ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ສະຫລອງ ວັນກໍາມະກອນແຫ່ງຊາດ


ພວກຂີ່ລົດຈັກ Harley Davidson ຮ່ວມສະຫລອງ ໃນງານສວນສະໜາມແລະຂະບວນແຫ່ ເນື່ອງໃນວັນກໍາມະກອນ ຫລືວັນແຮງງານ ຂອງສະຫະລັດ ທີ່ເມືອງ Milwaukee ລັດ Wisconsin, ວັນທີ 31 ສິງຫາ 2013.
ພວກຂີ່ລົດຈັກ Harley Davidson ຮ່ວມສະຫລອງ ໃນງານສວນສະໜາມແລະຂະບວນແຫ່ ເນື່ອງໃນວັນກໍາມະກອນ ຫລືວັນແຮງງານ ຂອງສະຫະລັດ ທີ່ເມືອງ Milwaukee ລັດ Wisconsin, ວັນທີ 31 ສິງຫາ 2013.
ຊາວ​ອາ​ເມຣິກັນ ​ພາກັນ​ສະຫລອງ​ວັນ​ກໍ​າມະກອນ ຫລື​ວັນ​ແຮງ
​ງານ​ໃນ​ວັນ​ຈັນ​ມື້​ນີ້ ຊຶ່ງ​ເປັນ​ວັນພັກແຫ່ງ​ຊາດ ທີ່​ສະຫລອງ​ການ
ປະກອບສ່ວນ​ແລະ​ເສຍ​ສະລະ​ຂອງ​ບັນດາ​ຜູ້​ເຮັດ​ວຽກ ​ແລະໄດ້​
ກາຍ​ມາ​ເປັນ​ຂີດ​ໝາຍ​ ທີ່​ບໍ່​ເ​ປັນທາງການ ​ຂອງ​ການສີ້​ນສຸດລົງ​
ຂອງລະດູ​ຮ້ອນ.

ວັນ​ຈັນ​ທໍາ​ອິດຂອງ​ເດືອນ​ກັນຍາ ​ໄດ້​ກາຍ​ມາ​ເປັນ​ວັນພັກ​ທາງ​
ການ ​ໃນ​ປີ 1894 ຫລັງຈາກ​ໄດ້​ມີ​ການຊຸກ​ຍູ້​ຈາກ ບັນດາສະຫະ
​ພັນ​ກໍາມະ​ບານ​ຂອງປະ​ເທດ. ​ເປັນ​ເວລາ​ຫລາຍ​ທົດ​ສະ​ວັດ ມາ​
ແລ້ວ ທີ່ບັນດາ​ເມຶອງຕ່າງໆ​ພາ​ກັນ​ໃຊ້​ວັນ​ດັ່ງກ່າວ​ນີ້ ຈັດການ​
ເດີນ​ສວນສະໜາມ ​ແລະ​ຂະ​ບວນ​ແຫ່ ​ເພື່ອ​ໃຫ້​ກຽດແກ່​ບັນດາ​
ກໍາມະ​ກອນໂຮງ​ງານ​ຕ່າງໆ.

ສະຫະພັນ​ກໍາມະບານ ​ໄດ້​ເຫັນ​ຈໍານວນສະມາຊິກ​ຂອງ​ເຂົາ​ເຈົ້າ​
ຫລຸດ​ລົງ​ເປັນ​ລໍາດັບ​ໃນ​ລະຍະ 30 ປີ​ທີ່​ຜ່ານ​ມາ ​ຍ້ອນການເຕີບ
ໂຕ​ຂອງ​ເທັກ​ໂນ​ໂລຈີ ​ແລະ​ສະພາບ​ການ​ໂລກາ​ພິວັດ​ຂອງເສດ
ຖະກິດໂລກ. ​ໃນ​ປີ 1983 20 ​ເປີ​ເຊັນຂອງ​ບັນດາ​ກໍ​າມະກອນ​
ໃນສະຫະລັດ ​ໄດ້​ເປັນ​ສະມາຊິກ​ກໍາມະບານ ​ປຽບ​ທຽບ​ໃສ່ 11 ​ເປີ​ເຊັນ ​ໃນ​ປີ 2012.

​ເຖິງ​ຢ່າງ​ໃດ​ກໍ​ດີ ​ໃນໄລຍະ​ຫລາຍ​ສິບປີ​ທີ່​ຜ່ານ​ມາ ສະຫະພັນ​ກໍາມະບານ ​ໄດ້​ເຫັນ​ຜົນ​ງານ​ ​ຂອງ​ເຂົາ​ເຈົ້າ ສົ່ງ​ຜົນ​ກໍາ​ໄລ​ທີ່​ປາດ​ຖະໜາຢູ່​ຫລາຍ​ຢ່າງ ທີ່ໄດ້​ຖືກ​ຮັບຮອງ​ເອົາ​ແລະ​ຈັດ​ຕັ້ງ​ປະຕິບັດ​ຢູ່​ໃນ​ບ່ອນ​ເຮັດ​ວຽກຂອງ​ສະຫະລັດທັງຫລາຍ ຮ່ວມ​ທັງການ​ເຮັດ​ວຽກ​ຫ້າ​ມື້ຕໍ່​ອາທິດ ພ້ອມ​ດ້ວຍ​ປະກັນໄພ​ສຸຂະພາບ ​ແລະການ​ຈ່າຍ​ຄ່າ​ຈ້າງ​ສໍາລັບເວລາພັກ​ປະຈໍາປີ ​ໂດຍ​ບັນດາ​ນາຍ​ຈ້າງ.

ມີ​ຫລາຍໆ​ບໍລິສັດ​ຂອງສະຫະລັດ ທີ່ຍັງ​ພາກັນບໍ່​ເຫັນ​ດີກັບ ການ​ໃຫ້​ພະນັກງານ​ຂອງ​ຕົນ​ຈັດ​ຕັ້ງ​ເປັນ​ສະຫະພັນ​ກໍາມະບານ. ມີ​ສະມາຊິກກໍາມະບານຫລາຍໆຄົນ ທີ່​ພາກັນ​ເຮັດ​ວຽກຢູ່່​ນໍາ​ລັດຖະບານທ້ອງ​ຖິ່ນ ລັດຖະບານລັດ ​ແລະ​ລັດຖະບານ​ກາງ ຢູ່​ໃນຕໍາ​ແໜ່​ງຂອງ​ພວກ​ປັນຍາ​ຊົນ ບໍ່​ແມ່ນຢູ່​ໃນ​ໂຮງງານ​ທີ່​ເປື້ອນ​ເປີ້ະ ບ່ອນ​ທີ່​ການ​ເຄື່ອນ​ໄຫວ​ເພື່ອ​ສ້າງ​ຕັ້ງ​ກໍາ​ມະ​ບານ​ໄດ້​ເລີ້ມຕົ້ນ​ຂື້ນນັ້ນ.

ວັນແຮງ​ງານ​ໃນສະຫະລັດ ​ເປັນ​ວັນສະຫລອງ ​ການ​ຢຸດພັກຈາກວຽກງານ​ນຶ່ງ​ມື້ ຢູ່​ບ້ານ​ກັບ​ຄອບຄົວ ກິນ​ເ​ຂົ້າປ່າ ​ແລະ​ອອກ​ໄປ​ທ່ຽວຫລີ້ນ ​ແລະ​ຢູ່​ໃນ​ບາງ​ປະຊາ​ຄົມ ​ເປັນ​ມື້​ສຸດ​ທ້າຍ​ກ່ອນ​ພວກ​ເດັກ​ນ້ອຍ​ຈະ​ພາກັນ​ກັບ​ຄືນ​ເຂົ້າ​ໂຮງຮຽນ ​ໃນ​ວັນ​ອັງຄານ​ມື້​ອື່ນ ອັນ​ເປັນ​ການ​ເລີ້ມ​ຕົ້ນ​ສົກ​ປີ​ສຶກສາ​ໃໝ່ນັ້ນ
XS
SM
MD
LG