ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທະນາຄານກາງ ສຫລ ຈະສືບ​ຕໍ່ ຫຼຸດ​​ການຊື້ ພັນທະບັດ ປະຈຳເດືອນ (ວີດີໂອ)


US Fed on Track to Reduce Monthly Bond Purchases
please wait

No media source currently available

0:00 0:01:55 0:00
ທະນາຄານ​ກາງ​ສະຫະລັດ ຍັງ​ດຳ​ເນີນ​ສືບ​ຕໍ່ ​ໃນ​ການ​ຕັດ
ການ​ກະຕຸກ​ຊຸກຍູ້​ໂດຍ​ກົງຕໍ່ເສດຖະ ກິດ​ອາເມຣິກັນ ທີ່​ຖື​ວ່າ
​ໃຫຍ່​ທີ່​ສຸດ​ໃນ​ໂລກ​ນັ້ນ.

ບັນດາ​ພວກກຳນົດນະ​ໂຍບາຍ​ຂອງທະນາຄານ​ກາງ​ສະ
ຫະລັດ ​ໄດ້ກ່າວໃນ​ວັນ​ພຸດ​ວານ​ນີ້ວ່າ ​ໃນ​ເດືອນ​ໜ້າ​ນີ້ ທາງ
​ທະນາຄານກາງຈະຫ​ລຸດການ​ຊື້​ພັນທະບັດ​ລົງຕື່ມອີກ
ທີ່​ມີ​ຈຸດປະສົງແນ ໃສ່ເພື່ອຮັກສາ​ອັດຕາດອກ​ເບ້ຍ​ຕ່ຳ​
ແລະ​ສ້າງວຽກເຮັດງານທຳ​. ພວກ​ເຂົາ​ເຈົ້າ​ໄດ້​ກ່າວ​ວ່າ​
ສະພາບ​ອາກາດ​ທີ່ໜາວ​ຜິດ​ປົກກະຕິ ​ແລະ​ຫິມມະທີ່​ຕົກລົງ
​ມາ​ຫຼາຍ​ນັ້ນ​ ໄດ້ເຮັດໃຫ້​ເສດຖະກິດ​ຂອງ​ສະຫະລັດຊັກຊ້າ
ລົງ​ໃນ​ລະດູ​ໜາວ​ນີ້​ ​ແຕ່ເສດຖະກິດກໍຍັງມີຄວາມເຂັ້ມແຂງພຽງພໍຢູ່ ທີ່​ສາມາດ​ຊຸກຍູ້
ໃຫ້ພວກ​ເຈົ້າ​ຂອງ​ບໍລິສັດ​ທັງຫຼາຍຈ້າງພະນັກງານເພີ້ມ ​ໃນໄລຍະສອງສາມ ເດືອນ​
ຕໍ່ໜ້າ​ນີ້.

ປະທານ​ຂອງທະນາຄານ​ກາງ​ສະຫະລັດຄົນໃໝ່ທ່ານນາງJanet Yellen ​ໄດ້​ກ່າວ​ວ່າ
ອັດຕາຄົນຫວ່າງງານຂອງ​ສະຫະລັດ ​ໃນ​ເດືອນ​ກຸມພາ ​ຊຶ່ງ​ຢູ່​ໃນລະດັບ 6.7 ສ່ວນ​ຮ້ອຍ
ນັ້ນແມ່ນ ຍັງ​ສູງ​ຢູ່ທຽບ​ໃສ່​ປະຫ​ວັດ​ທີ່ເປັນມາດຕະຖານຂອງປະເທດ​ນັ້ນ. ​ແຕ່​ພວກ
ນັກ​ເສດຖະສາດ​ຂອງ​ທະນາຄານ​ກາງ ຄາດ​ຫວັງ​ວ່າ ອັດຕາຄົນຫວ່າງງານ​ຈະ​ສືບ​ຕໍ່
ຫ​ລຸດລົງ ໃນຕະຫລອດປີ ນີ້ ບາງທີອາດຈະຫຼຸດຕ່ຳລົງ​ເຖິງ 6.1 ສ່ວນ​ຮ້ອຍ ​ແລະ​ຈະ
​ເຖິງ​ລະດັບ​ປົກກະຕິ ​ໃນ​ປີ 2016.

​ໃນ​ປີ​ກາຍ​ນີ້ ທາງທະນາຄານ​ກາງ​ສະຫະລັດ ​ໄດ້​ຊື້​ພັນທະ​ບັດ ໃນ​ຈຳນວນ 85 ພັນ
​ລ້ານ ຕໍ່​ເດືອນ ​ໃນ​ຄວາມ​ພະຍາຍາມ​ທີ່​ຈະ​ລັດ​ເລັ່ງການ​ຟື້​ນຕົວ​ຄືນ​ຂອງເສດຖະກິດ
​ສະຫະລັດ ຈາກ ສະພາ​ບເສດຖະກິດຖົດຖອຍໃນປີ 2009 ຊຶ່ງ​ເປັນ​ສະພາບເສດ
ຖະກິດຕົກຕ່ຳທີ່​ຮ້າຍ​ແຮງ​ທີ່​ສຸດ ນັບ​ຕັ້ງ​ແຕ່​ຊຸມ​ປີ 1930 ​ເປັນ​ຕົ້ນ​ມາ.

ຫຼັງຈາກ​ກອງ​ປະຊຸມ​ເປັນ​ເວລາ 2 ມື້ ​ໃນ​ກຸງ​ວໍ​ຊີງ​ຕັນ ທະນາຄານ​ກາງໄດ້ກ່າວວ່າ
ຕົນຈະໄດ້ຕັດການຊື້​ພັນທະບັດ​ລົງຕື່ມ ເປັນ 55 ພັນລ້ານ ໃນເດືອນເມສານີ້ ຄືຕັດ
ຈາກຈຳນວນ 65 ພັນລ້ານ ໃນປະຈຸບັນ ຊຶ່ງເປັນການປະຕິບັດຕາມຕົວເລກທີ່ທາງ
ທະນາຄານກາງ ກ່າວໄວ້ທີ່ຈະຍຸຕິການຊື້ພັນທະບັດໂດຍທັງໝົດພາຍໃນທ້າຍປີນີ້
ແຕ່ເຖິງຢ່າງນັ້ນກໍຕາມ ທະນາ ຄານກາງຍັງໄດ້ກ່າວວ່າ ຕົນຍັງບໍ່ໄດ້ຕັ້ງກຳນົດຢ່າງ
ຕາຍຕົວເທື່ອ.
XS
SM
MD
LG