ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສຫລ ສະຫຼອງ ຄົບຮອບຫ້າສິບປີ ຂອງການເສຍຊີວິດຂອງ Martin Luther King, Jr. (ສະໄລດ໌/ວີດິໂອ)


ປະຊາຊົນຫຼາຍ​ສິບ​ພັນ​ຄົນ ​ໄດ້​ເຕົ້າ​ໂຮມ​ກັນ​ຢູ່​ທີ່​ນະຄອນຫຼວງ
ວໍ​ຊິງ​ຕັນ ​ເມື່ອ​ວັນ​ເສົາ​ວານ​ນີ້ ​ເພື່ອລະ​ນຶກ​ເຖິງ​ຄໍາ​ປາ​ໄສຄັ້ງ​ປະ
ຫວັດສາດດ້ານ​ສິດທິ​ພົນລະ​ເຮືອນຂອງ​ຄຸນ​ພໍ່ ມາຕິນ ລູ​ເທີ ຄິງ
ທີ່​ວ່າ ຂ້າ​ພະ​ເຈົ້າມີ​ຄວາມ​ຝັນ​ຢ່າງ​ນຶ່ງ ​ເມື່ອ​ຫ້າ​ສິບ​ປີຜ່ານມາ.

ໃນ​ປີ 1963 ຊາວ​ອາ​ເມ​ຣິກັນ ​ເຊື້​ອສາຍ​ອາ​ຟຣິກາ ​ໄດ້​ພາກັນ
​ດິ້ນຮົນ​ຕໍ່ສູ້ ​ເພື່ອ​ເອົາ​ຊະນະການ​ກີດ​ກັນດ້ານ​ເຊື້ອ​ຊາດ​ຜິວ​ພັນ
ທີ່​ໄດ້​ວາງ​ຂໍ້​ຈໍາກັດ​ຮັດ​ແຄບຕໍ່ສິດທິ​ໃນ​ການ​ປ່ອນ​ບັດ​ເລືອກ​ຕັ້ງ
ຂອງ​ພວກ​ຄົວ​ຜິວ​ດໍາ ​ຢູ່​ໃນຫຼາຍໆ​ພາກສ່ວນຂອງ​ສະຫະລັດ
ກີດ​ກັນ​ການ​ໄດ້​ວຽກ​ເຮັດ​ງານ​ທໍາ​ທີ່​ດີ​ຂອງ​ພວກ​ເຂົາ​ເຈົ້າ ​ແລະ
ປ່ອຍ​ໃຫ້ຫຼາຍໆຄົນຈົມ​ຢູ່​ໃນ​ຄວາມທຸກ​ຈົນ.

ຄໍາ​ປາ​ໄສ​ຂອງ​ທ່ານ​ຄິງ ​ໄດ້​ເນັ້ນ​ຍໍ້າ ​ເຫດການ​ເດີນ​ຂະ​ບວນ​ໂດຍ​ມະຫາຊົນ ຈໍານວນ 250,000 ຄົນ ໃນ​ຄັ້ງ​ນັ້ນ ທີ່​ໄດ້​ສະແດງ​ໃຫ້​ເຫັນ​ເຖິງຄວາມ​ມີ​ອິດ​ທິພົນທາງ​ການ​ເມືອງ​ຫຼາຍຂຶ້ນ​ ຂອງ​ການ​ເຄື່ອນ​ໄຫວ​ທີ່​ບໍ່​ຮຸນ​ແຮງ ທີ່​ໃນ​ທີ່​ສຸດກໍ​ໄດ້​ຍັງ​ຜົນ​ໃຫ້​ມີ​ການ​ອອກ​ກົດ
ໝາຍ​ໃໝ່ ທີ່​ພິທັກ​ປົກ​ປ້ອງ​ສິດທິ​ພົນລະ​ເຮືອນ ​ແກ່ພວກ​ຄົນ​ຜິວ​ດໍາ​ແລະເຊື້ອ​ຊາດ​ອື່ນໆ.

Historic Civil Rights March Commemorated in Washington
please wait

No media source currently available

0:00 0:02:35 0:00
ລິງໂດຍກົງ

ຫ້າສິບ​ປີ​ຕໍ່​ມາ ​ໃນ​ວັນ​ເສົາ​ວານ​ນີ້ ທ່ານ Eric Holder ລັດຖະມົນຕີ​ກະຊວງ​ຍຸຕິທໍາ​ສະຫະ
ລັດ ​ໄດ້​ບອກ​ພວກ​ເດີນຂະ​ບວນ​ປະ​ທ້ວງ​ຊຸດ​ໃໝ່​ວ່າ ພວກ​ບຸກ​ເບີກ​ເອົາສິດທິ​ພົນລະ​ເຮືອນ
ທັງຫຼາຍນັ້ນ ​ໄດ້​ເຮັດໃຫ້​ທ່ານໄດ້​ກາຍ ເປັນ​ຊາວອາ​ເມ​ຣິກັນ​ເຊື້ອສາຍ​ອາ​ຟຣິກາ​ຄົນ​ທໍາອິດ
ທີ່​ໄດ້ດໍາລົງ​ຕໍາ​ແໜ່​ງຫົວໜ້າ​ກະຊວງຍຸຕິ​ທໍາ. ທ່ານ Holder ​ເວົ້າ​ອີກ​ວ່າ ຍັງ​ມີ​ພາລະ​ອີກ
ຫຼາຍປະການ​ທີ່​ຈະຕ້ອງ​ໄດ້​ກະທໍາ​ໃຫ້​ສໍາ​ເລັດ ​ເພື່ອ​ພິທັກ​ປົກ​ປ້ອງສິດທິ​ໃນ​ການ​ປ່ອນ​ບັດ​
ເລືອກ​ຕັ້ງ ສໍາລັບ​ພວກ​ຄົນ​ຜິວ​ດໍາ ​ແລະ​ຂະຫຍາຍ​ສິດທິ​ພົນລະ​ເຮືອນ ອອກ​ໄປ​ໃຫ້​ທົ່ວ​ເຖິງ​
ພວກ​ກຸ່ມ​ຊົນ​ອື່ນໆ ​ເຊັ່ນພວກສະ​ແປ​ນີສ ​ແລະ​ພວກ​ກະ​ເທີຍ ​ເປັນ​ຕົ້ນ.

ທ່ານ Jesse Jackson ນັກ​ເຄື່ອນ​ໄຫວ​ສິດທິ​ພົນລະ​ເຮືອນ ຜູ້​ມີ​ປະສົບ​ການ​ສູງ ກໍ​ໄດ້​ກ່າວ 50 ປີ ຫຼັງຈາກຄໍາ​ປາ​ໄສຂອງ​ທ່ານ ຄິງ ວ່າ “ພວກ​ເຮົາ​ມີເສລີພາບ​ແລ້ວ​ກໍ​ຈິງ​ຢູ່ ​ແຕ່​ພວກ​ເຮົາ​ຍັງ​ບໍ່​ມີ​ຄວາມ​ເທົ່າ​ທຽມ​ກັນ” ​ແລະ​ໄດ້ຮຽກຮ້ອງ​ໃຫ້​ຜູ້​ຟັງ​ທັງຫຼາຍ​ໃນ​ທີ່​ໂຮມ​ຊຸມນຸມ​ນັ້ນ ຈົ່ງ​ສືບ​ຕໍ່​ຝັນ​ໄປ​ເລື້ອຍໆ ຮັກສາ​ສັດທາຄວາມ​ເຊື່ອ​ຖື ​ແລະ​ຢ່າ​ໃຫ້​ຄວາມ​ຫວັງ​ດັບ​ສູນ​ໄປ.

ທ່ານ Julian Bond ທີ່​ໄດ້​ກ່າວ​ຕໍ່​ຝຸງ​ຊົນ​ກຸ່ມ​ດຽວ​ກັນ ​ຈົ່ມ​ທຸກ​ວ່າຕົວ​ຊີ້​ບອກທາງ​ເສດຖະກິດ
ສະ​ແດງ​ໃຫ້​ເຫັນ​ວ່າ ພວກ​ຄົນ​ຜິວ​ດໍາຍັງ​ລ້າຫຼັງ ພວກ​ຄົ​ນຜິວ​ຂາວຫຼາຍຢູ່ ​ແລະ​ທ່ານໄດ້
ປະນາມ​ການ​ຕັດສິນຂອງສານສູງ​ສຸດ​ສະຫະລັດ​ບັ້ນ​ນຶ່ງ​ເມື່ອ​ບໍ່​ດົນ​ມາ​ນີ້ ທີ່​ທ່ານ​ເວົ້າ​ວ່າ ​ໄດ້​
ທໍາລາຍສິດທິ​ໃນ​ການ​ປ່ອນ​ບັດ​ເລືອກ​ຕັ້ງ ທີ່​ພວກ​ເຮົາ​ໄດ້​ຕໍ່ສູ້​ ​ແລະ​ສະຫຼະ​ຊີບເພື່ອ​ນັ້ນ.

ເບິ່ງວີດີໂອສັ້ນ:

ຂ່າວ ກ່ຽວກັບ Martin Luther King, Jr.
please wait

No media source currently available

0:00 0:01:04 0:00


XS
SM
MD
LG