ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ສະຫຼອງ ຄົບຮອບ 50 ປີ ຂອງການ ເດີນຂະບວນ ເພື່ອສິດທິ ພົນລະເມືອງ (ສະໄລດ໌)


ອະນຸສາວະລີ ທ່ານ Martin Luther King, Jr. ທີ່ສະໜາມຫລວງ ກຸງວໍຊິງຕັນດີຊີ.
ອະນຸສາວະລີ ທ່ານ Martin Luther King, Jr. ທີ່ສະໜາມຫລວງ ກຸງວໍຊິງຕັນດີຊີ.
ເປັນ​ທີ່​ຄາດ​ກັນ​ວ່າ ຫລາຍ​ໆພັນ​ຄົນ​ຈະ​ມາ​ເຕົ້າ​ໂຮມ​ກັນ​ຢູ່ທີ່ນະ​
ຄອນ​ຫລວງວໍ​ຊິງ​ຕັນ ​ໃນ​ວັນ​ເສົາ​ມື້​ນີ້ ​ເພື່ອ​ຢ້ອນ​ຄືນ​ຮ່ອງ​ຮອຍ​
ຂອງການ​ເດີນ​ຂະ​ບວນ​ເພື່ອສິດທິ​ພົນລະ​ເມືອງ​ໃນ​ປີ 1963 ທີ່​
ຮູ້​ກັນໃນ​ນາມ “ການ​ເດີ​ນຂະ​ບວນທີ່​ນະຄອນຫຼວງ​ ວໍ​ຊິງ​ຕັນ ຫຼື
March on Washington.”

​ໃນ​ລະຫວ່າງ​ການ​ເດີນ​ຂະ​ບວນ ຄັ້ງ​ປະຫວັດສາດນັ້ນ ພະ​ອາ
ຈານ Martin Luther King Jr. ​ໄດ້​ກ່າວຄໍາ​ປາ​ໄສ ​ທີ່​ມີ​ຊື່​ສຽງ​
“ຂ້າພະ​ເຈົ້າ ມີ​ຄວາມ​ຝັນ” ຕໍ່ໜ້າຝູງ​ຊົນ​ຫລາຍກວ່າ 250.000
​ຄົນຊຶ່ງ​ເປັນ​ການ​ເດີນ​ຂະ​ບວນ​ເພື່ອ​ຮຽກ ຮ້ອງ​ເອົາສິດທິ​ເທົ່າ​
ທຽມ​ກັນ ຢູ່​ໃນ​ປະ​ຫວັດ​ສາດ​ຂອງສະຫະລັດ ​ແລະ​ເປັນຈຸດ ​ຂອງ​
ການ​ຫັນປ່ຽນສຳລັບອາ​ເມຣິກາ.

​ເກືອບ 50 ປີ​ຕໍ່​ມາ ບັນດາ​ຜູ້​ກ່າວ​ຄໍາ​ປາ​ໄສ​ໃນ​ວັນ​ເສົາ​ມື້​ນີ້ ​ແມ່ນ
ຮວມ​ທັງບັນດາ​ພະ​ອາຈານ ຊາວ​ອາເມຣິກາ-​ເຊື້ອສາຍ​ອາ​ຟຣິ
ກາ ຄືພະ​ອາຈານ Al Sharpton ພ້ອມ​ດ້ວຍ​ລູກ​ຊາຍ​ຂອງ Dr.
King ຄື​ທ່ານ Martin Lurther King ທີ 3.

ການ​ເດີນ​ຂະ​ບວນຄັ້ງ​ທີ​ສອງ ຈະຈັດ​ຂື້ນ​ໃນ​ວັນ​ຄົບຮອບ​ແທ້ໆ ຄືວັນ​ພຸດ ທີ 28 ​ເດືອນ​ສິງຫານີ້. ບັນດາ​ຜູ້​ກ່າວ​ຄໍາ​ປາ​ໄສໃນການ​ເດີນ​ຂະບວນ ​ແມ່ນຮວມ​ທັງປະ ທານາທິບໍດີ Barack Obama ຊຶ່ງປະທານາທິບໍດີ​ອາ​ເມຣິກັນ​ເຊື້ອສາຍອາຟຣິ ກາ ຄົນ​ທໍາ​ອິດ ພ້ອມດ້ວຍ​ອະດີດ ປະທານາທິບໍດີ Jimmy Carter ​ແລະ Bill Clinton.

ການ​ເດີນ​ຂະ​ບວນ​ໃນ​ປີ 1963 ທີ່​ກຸງວໍ​ຊິງ​ຕັນ ​ໄດ້​ມີ​ຂື້ນ​ຢູ່​ໃນ​ຂະນະ​ທີ່​ເກີດ​ຄວາມວຸ້ນ
ວາຍ​ທາງ​ດ້ານ​ເຊື້ອຊາດຜີວພັນ​ໃນ​ຂະນະ​ທີ່ສະຫະລັດຊອກ​ຫາ​ຊ່ອງ​ທາງ​ເຮັດ ໃຫ້​ກົດ
ໝາຍ​ຕ່າງໆ​ທີ່​ຈຳ​ແນ​ກກີດ​ກັນ​ຕໍ່ຊາວ​ອາ​ເມຣິກັນ​ເຊື້ອສາຍ​ອາ​ຟຣິກາສິ້ນສຸດລົງ​.

XS
SM
MD
LG