ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

FBI ພວມສືບສວນ ການໂຈມຕີ ທາງອິນເຕີແນັດ ຕໍ່ ກອງບັນຊາການ Centcom ສຫລ


ອົງການ​ສືບ​ລັບສັນຕິບານ​ກາງ ຫລື FBI ກຳລັງ​ສືບ​ສວນ​ກ່ຽວ
ກັບການ​ໂຈມ​ຕີ​ຕໍ່ບັນຊີ Twitter ​ແລະ Youtube ທີ​ເປັນ​ຂອງ
ກອງ​ບັນຊາ​ການ​ທະຫານ​ສະ ຫະລັດ ​ໃນ​ເຂດ​ພາກ​ຕາ​ເວັນ
​ອອກ​ກາງ ອ​າຟຣິກາ​ເໜືອແລະເອເຊຍກາງ ຫລື CENTCOM
ທີ່ກຳກັບ​ດູ​ແລ​ການໂຈມ​ຕີ​ທາງ​ອາກາດພາຍໃຕ້ການນຳພາ
ຂອງ ສະຫະລັດ ​ໃສ່ກຸ່ມລັດ​ອິສລາມ ຢູ່​ໃນ​ອີຣັກ ​ແລະ​ຊິ​ເຣຍ.

ພວກ​ໂຈມຕີ ​ທີ່ກ່າວ​ວ່າ ​ເຂົາ​ເຈົ້າ​ຈົງ​ຮັກ​ພັກດີ​ຕໍ່ກຸ່ມລັດ​ອິສລາມ
​ໄດ້​ເຂົ້າຢຶດເອົາ ບັນຊີທັງສອງຢ່າງຜິດກົດໝາຍເປັນເວລາ​ລະ
ຍະ​ສັ້ນໆ ​ ​ໃນ​ວັນ​ຈັນ​ວານ​ນີ້ ​ໂດຍ​ຂົ່ມຂູ່ທະຫານ​ສະຫະລັດ
ດ້ວຍ​ການ​ສົ່ງຂໍ້​ຄວາມວ່າ “ພວກ​ເຮົາ​ຈະ​ມາ ​ເບິ່ງ​ທາງ​ຫລັງ​
ຂອງພວກ​ເຈົ້າ. ຈາກກຸ່ມ ISIS.”

ສ່ວນຂໍ້ຄວາມອື່ນໆ ແມ່ນຮວມທັງ ລິ້ງໄປຫາເອກ​ກະສາ​ນຕ່າງໆ ທີ່ປາກົດ​ວ່າ​ບັນຈຸ​ນຳ້ເບີ
​ໂທລະສັບ ​ແລະ​ອີ​ແມລ ​ແລະ​ທີ່ຢູ່​ຂອງ​ບັນດາ​ເຈົ້າ​ໜ້າ​ທີ່ທະຫານສະ ຫະລັດຫລາຍ​ສິບ
​ຄົນ. ​ເຂົາ​ເຈົ້າ​ຍັງ​ໄດ້​ສ​ະ​ແດງ​ອັນ​ທີ່​ປາກົດ​ວ່າ ​ເປັນແຜນທີ່ໆມີ​ການ​ຮົ່ວ​ໄຫລ​ຂອງທະຫານ
ກ່ຽວກັບຈີນ ​ແລະ​ເກົາຫລີ​ເໜືອ.

CENTCOM ກ່່າວ​ວ່າ ການ​ປະຕິບັດ​ງານ​ທາງ​ທະຫານ​ຂອງ​ຕົນບໍ່​ໄດ້​ຮັບຄວາມ ​ເສຍ​ຫາຍ
​ແລະ​ພວມຊັ່ງ​ຊາໃນ​ຂັ້ນຕົ້ນເບິ່ງວ່າ ພວກໂຈມຕີ​ບໍ່​ໄດ້​ເຂົ້າ​ໄປເຖິງ​ຂໍ້ມູນ​ລັບໃດໆ.

ກອງ​ບັນຊາ​ການສະຫະລັດກ່າວ​ວ່າ ຕົນ​ເຫັນ​ວ່າ​ການ​ໂຈມຕີດັ່ງກ່າວນີ້ແມ່ນເປັນ ກໍລະນີ
ການທຳລາຍຊັບສິນທາງ​ຄອມ​ພິວ​ເຕີ.

​ຢູ່​ໃນ​ຫລາຍ​ກໍລະນີນັ້ນ ສິ່ງຕ່າງໆທີ່ພິມເຜີຍແຜ່ ໂດຍບັນຊີ Twitter ຂອງ CENTCOM
ປາກົດ​ວ່າ ​ເປັນ​ຂອງ​ເດັກນ້ອຍ ຫລື ບໍ່​ເຊື່ອມໂຍງກັນ ຮວມທັງ​ຮູບ​ແກະແຜ່ນ​ນຶ່ງ ຢູ່​ໃນ​ຫ້ອງ
ການ​ທີ່​ບອກ​ວ່າ “ພວກ​ເຮົາ​ຢູ່​ໃນ ໜ່ວຍ​ຄອມ​ພິວ​ເຕີ ຫຼື PC ຂອງທ່ານ” ​ແລະ​ຮູບ​ທີ່​ບັນ​ຈຸ​ຂໍ້​
ຂຽນ​ວ່າ “ຂ້ອຍ​ຮັກ​ເຈົ້າ ຈາກກຸ່ມ ISIS.”

ການ​ໂຈມ​ຕີ​ໃນ​ວັນ​ຈັນ ​ໄດ້​ເກີດ​ຂື້ນໃນ​ຂະນະປະທານາທິບໍດີ Barack Obama​ ​ໄດ້​ກ່າວ
​ຄຳປາໄສກ່ຽວກັບ​ການ​ຂະຫຍາຍການຮັກສາຄວາມ​ປ​ອດ​ໄພທາງອິນເຕີ ແນັດ. ໃນການ
ຖະແຫຼງ​ຢູ່​ທີ່ຄະນະ​ກຳມາທິການ ການ​ຄ້າ​ລັດຖະບານ​ກາງ ທ່ານ Obama ກ່່າວ​ວ່າ ການ
​ໂຈມຕີເຈາະຂໍ້ມູນ ແມ່ນເປັນ​ການ​ຂົ່ມຂູ່​ໂດຍ​ຕົງ ຕໍ່​ຜູ້​ບໍລິ​ໂພ​ກຊາວ​ອາ​ເມຣິກັນ.

US Military Twitter Account Hacked as Obama Proposes Improved Cyber Security
please wait

No media source currently available

0:00 0:02:50 0:00

XS
SM
MD
LG