ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຕຳຫຼວດ ພວມສືບສວນ ເຫດຍິງກັນ ໃກ້ໆຕຶກ ສະພາ (ສະໄລດ໌/ວີດີໂອ)


US Capitol/Car Chase
please wait
Embed

No media source currently available

0:00 0:04:52 0:00
ລິງໂດຍກົງ
ເຈົ້າໜ້າທີ່ສະຫະລັດພວມຊອກຫາເຫດຜົນຢູ່ວ່າເປັນຫຍັງແມ່ຍິງ
ຄົນນຶ່ງ ພ້ອມດ້ວຍລູກນ້ອຍ ຈຶ່ງໄດ້ພະຍາຍາມ ຂັບລົດ ແລ່ນຜ່ານ
ເຄື່ອງກີດຂວາງຢູ່ທີ່ທຳນຽບຂາວ ຊຶ່ງໄດ້ກໍ່ໃຫ້ເກີດ ມີການຕາມລ່າ
ຢ່າງດຸເດືອດ ທີ່ສິ້ນສຸດລົງ ໂດຍທີ່ຕຳຫຼວດໄດ້ຍິງແມ່ຍິງຄົນນີ້ຕາຍ ຢູ່ໃກ້ໆຕຶກລັດຖະສະພາສະຫະລັດ.

ນາງ Idella Carey ຜູ້ເປັນແມ່ຂອງແມ່ຍິງຄົນນີ້ ເປີດເຜີຍວ່າ ຜູ້
ຕ້ອງສົງໄສແມ່ນນາງ Mariam Carey ອາຍຸ 34 ປີ. ແມ່ຂອງນາງ
ກ່າວຕໍ່ໂທລະພາບ ABC ວ່າລູກສາວຂອງລາວໄດ້ເກີດຄວາມສະ
ເທືອນໃຈຫຼັງຄອດລູກ ໃນເດືອນສິງຫາ ປີກາຍນີ້.

ແຫຼ່ງຂ່າວຂອງຕຳຫຼວດແຈ້ງວ່າ ແມ່ຍິງຄົນນີ້ເຄີຍມີປະຫວັດກ່ຽວກັບບັນຫາທາງດ້ານຈິດໃຈ ມາກ່ອນ ແລະຄິດວ່າປະທານາທິບໍດີບາຣັກ ໂອບາມາ ໄດ້ຕິດຕໍ່ກັບນາງ.

ບັນດາສະມາຊິກສະພາແລະພະນັກງານ ທີ່ຢູ່ໃນຕຶກຫໍລັດຖະສະພາ ໄດ້ຖືກສັ່ງໃຫ້ປິດປະຕູ ຢູ່ຂ້າງໃນເປັນເວລາປະມານນຶ່ງຊົ່ວໂມງໃນຂະນະທີ່ສະຖານະການພວມເກີດຂຶ້ນຢູ່ນັ້ນ. ແຕ່ ເຈົ້າໜ້າທີ່ຕໍາຫຼວດກ່າວວ່າ ສະມາຊິກສະພາທັງຫຼາຍທີ່ຢູ່ຂ້າງໃນບໍ່ໄດ້ຕົກຢູ່ໃນອັນຕະລາຍ ແຕ່ປະການໃດເລີຍ.

ຄົນຂັບລົດ ໄດ້ພະຍາຍາມທີ່ຈະແລ່ນຜ່ານເຄື່ອງກີດຂວາງ ທີ່ວາງໄວ້ຢູ່ທໍານຽບຂາວ ກ່ອນ
ທີ່ຈະພາໃຫ້ຕໍາຫຼວດຕາມລ່າຢູ່ຕາມຖະໜົນຫົນທາງ ໄປຈົນຮອດໃກ້ກັບຕຶກລັດຖະສະພາ. ຜູ້ບັນຊາການຕໍາຫລວດ ນະຄອນຫຼວງວໍຊິງຕັນ ທ່ານນາງ Cathy Lanier ກ່າວວ່າ ໄດ້ມີ ການຍິງປືນໃສ່ລົດ ຢູ່ຢ່າງໜ້ອຍສອງແຫ່ງ ກ່ອນທີ່ຄົນຂັບລົດຈະຖືກຍິງຕາຍຢູ່ໃນລົດຂອງ ນາງ.

ເຈົ້າໜ້າທີ່ກ່າວວ່າ ມີຕຳຫຼວດສອງຄົນທີ່ໄດ້ຮັບບາດຍ້ອນເຫດຮ້າຍໃນຄັ້ງນີ້ແຕ່ກໍຄາດວ່າ ຈະຫາຍດີເປັນປົກກະຕິ. ເຂົາເຈົ້າບໍ່ເຊື່ອວ່າ ເຫດຮ້າຍໃນຄັ້ງນີ້ ພົວພັນກັບ ການປິດໂຮງ
ການລັດຖະບານ ທີ່ກໍາລັງດໍາເນີນຢູ່ໃນຂະນະນີ້ ແຕ່ຢ່າງໃດ.

XS
SM
MD
LG