ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປ. ໂອບາມາ ຕ້ອນຮັບ ນາຍົກລັດຖະມົນຕີ Trudeau ທີ່ ທຳນຽບຂາວ


Obama Welcomes Trudeau with Focus on Climate, Trade
please wait

No media source currently available

0:00 0:01:07 0:00

ປະທານາທິບໍດີ​ສະຫະລັດ ທ່ານ​ບາຣັກ ​ໂອ​ບາ​ມາ ໄດ້​ໃຫ້ການ
​ຕ້ອນຮັບນາຍົກລັດຖະມົນຕີກາ​ນາ​ດາທ່ານ Justin Trudeau
ຢູ່ທີ່​ທຳນຽບຂາວ ​ໃນ​ວັນ​ພະຫັດວານ​ນີ້ ​ໃນ​ການ​ຢ້ຽມຢາມ​ຢ່າງ
​ເປັນ​ທາງ​ເທື່ອ​ທຳ​ອິດໃນ​ຮອບ​ເກືອບ​ສອງ​ທົດສະ​ວັດ.

ປະທານາທິບໍ​ໂອ​ບາ​ມາ ກ່າວ​ໃນ​ລະຫວ່າງ​ກອງ​ປະຊຸມ​ຖະ​ແຫຼງ
ຂ່າວຮ່ວມ​ກັບ​ທ່ານ Trudeau ວ່າພວກ​ເຮົາ​ໄດ້​ຖືກ​ສື​ບສານ​ມາ
​ນຳ​ກັນ​ຢ່າງ​ເລິກ​ເຊິ່ງໃນ​ຖານະ​ທີ່​ເປັນ​ສັງຄົມ ​ເປັນ​ເສດຖະກິດຊຶ່ງ
ໃນ​ບາງ​ຄັ້ງບາງ​ຄາວ ​ໄດ້​ມີ​ການ​ຫຼັງ​ລືມ​ໄປ​ວ່າ ຄວາມສຳພັນ​ຂອງ
​ພວກ​ເຮົາ​ເປັນ​ທີ່​ໜ້າ​ປະ​ທັບ​ໃຈ​ສ່ຳ​ໃດ.

​ໃນ​ລະຫວ່າງ​ພິທີ​ຕ້ອນຮັບ​ຕອນ​ໄປ​ຮອດ​ໃນ​ເຊົ້າວານ​ນີ້ ທ່ານໂອບາມາ​ໄດ້​ກ່າວ​ຢ້ຳ​ເຖິງ​ຫຼັກ​
ຄຸນຄ່າ​ຮ່ວມ ​ເຊັ່ນ ການ​ຮັກສາ​ສຸຂະພາບ​ສາກົນ ອິດ​ສະຫຼະພາບ ​ໃນ​ການ​ນັບຖື​ສາສະໜາ ​
ແລະ​ຄວາມ​ຫລາກ​ຫລາຍ​ຂອງ​ປະ​ເທດ​ທັງ​ສອງ.

ປະທານາທິບໍດີ​ສະຫະລັດ​ ກ່າວ​ວ່າ ໃນ​ຖານະ​ທີ່​ເປັນ​ພັນທະ​ມິດ ​ຂອງ​ອົງການ​ເນ​ໂຕ້ ພວກ ເຮົາແມ່ນ​ມີ​ຄວາມ​ເປັນ​ເອກ​ກະພາບ​ກັນ​ໃນ​ການ​ຕໍ່ຕ້ານ​ການ​ກໍ່​ການ​ຮ້າຍແລະ​ການ​ສະ​ໜັບ
ສະ​ໜຸນ​ສິດທິ​ຂອງ​ປະ​ເທດ​ຕ່າງໆເຊັ່ນ​ຢູ​ເຄຣນໃນ​ການ​ຕັດສິນ​ໃຈ​ເພື່ອ​ຊີ້ຊະ​ຕາ​ກຳ​ຂອງ​ຕົນ ​ເອງ.​ ​ ໃນ​ຖານະ​ທີ່​ເປັນ​ຜູ້ນຳ ​ຢູ່​ອົງການ​ສະຫະ​ປະຊາຊາດ​ ພວກ​ເຮົາ​ແມ່ນ​ລຸກຂຶ້ນ ​ໃຫ້ການ​ສະໜັບສະໜຸນຕໍ່​ສັນຕິພາບ​ແລະ​ຄວາມ​ໝັ້ນຄົງ ຕະຫລອດ​ທັງ​ສິດທິ​ມະນຸດ​ຂອງ​ປະຊາຊົນ​
ໃນ​ທຸກ​ຫົນ​ແຫ່ງ.

Obama Trudeau White House Visit
please wait

No media source currently available

0:00 0:00:17 0:00

ຢູ່​ທີ່​ເດີ່ນກ້ຳ​ໃຕ້​ ຂອງ​ທຳນຽບຂາວ ຝູງ​ຊົນ​ໄດ້​ພາກັນ​ໂຮ່ຮ້ອງ​ສະໜັບສະໜຸນ ​ໃນ​ຂະນະ​ທີ່​ທ່ານ​ໂອ​ບາ​ມາ ​ແລະ​ທ່ານ Trudeau ຈັບ​ມື​ກັບ​ພວກ​ທີ່​ໄປ​ຕ້ອນຮັບ ທີ່ບາງ​ຄົນ​ກ່າວ​ອອກ ​ມາ ໃນ​ການສະ​ແດງ​ຄວາມ​ປະຫລາດ​ໃຈວ່າ ໂອ້ພະເຈົ້າ.

ຫລາຍໆ​ຄົນ​ມອງ​ເຫັນ​ວ່າ ນາຍົກລັດຖະມົນຕີ​ກາ​ນາ​ດາ ທີ່​ມີ​ຄວາມ​ກະຕືລືລົ້ນ ຄົນໃໝ່​ນີ້
​ເປັນ​ຄືກັນກັບນ້ອງ​ຊາຍ​ຂອງ​ທ່ານ​ໂອ​ບາ​ມາ.

ເຊັ່ນ​ດຽວ​ກັນ​ກັບ​ປະທານາທິບໍດີ​ສະຫະລັດ ທ່ານ Trudeau ທີ່​ມີ​ອາ​ຍຸ 44 ປີ​ໄດ້ ​ໂຄສະນາ​
ຫາ​ສຽງໃນ​ລັກສະນະ​ທີ່ຄ້າຍຄື​ກັນດ້ວຍ​ການໃຫ້​ຄວາມ​ຫວັງ​ແລະ​ເພື່ອ​ການ​ປ່ຽນ​ແປງ. ພັກ
​ເສລີ​ນິຍົມ​ຂອງ​ທ່ານ ໄດ້​ຮັບ​ໄຊຊະນະ​ ໃນ​ການ​ເລືອກ​ຕັ້ງສະພາແຫ່ງ​ຊາດ​ໃນ​ເດືອນ​ຕຸລາ​ປີ​
ກາຍ​ ​ໂດຍ​ໄດ້​ເຂົ້າກຳ​ອຳນາດ​ແທນນາຍົກລັດຖະມົນຕີ Stephen Harper ​ແລະ​ພັກ​ນິຍົມ
ແນວທາງ​ເດີມ​ຂອງທ່ານ​ ​ທີ່​ໄດ້ເຂົ້າກຳອຳນາດ​ມາ​ແຕ່​ປີ​ 2006.​

XS
SM
MD
LG