ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະຫະລັດ ​ຊື້ສ່ວນປະ​ກອບ ​ອັນ​ສຳ​ຄັນ ໃນ​ການ​ສ້າງ ອາວຸດ​ນິວ​ເຄລຍ ຈາກ​ອີຣ່ານ ​


ບ່ອນຜະລິດ​ນໍ້າ ທີ່​ມີ​ມວນໜັກ ຢູ່ພາກກາງຂອງອີຣ່ານ.
ບ່ອນຜະລິດ​ນໍ້າ ທີ່​ມີ​ມວນໜັກ ຢູ່ພາກກາງຂອງອີຣ່ານ.

ສະຫະລັດ​ຊື້ສ່ວນປະ​ກອບ​ອັນ​ສຳ​ຄັນ 32 ​ໂຕນ​ໃນ​ການ​ສ້າງອາວຸດ​ນິວ​ເຄລຍຈາກ​ອີຣ່ານ ​ເພື່ອ​ເປັນ​ການ​ຊ່ວ​ຍເຫລືອ​ເຕຫະ​ຣ່ານ ຈັດຕັ້ງປະຕິບັດ ​ເງື່ອນ​ໄຂ​ຂອງຂໍ້​ຕົກລົງ​ນິວ​ເຄລຍ ທີ່ມີ​ຄວາມ​ສຳຄັນ​ປະຫວັດສາດ​.

ກະ​ຊວງ​ພະລັງງານ​ແລະ​ກະຊວງ​ຕ່າງປະ​ເທດ​ສະຫະລັດໄດ້​ຢືນຢັນໃນວັນ​ສຸກ​ວານ​ນີ້ກ່ຽວ​ກັບການ​ຊື້​ນໍ້າ ທີ່​ມີ​ມວນໜັກ ທີ່ນຳ​ໃຊ້ຜະ​ລິດ​ທາດ plutonium ຊຶ່ງ​ສາມາດ​ນຳ​ໄປ​ສ້າງ​ອາ ວຸດ​ນິວ​ເຄລຍ​ໄດ້​ນັ້ນ.

US Iran Agreement
please wait
Embed

No media source currently available

0:00 0:00:47 0:00

​ແຜນ​ການ​ດັ່ງກ່າວໄດ້​ປະກາດ​ໃຫ້​ຊາບໃນ​ຂະນະ​ທີ່ສະຫະລັດ ອີຣ່ານແລະ​ບັນດາ​ເຈົ້າ​ໜ້າ​ທີ່​ອື່ນໆ​ ໄດ້​ພົບປະ​ກັນ​ຢູ່ນະຄອນ Vienna ​ເພື່ອ​ສົນທະນາຫາລື​ກ່ຽວ​ກັບ​ການຈັດຕັ້ງປະຕິ ບັດ​ຂໍ້​ຕົກລົງ​ນິວ​ເຄລຍທີ່​ຮູ້​ກັນໃນ​ນາມແຜນ​ການ​ປະຕິບັດງານຮ່​ວມ​ໃນ​ຂອບ​ເຂດ​ທີ່​ກວ້າງ ຂວາງຫລື JCPOA.

​ກ່ອນ​ໜ້ານີ້ ອີຣ່ານ​ໄດ້​ຂາຍ​ທາດ uranium ທີ່ມີ​ຄຸນ​ນະພາ​ບຕໍ່າ​ໃຫ້​ແກ່ຣັດ​ເຊຍ​ເພື່ອ​ຊ່ວຍ​ໃນ​ກາ​ນຈັດຕັ້ງປະຕິບັດ​ຂໍ້​ຕົກລົງດັ່ງກ່າວ.

ຂ່າວ​ກ່ຽວ​ກັບ​ການ​ຊື້ຂອງ​ສະຫະລັດ​ມີ​ຂຶ້ນ​ກ່ອນໜ້າການ​ປະຊຸມ​ໃນ​ວັນ​ສຸກ​ວານ​ນີ້ລະຫວ່າງ ລັດຖະມົນຕີ​ຕ່າງປະ​ເທດສະຫະລັດ ທ່ານ John Kerry ​ແລະລັດຖະມົນຕີ​ຕ່າງປະ​ເທດ​ອີ ຣ່ານ ທ່ານ Mohammad Javad Zarif ຢູ່​ນອກພິທີ​ລົງນາມ​ ​ຂໍ້​ຕົກລົງ​ ກ່ຽວກັບການປ່ຽນ ແປງ​ດິນ​ຟ້າ​ອາກາດຂອງ​ສະຫະ​ປະຊາ​ຊາດທີ່​ນະຄອນ​ນິວຢອກ.

ອີຣ່ານ​ໄດ້​ຈົ່ມ​ທຸກວ່າ ຕົນບໍ່​ໄດ້​ຮັບ​ການ​ຜ່ອນຜັນ ໃນ​ການລົງ​ໂທດ ທີ່​ຕົນ​ຄວນ​ໄດ້ຮັບ​ພາຍ​ ໃຕ້​ຂໍ້​ຕົກລົງ​ນິວ​ເຄລຍ ຍ້ອນ​ການ​ຈຳກັດ​ຮັດ​ແຄບ ໂດຍ​ສະ​ຖາ​ບັນ​ການ​ເງິນຕ່າງໆ. ​

ປະທານຄະນະກຳມະການສຳພັນຕ່າງປະເທດ ຜູ້ແທນສະພາຕໍ່າພັກຣິພັບບລິກັນ ທ່ານ Ed Royce,ຈາກລັດ California.
ປະທານຄະນະກຳມະການສຳພັນຕ່າງປະເທດ ຜູ້ແທນສະພາຕໍ່າພັກຣິພັບບລິກັນ ທ່ານ Ed Royce,ຈາກລັດ California.

ກ່ອນເຂົ້າ​ຮ່ວມການ​ເຈລະຈາ​ນັ້ນ​ ທ່ານ Kerry ກ່າວ​ວ່າ ສະຫະລັດບໍ່​ໄດ້ ​ແລະ​ຈະ​ບໍ່​ຢືນ​ຂວາງ​ທາງ​ ຂອງ​ການ​ອະນຸຍາດ​ເຮັດ​ທຸລະ​ກິດ​ໃນ​ອີຣ່ານ ນັບ​ແຕ່​ຂໍ້​ຕົກ​ລົງ​ນິວ​ເຄລຍ​ໄດ້​ຈັດຕັ້ງປະຕິບັດໃນ​ເດືອນ​ມັງກອນ​ທີ່​ຜ່ານ​ມາ.

ທ່ານ​ກ່າວ​ວ່າ “ບໍ່​ເປັນ​ຈັ່ງໂຊກ ​ປາກົດ​ວ່າ​ມີ​ຄວາມສັບສົນ ​ຈຳນວນ​ນຶ່ງໃນ​ໝູ່ທະນາຄານ​ຕ່າງປະ​ເທດ ​ແລະ​ພວກ​ເຮົາ​ຕ້ອງການ​ພະຍາຍາມແລະ​ໃຫ້​ຄວາມ​ກະຈ່າງ​ແຈ້ງດັ່ງກ່າວ ຫລາຍ​ເທົ່າ​ທີ່​ພວກ​ເຮົາ​ມີ​ຄວາ​ມສາມາດ​ເຮັດໄດ້.”

ທ່ານ Zafif ກ່າວ​ວ່າ ອີ​ຣ່ານ ຍັງ​ສືບ​ຕໍ່​ມີຄວາ​ມເຫັນແຕກ​ຕ່າງ​ກັບ​ສະຫະລັດ.

ອ່ານຂ່າວນີ້ຕື່ງເປັນພາສາອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 19 ເມສາ 2024

XS
SM
MD
LG