດຳ​ເນີນ​ຄະດີ​ໂດຍສານ​ທະຫານ ຢູ່​ທີ່​ຄ້າຍ​ຂອງ​ກຳລັງ​ຮັກ ສາ​ສັນຕິພາ​ບ
ບ່ອນ​ທີ່​ການ​ລ່ວງ​ລະ​ເມີດ​ມີ​ການ​ກ່າວ​ຫາວ່າ​ໄດ້​ເກີດ​ຂຶ້ນນັ້ນ ​ແລະ​ທ່ານ​ໄດ້​ຮຽກຮ້ອງ​ໃຫ້​
ເກັບ​ກຳ​ເອົາ​ຕົວຢ່າງ DNA ຈາກ​ບັນດາ​ຜູ້​ທີ່​ຖືກ​ກ່າວ​ຫາ​ວ່າ ກະທຳຄວາ​ມຜິດ.

XS
SM
MD
LG