ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະຫະລັດ ສະຫລອງ ວັນກອງທັບ ແຫ່ງຊາດ ທົ່ວປະເທດ


ທະຫານສະຫະລັດ ກຳລັງທຳການຝຶກແອບ
ທະຫານສະຫະລັດ ກຳລັງທຳການຝຶກແອບ
ວັນ​ເສົາ​ມື້​ນີ້ ​ເປັນ​ວັນ​ກອງທັບແຫ່ງ​ຊາດ ຢູ່ໃນສະຫະລັດ ​ເວລາ
​ຊາວອາ​ເມຣິກັນ ພາກັນ​ໃຫ້​ກຽດ​ແກ່ພວກຜູ້ຊາຍແລະແມ່ຍິງ ທີ່
ເຂົ້າ​ຮັບ​ໃຊ້ ​ຢູ່ໃນກອງທັບສະຫະລັດ ​ໃນ​ຍາມສົງຄາມ ​ແລະ​ໃນ​
ຍາມສະ​ຫງົບ.

ພິທີດັ່ງກ່າວ ໄດ້ຈັດ​ຂື້ນ ​ໃນ​ວັນ​ເສົາ ອາທິດ​ທີ​ສາມ ຂອງເດືອນ
​ພຶດສະພາ ​ແລະ​ພິທີສະຫຼອງແມ່ນຈັດ​ຂື້ນໃນ​ທົ່ວ​ປະ​ເທດ ​ເພື່ອ​ໃຫ້​ກຽດ​ແກ່ບັນດາ​ທະຫານ
ຢູ່​ໃນ​ເຄື່ອງ​ແບບ ຮວມ​ທັງ​ການ​ເດີນສວນສະໜາມການສະ​ແດງການບິນແລະການໄປຢ້ຽມ ຢາມ​ຄ້າຍ​ທະຫານ ​ແລະ​ກຳປັ່ນລົບ ​ພ້ອມທັງ​ການວາງ​ສະແດງເຄື່ອງ​ອຸບປະກອນຂອງ​ທະ ຫານ​ຕ່າງໆ.

ວັນ​ກອງທັບ ໄດ້​ຕັ້ງ​ຂື້ນ​ໃນ​ປີ 1949 ​ໃນ​ສະ​ໄໝ​ປະທາ​ນາ​ທິບໍດີ Harry Truman ທີ່ໄດ້ຮວບ ຮວມເອົາວັນກອງທັບບົກ ກອງທັບອາກາດ ແລະກອງທັບເຮືອ ຊຶ່ງແຕ່ກ່ອນ ແຍກກັນນັ້ນ ເຂົ້າເປັນວັນດຽວກັນ. ການ​ທ້ອນໂຮມເຂົ້າກັນນີ້ ​ເກີດ​ຈາກການ​ຮວມ​ເຂົ້າກັນ ຂອງເຫຼົ່າທັບ ຕ່າງໆ ຢູ່​ໃນກະຊວງ​ປ້ອງ​ກັນ​ປະ​ເທດ ທີ່ຕັ້ງຂຶ້ນ​ໃໝ່.
XS
SM
MD
LG