ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຊາວ​ອາ​ເມຣິກັນ ​ສະ​ເຫລີ​ມ ສະຫລອງ ວັນ​ກຳມະກອນ


ນັກຂີ່ລົດຖີບຄົນນຶ່ງ ຂີ່ຜ່ານທຸງຊາດສະຫະລັດ ທີ່ໃຫຍ່ທີ່ສຸດໃນໂລກ ປິວຢ່າງອິດສະລະ ຢູ່ເທິງຂົວ George Washington ເມື່ອວັນຈັນ ທີ 2 ຕຸລາ 2013.
ນັກຂີ່ລົດຖີບຄົນນຶ່ງ ຂີ່ຜ່ານທຸງຊາດສະຫະລັດ ທີ່ໃຫຍ່ທີ່ສຸດໃນໂລກ ປິວຢ່າງອິດສະລະ ຢູ່ເທິງຂົວ George Washington ເມື່ອວັນຈັນ ທີ 2 ຕຸລາ 2013.

ວັນ​ຈັນ​ມື້​ນີ້ ຊາວ​ອາ​ເມຣິກັນພາກັນ​ສະ​ເຫລີ​ມສະຫລອງ
ວັນ​ກຳມະກອນ ຊຶ່ງ​ເປັນ​ວັນພັກ​ແຫ່ງ​ຊາດ ​ເພື່ອ​ເປັນການ​
ໃຫ້​ກຽດ​ແກ່​ຊາວກຳມະກອນ​ທີ່​ໄດ້​ປະກອບສ່ວນ​ໃນ​ການ​
ສ້າງສາ​ປະ​ເທດ. ວັນພັກ​ມື້​ນີ້ຍັງ​ເປັນຂີດ​ໝາຍ ​ທີ່​ບໍ່​ເປັນ​ທາງ​
ການ ຂອງ​ການສິ້ນສຸດ​ຂອງ​ລະດູ​ຮ້ອນ ຢູ່​ໃນ​ສະຫະລັດ.

ວັນ​ຈັນ​ຂອງ​ອາທິດ​ທຳ​ອິດຂອງເດືອນ​ກັນຍາ ​ໄດ້ກາຍມາ​
ເປັນວັນພັກ​ຢ່າງ​ເປັນ​ທາງ​ການ​ເມື່ອ​ປີ 1894 ຫຼັງຈາກ​ມີ​ການ
​ຊຸກຍູ້​ຂອງ​ສະຫະພັນ​ກຳມະບານ​ແຫ່ງ​ຊາດ. ຫຼາຍທົດ​ສະ​ວັດ​
ຜ່ານ​ມາ ບັນດາ​ເມືອງ​ນ້ອຍ​ໃຫຍ່​ໃນ​ທົ່ວ​ປະ​ເທດ ​ພາກັນໃຊ້​
ໂອກາດ​ນີ້ ຈັດ​ແຫ່​ຂະ​ບວນຕ່າງໆ ​ເພື່ອ​ໃຫ້ກຽດ​ແກ່ຊາວ​ກຳມະ​ກອນ​ໃນ​ໂຮງງານ​ ທີ່​ໄດ້​ຈັດ
ຕັ້ງກັນ​ເປັນ​ສະຫະພັນ.

ສະຫະພັນ​ກຳມະບານ​ຕ່າງໆ ​ໄດ້​ເຫັນ​ຈຳນວນ​ສະມາ​ຊິກ​ຂອງພວກ​ຕົນ ຕົກ​ຕ່ຳລົງ​ຢ່າງ​ຕໍ່​
ເນື່ອງ ​ໃນ​ລະຍະ 30 ປີຜ່ານ​ມາ ​ພ້ອມ​ກັບການເຕີບ​ໃຫຍ່ຂະຫຍາຍຕົວ​ຂອງ​ເທັກ​ໂນ​ໂລ​ຈີ
​ແລະໂລກາ​ພິວັດຂອງເສດຖະກິດໂລກ. ​ໃນ​ປີ 1983 20 ​ສ່ວນ​ຮ້ອຍ​ຂອງບັນດາກຳມະ
ກອນ​ສະຫະລັດ ໄດ້​ເປັນ​ສະມາຊິກ​ສະຫະ​ພັນກຳມະບານ ສົມທຽບກັບ ​ປີ 2013 ຊຶ່ງມີ​
ພຽງ​ແຕ່ 11 ​ສ່ວນ​ຮ້ອຍ ​ເທົ່າ​ນັ້ນ.

​ເຖິງ​ຢ່າງ​ໃດ​ກໍຕາມ ຕະຫລອດ​ໄລຍະຫຼາຍປີຜ່ານມາ ບັນ​ດາສະຫະພັນ​ກຳມະບານ ​ໄດ້​
ເຫັນຜົນງານ​ການ​ຕໍ່ສູ້ຂອງ​ພວກ​ເຂົາ​ ​ໃນຮູບ​ຂອງຜົນ​ປະ​ໂຫຍ​ດຕ່າງໆ​ ທີ່​ພວກ​ເຂົາ​ຕ້ອງ
ການ​ນັ້ນ ​ຖືກ​ຮວມ​ເອົາ​ເຂົ້າ​ໄວ້​ໃນ​ສະຖານ​ທີ່​ທຳ​ງານ​ສ່ວນ​ໃຫຍ່ຂອງສະຫະລັດ ລວມທັງ
ການ​ເຮັດ​ວຽກ 5 ມື້ຕໍ່​ອາທິດ ຕະຫລອດ​ທັງ​ການ​ປິ່ນປົວ​ສຸຂະພາບ ​ແລະມື້ຢຸດ​ພັກ ທີ່ບັນ
ດານາຍ​ຈ້າງຈ່າ​ຍ​ເງິນ​ໃຫ້.

XS
SM
MD
LG